ທູດເກົາຫລີໃຕ້ລະບຸ ນັກທ່ອງທ່ຽວຈາກປະເທດຕົນ ຈະມາລາວເພີ່ມຂຶ້ນທຸກປີ!

(ພາບປະກອບ)
(ພາບປະກອບ)
(ພາບປະກອບ)

ທ່ານ ຄີມ ຊູ ກວນ ເອກອັກຄະລັດຖະທູດສາທາລະນະລັດ ສ.ເກົາຫລີ ປະຈຳ ລາວ ໄດ້ໃຫ້ຮູ້ໃນພິທີເປີດພະແນກກົງສູນແຫ່ງໃໝ່ຢູ່ຊັ້ນ 7 ຂອງໂຮງແຮມວຽງ ຈັນພລາຊາ ນະຄອນຫລວງວຽງຈັນໃນວັນທີ 27 ພຶດສະພານີ້ວ່າ: ນັບແຕ່ປີ 2007 ມາຮອດປັດຈຸບັນ, ມີນັກທ່ອງທ່ຽວຈາກ ສ.ເກົາຫລີ ເດີນທາງເຂົ້າມາທ່ອງທ່ຽວ ລາວຫລາຍກວ່າແສນຄົນ ແລະ ຍັງຈະມີຕົວເລກເພີ່ມຂຶ້ນທຸກປີໃນຕໍ່ໜ້າ, ນອກ ຈາກນີ້ກໍມີນັກລົງທຶນ ສ.ເກົາຫລີ ເຂົ້າມາລົງທຶນຢູ່ລາວລວມມີມູນຄ່າຫລາຍກວ່າ 700 ລ້ານໂດລາສະຫະລັດ ແລະ ແຕ່ລະປີຕົວເລກການຄ້າລະຫວ່າງສອງປະເທດບັນລຸປະມານ 200 ກວ່າລ້ານໂດລາສະ ຫະລັດ, ສະນັ້ນເພື່ອຮອງຮັບການເພີ່ມຂຶ້ນຂອງນັກທ່ອງທ່ຽວ, ນັກລົງທຶນ ແລະ ປະຊາຊົນ ສ.ເກົາຫລີ ທີ່ຈະເດີນທາງມາປະ ເທດລາວຫລາຍຂຶ້ນໃນອະນາຄົດ, ຈຶ່ງໄດ້ເປີດກົງສູນແຫ່ງ ໃໝ່ຂຶ້ນ, ເພື່ອໃຫ້ບໍລິການພົວພັນວຽກງານດ້ານຂໍ້ມູນຂ່າວສານ ແລະ ເອກະສານຕ່າງໆມີຄວາມສະດວກດີຂຶ້ນ.

 

ແຫລ່ງຂ່າວ: ລາວພັດທະນາ