ຖືກນຳກ່ອນ 2 ລູກແຕ່ກໍ່ພິກກັບມາຊະນະໄດ້ ຖ້າຮູ້ວ່າໃຜຍິງແລ້ວຈະຮ້ອງວ່າ ໂອ້!

ໃນການແຂ່ງຂັນບານເຕະຊິງແຊ້ມອາຊຽນລຸ້ນບໍ່ເກີນອາຍຸ 16 ປີ ທີ່ປະເທດກຳປູເຈຍເປັນເຈົ້າພາບນັດທຳອິດທີ່ທີມຊາດລາວລົງສະໜາມເອົາຊະນະໄທ 1-0 ມີ 3 ຄະແນນ ແລະໃນນັດທີ 2 ນີ້ແມ່ນທີມຊາດລາວ ພົບກັບ ທີມຊາດຕີມໍ ເລສເຕ, ເຊິ່ງ ຕີມໍ ເລສເຕ ໄດ້ຂຶ້ນນຳໄປກ່ອນ 2-0 ປະຕູ ຈົນມາຮອດໃນນາທີ 26 ບຸນພະຈັນ ບຸນກອງ ນັກເຕະຫມາຍເລກ17 ຈາກສະໂມສອນ ສະຫວັນ ເອັຟຊີ ຍີງຕີໄຂ່ແຕກໃຫ້ທີມຊາດລາວເປັນ 1-2 ປະຕູ ຈົບເຄີ່ງເວລາທຳອິດ ຕີມໍ ເລສເຕ ຂື້ນນຳກ່ອນ

11822301_1628820740668778_3994518370469926793_n

ມາເຖິງເຄີ່ງເວລາທີ 2 ໃນນາທີ 51 ເປັນ ບຸນພະຈັນ ບຸນກອງ ອີກຄັ້ງທີ່ຕີສະເໝີໃຫ້ທີມຊາດລາວເປັນ 2-2 ປະຕູ
ແລະ ທີມຊາດລາວໄດ້ອີກ 1 ລູກໃນນາທີ 67 ຈາກ ນາລິນ ຫລວງສີສົມບັດ ສະໂມສອນ ກອງທັບ ເຮັດໃຫ້ຈົບເກມ 90 ນາທີ ທີມຊາດລາວ ພາຍໃຕ້ການຄຸມທີມຂອງ ທ່ານ ບຸນລັບ ເຄນກິຕິສັກ ລົງສະຫນາມ ນັດທີ 2 ເອົາຊະນະ ຕີມໍ ເລສເຕ 3-2 ທ່າມກາງສາຍຝົນທີ່ຕົກຫນັກ ເກັບໄດ້ 6 ຄະແນນຫລັງຈາກລົງແຂ່ງຂັນ 2 ນັດ

11813433_1628817807335738_3937642490363945018_n