ທີ​ວີ​ລາວ​ຜູກຂາດ​ ສັນຍານ​ບານ​ໂລກຢູ່​ລາວ

0
2029
ທີ​ວີ​ລາວ​ຜູກຂາດ​ສັນຍານ​ບານ​ໂລກຢູ່​ລາວ
ທີ​ວີ​ລາວ​ຜູກຂາດ​ສັນຍານ​ບານ​ໂລກຢູ່​ລາວ

​ການ​ແຂ່ງຂັນບານ​ເຕະ​ໂລກ (World cup) ຈະ​ເລີ່​ມຂຶ້ນ​​ແຕ່​ວັນ​ທີ 12 ມິຖຸນາ​ຫາ 13 ກໍລະກົດ 2014 ​ທີ່ປະ​ເທດ​ເບຣຊິນ​ເປັນ​ເຈົ້າ ພາບ​, ​ແຕ່​ຜູ້​ທີ່​ຢາກ​ຕິດຕາມ​ເບິ່ງ​ການ​ແຂ່ງຂັນ​ດັ່ງກ່າວ​ຕ້ອງ​ໄດ້​ຊື້ ກ່ອງ​ຮັບ​ສັນຍານ​ສະ​ເພາະ​ນຳ TV ລາວ ​ຈຶ່ງ​ສາມາດ​ຊົມ​ໄດ້ ເນື່ອງ​ຈາກ​ສະຖານີ​ໂທລະພາບ​ທີ​ວີ​ລາວ ​ໄດ້​ຮັບ​ລິ​ຂະ​ສິດ​ຖ່າຍ​ທອດ​ຈາກ​ສະຫະພັນ​ບານ​ເຕະ​ສາກົນ (FIFA) ພຽງ​ຜູ້​ດຽວ​ໃນ​ລາວ.

ທ່ານ ຫົງ​ຄຳ ສຸວັນນະ​ວົງ ອຳນວຍ​ການ​ໂທລະພາບ​ທີ​ວີ​ລາວ ​ໄດ້​ກ່າວ​ໃນ​ງານ​ຖະ​ແຫລ​ງ ຂ່າວຜູ້​ອຸປະຖຳ​ການຖ່າຍ​ທອດ​ສົດ​ເຕະບານ​ໂລກ ​ເມື່ອ​ວັນ​ທີ 23 ພຶດສະພາ​ນີ້ ຢູ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ​ວ່າ: TV ລາວ ​ໄດ້​ຮັບ​ລິ​ຂະ​ສິດ​ແຕ່​ພຽງ​ຜູ້​ດຽວ ​ເພື່ອ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ ​ແລະ ມື​ຖື​ຈາກ​ສະຫະພັນ​ບານ​ເຕະ​ໂລກ ​ແລະ ຈະ​ທຳ​ການຖ່າຍ​ທອດ​ສົດ​ທຸກ​ນັດ​ຂອງ​ການ​ແຂ່ງ ຂັນ ເຊິ່ງ ລວມມີ 64 ນັດ ​ໃຫ້​ແກ່​ຜູ້​ຊົມ​ໃນ ສປປ ລາວ ​ໄດ້​ຮັບ​ຊົມ​ຢ່າງ​ທົ່ວ​ເຖິງ

​ໂດຍ​ຜ່ານ​ລະບົບ​ດາວ​ທຽມ ທັງ​ໃນ​ລະບົບ​ທຳ​ມະ​ດາ SD, ລະບົບ​ຄວາມ​ແຈ້ງ​ສູງ HD, ລະບົບ​ຊີ​ແບນ ​ແລະ ລະບົບ​ເຄຢູ​ແບນ ໂດຍ​ຜ່ານ​ກ່ອງ​ຮັບ​ສັນຍານ​ທີ່​ມີ​ລະຫັດ​ຕາມ​ລະບຽບ​ການ​ຂອງ​ສະຫະພັນ​ບານ​​ເຕະ​ໂລກ. ສຳລັບ​ລາຄາ​ກ່ອງ​ຮັບ​ສັນຍານ​ມີ​ຄື: ອິນ​ໂຟ​ແຊດ​ແມ່ນ 4 ​ແສນ​ກີບ, ​ໄອ​ພີ​ເອັມທຳ​ມະ​ດາ 3 ​ແສນ​ກີບ, ລະບົບ HD 650.000 ກີບ ​ແລະ ສຳ ລັບ​ລູກ​ຄ້າ​ທີ່​ມີ​ກ່ອງ​ຢູ່​ແລ້ວ ​ແຕ່​ຕ້ອງ​ໄປລົງທະບຽນ​​ໃໝ່ຈ່າຍ​ຄ່າ​ທຳນຽມ 2 ​ແສນ​ກີບ ​ເຊິ່ງຖ້າ​ບໍ່​ມີ​ກ່ອງ​ສັນຍາ​ນດັ່ງກ່າວ​ກໍ​ຈະ​ບໍ່​ສາ ມາດ​ເບິ່ງ​ການ​ແຂ່ງຂັນ​​ເຕະບານ​ນັ້ນ​ໄດ້. ປັດຈຸບັນ ມີ​ບໍລິສັດ​ໂຄ​ຄາ​ໂຄ​ລາ ​ແລະ ບໍລິສັດ​ໂຄ​ລາວ ​ໄດ້​ໃຫ້ການ​ອຸປະ​ຖຳ ​ເພື່ອ​ສາມາດ​ໂຄສະນາ​ສິນຄ້າ​ຂອງ​ຕົນ​ຜ່ານ​ລາຍການ​ຖ່າຍ​ທອດ​ສົດ​ຂອງ​ການ​ແຂ່ງຂັນ​ເຕະບານ​ໂລກ​ໄດ້​ໂດຍ​ຜ່ານ TV ລາວ.

ທີ່ມາ http://laophatthananews.blogspot.com/2014/05/blog-post_6871.html