ທິມ ຄຸກ CEO ແອັບເປິ້ນ ວາງແຜນຈະບໍລິຈາກຊັບສິນທັງໝົດ ເພື່ອການກຸສົນ!

EyWwB5WU57MYnKOuFqWH7f8CrWeQJjjzmJQg6NBKrdUi5NTQHKWVEX

CEO ບໍລິສັດແອັບເປິ້ນ ວາງແຜນຈະບໍລິຈາກຊັບສິນທັງໝົດທີ່ມີເພື່ອການກຸສົນ ຫລັງຈາກສົ່ງຫລານຮຽນຈົນຈົບ ມະຫາວິທະຍາໄລແລ້ວ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ມີນາຜ່ານມານີ້ວ່າ ທ່ານ ທິມ ຄຸກ ປະທານຄະນະກຳມະການບໍລິຫານ (CEO) ຂອງບໍລິສັດແອັບເປິ້ນ ຜູ້ຜະລິດອຸປະກອນຄອມພິວເຕີ້ລາຍໃຫຍ່ ໄດ້ອອກມາປະກາດວ່າ ເຂົາຈະບໍລິຈາກຊັບສິນສ່ວນຕົວເກືອບທັງໝົດເພື່ອການກຸສົນ ໂດຍຊີອີໂອຂອງບໍລິສັດທີ່ສ້າງກຳໄລໄດ້ຫລາຍທີ່ສຸດໃນໂລກທ່ານນີ້ ມີຊັບສິນຢູ່ປະມານ 120 ລ້ານໂດລາສະຫະລັດ ແລະ ຖືຄອງຮຸ້ນຂອງແອັບເປິ້ນ ມູນຄ່າ 665 ລ້ານໂດລາສະຫະລັດອີກດ້ວຍ.

ທ່ານ ທິມ ຄຸກ ເປີດເຜີຍຕໍ່ກັບວາລະສານ ຟໍຈູນ ຂອງສະຫະລັດວ່າ ເຂົາມີແຜນຈະບໍລິຈາກຊັບສິນຂອງເຂົາ ແກ່ໂຄງກາເພື່ອນມະນຸດ ຫລັງຈາກທີ່ເຂົາໄດ້ສົ່ງເສີມຫລານອາຍຸ 10 ປີ ຈົນຮຽນຈົບມະຫາວິທະຍາໄລແລ້ວ ໂດຍລະບຸວ່າ ເຂົາເລີ່ມບໍລິຈາກເງິນມາແລ້ວໄລຍະໜຶ່ງ ແລະ ໃນຂະນະນີ້ກຳລັງວາງແຜນພັດທະນາລະບົບ ເພື່ອເຂົ້າເຖິງອົງການການກຸສົນ ໃຫ້ຫລາຍກ່ວາການເຊັນແຊັກບໍລິຈາກ.