ທາງຫລາຍສາຍຢູ່ ນ.ວ ຕົກຢູ່ໃນຄວາມມືດ ຍ້ອນຂາດໄຟເຍືອງທາງ

b0b63872-b98e-40d4-a3f5-9538ed27b9d6

 

ຫລັງລະດູຝົນ ເສັ້ນທາງຫລາຍສາຍໄດ້ຮັບຜົນກະທົບເປ່ເພເປັນບວກຂຸມ ແລະ ມາຮອດປັດຈຸບັນສ່ວນໜຶ່ງກໍໄດ້ຮັບການ

ປົວແປງຄື ສາມາດຫລຸດຜ່ອນສຽງຈົ່ມວ່າຈາກຜູ້ທຽວທາງກໍຄືຊາວບ້ານທີ່ຢູ່ໃກ້ຄຽງ, ແຕ່ຄຽງຄູ່ກັນນັ້ນ ເສັ້ນທາງຫລາຍ

ສາຍອອກສູ່ຊານເມືອງ ພັດຕົກຢູ່ໃນສະພາບມືດມົນຍ້ອນຂາດໄຟເຍືອງທາງ ອັນໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນ

ຈອນໄປມາຂອງຜູ້ໃຊ້ລົດໃຊ້ຖະໜົນ ກໍ່ໃຫ້ເກີດມີຄວາມສ່ຽງສູງຕໍ່ບັນຫາອຸປະຕິເຫດ ແລະ ອາຊະຍາກຳໃນເສັ້ນທາງດັ່ງກ່າວ

ໂດຍສະເພາະເສັ້ນທາງໜອງບຶກແຕ່ 3 ແຍກທາງ 13 ເໜືອຕັດອອກໜອງພະຍາ-ນາທົ່ມ, ເສັ້ນທາງໜອງບຶກ-ໜອງບົວ

ທອງ-ດົງປາແລບ ເຂົ້າສູ່ສະຫວ່າງ-ທົ່ງຂັນຄຳ ແລະ ບ່ອນອື່ນໆ ເຫັນວ່າຍັງຂາດໄຟເຍືອງທາງ ຂະນະທີ່ທາງດັ່ງກ່າວໄດ້ຕິດ

ຕັ້ງເສົາໄຟຢູ່ສອງຝາກທາງແລ້ວ ແຕ່ບໍ່ມີໄຟເຍືອງທາງ ຈຶ່ງເຮັດໃຫ້ສະພາບເສັ້ນທາງດັ່ງກ່າວ ຕົກຢູ່ໃນຄວາມມືດ, ເຊັ່ນ

ດຽວກັບເສັ້ນທາງ 450 ປີ ນັບແຕ່ 4 ແຍກເສັ້ນທາງດົງໂດກ – 4 ແຍກເສັ້ນທາງຫລັກ 21 ກໍໄດ້ຖືກປ່ອຍປະລະເລີຍມາເປັນ

ເວລາດົນນານແລ້ວ, ຊຶ່ງກາຍເປັນຊ່ອງຫວ່າງໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆຕາມມາ ເປັນຕົ້ນປຸ້ນຈີ້, ຊິງຊັບຂອງພວກ

ບໍ່ດີ ແລະ ກໍກາຍເປັນຈຸດສ່ຽງໃນການເກີດອຸບັດເຫດ.

 

ດັ່ງນັ້ນ, ເພື່ອຫລີກເວັ້ນຕໍ່ເຫດການອັນບໍ່ເພີ່ງປາດຖະໜາດັ່ງກ່າວ ປັດໃຈສຳຄັນແມ່ນບັນຫາໄຟເຍືອງທາງ ຖ້າພາກສ່ວນ

ກ່ຽວຂ້ອງຫາກມີການແກ້ໄຂ ກໍຈະສາມາດກຳຈັດສິ່ງຫຍໍ້ທໍ້ຕ່າງໆໃຫ້ໝົດສິ້ນໄປ.

 

ແຫລ່ງຂ່າວ: ລາວພັດທະນາ