ທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງອຸດົມໄຊ ໃຫ້ຄໍາໂອວາດຕໍ່ພິທີໄຂສົກຮຽນໃໝ່

ໃນຕອນເຊົ້າ ວັນທີ 11 ກັນຍາ 2015 ນີ້, ແຂວງອຸດົມໄຊມີຄວາມເບີກບານມ່ວນຊື່ນ ແລະ ໄດ້ພ້ອມກັນຈັດພິທີໄຂສົກຮຽນໃໝ່ 2015-2016 ຂື້ນຢ່າງເປັນທາງການ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍໄດ້ເປັນກຽດຕ້ອນຮັບ ທ່ານ ເພັດສາຄອນ ຫຼວງອາໄພ ເລຂາພັກແຂວງເຈົ້າແຂວງອຸດົມໄຊຄົນໃໝ່, ທ່ານ ໂອວາດ ຈັນທະວົງ ຄະນະປະຈໍາພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະປະຈໍາພັກແຂວງ, ຄະນະປະຈໍາພັກເມືອງ, ຫົວໜ້າພະແນກການອ້ອມຂ້າງ, ຜູ່ບໍລິຫານການສຶກສາ ແລະ ກິລາ, ຄູອາຈານ, ນັກຮຽນ ນັກສຶກສາ ພາຍໃນເທສະບານແຂວງເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

ໃນໂອກາດນີ້, ທ່ານ ເຈົ້າແຂວງ ໄດ້ຕາງໜ້າໃຫ້ຄະນະພັກ, ອໍານາດການປົກຄອງແຂວງ ສະແດງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ມາຍັງຜູ່ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ, ພະນັກງານຄູອາຈານ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າ ພາຍໃນແຂວງອຸດົມໄຊ ທັງກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານຫຼາຍດ້ານທີ່ທາງຂະແໜງການສຶກສາ ແລະ ກິລາ ຍາດມາໄດ້ໃນ 1 ສົກຮຽນຜ່ານມາ, ແຕ່ເຖິງຢ່າງໃດກໍ່ຕາມ ເພື່ອໃຫ້ສົກຮຽນໃໝ່ໄດ້ດຳເນີນໄປຢ່າງມີຜົນສຳເລັດ ແລະ ມີຄຸນະພາບນັ້ນ ທ່ານ ໄດ້ຮຽກຮ້ອງ ມາຍັງຜູ່ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ, ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ປະຕິບັດລະບຽບກົດໝາຍໃຫ້ເຂັ້ມງວດ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ຕ້ານ ແລະ ສະກັດກັ້ນທຸກປາກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນໃນຂະແໜງການສຶກສາ ແລະ ກິລາ, ເພື່ອສຳເລັດໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍ, ຜູ່ເປັນຄູອາຈານສອນກໍ່ຕ້ອງແຂ່ງຂັນກັນສອນດີ-ສອນເກັ່ງ, ສືບຕໍ່ເອົາໃຈໃສ່ຄຸ້ມຄອງ ປົກປັກຮັກສາ ແລະ ນຳໃຊ້ອຸປະກອນການຮຽນ-ການສອນໃຫ້ສາມາດນໍາໃຊ້ໄດ້ຍາວນານ, ຮຽກຮ້ອງເຖິງນັກຮຽນ-ນັກສຶກສາ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ແລະ ຕັ້ງໃຈຄົ້ນຄວ້າຮ່ຳຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ ເພື່ອແຂ່ງຂັນກັນຮຽນດີ-ຮຽນເກັ່ງ, ຮຽນໃຫ້ມີຄວາມຮູ້, ມີຄວາມສາມາດ ແລະ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນັກຮຽນດີຂອງຄູ-ອາຈານ, ກາຍເປັນລູກຫຼານທີ່ດີຂອງພໍ່ແມ່, ປ້າ-ລຸງ, ເປັນພົນລະເມືອງດີຂອງຊາດ ກຽມພ້ອມປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາແຂວງອຸດົມໄຊ ກໍຄື ປະເທດຊາດຂອງພວກເຮົາ, ຫ້າມເດັດຂາດບໍ່ໃຫ້ພາກັນໄປມົ້ວສຸມກັບສິ່ງອະບາຍຍະມົກຕ່າງໆ ເປັນຕົ້ນແມ່ນ ມົ້ວສຸມສິ່ງເສບຕິດ, ທ່ຽວຫຼີ້ນເດິກດື່ນທ່ຽງຄືນ, ດື່ມເຫຼົ້າດື່ມເບຍ, ຂັບຂີ່ລົດໄວ, ຂີ້ລັກງັດແງະ, ອາລະວາດຕີກັນ ແລະ ບັນຫາຫຍໍ້ທໍ້ອື່ນ ໆລໆ, ພໍ່ແມ່ຜູ້ປົກຄອງນັກຮຽນ-ນັກສຶກສາ ແລະ ໃນທົ່ວສັງຄົມ ໃຫ້ເພີ່ມຄວາມເອົາໃຈໃສ່ໃກ້ຊິດຕິດແທດກັບລູກຫຼານຂອງຕົນໃຫ້ຫຼາຍຂື້ນຕື່ມ ທັງຊ່ວຍກັນຕັກເຕືອນ, ສຶກສາອົບຮົມລູກຫຼານຂອງຕົນໃຫ້ຫັນມາເອົາໃຈໃສ່ຕໍ່ການສຶກສາຄົ້ນຄວ້າຮ່ຳຮຽນ, ອົງການຈັດຕັ້ງທຸກພາກສ່ວນ ທັງພາກລັດ ແລະ ພາກເອກະຊົນ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອວຽກງານການສຶກສາ ແລະ ກິລາ ຖືເອົາການສຶກສາ ແລະ ກິລາເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ. ທັງໃຫ້ຄວາມເຊື່ອໝັ້ນວ່າ: ການນຳຂະແໜງການ ສຶກສາ ແລະ ກິລາ, ຄູອາຈານ, ນັກຮຽນນັກສຶກສາຈະແຂ່ງຂັນກັນສ້າງຜົນງານໃຫ້ໄດ້ຫຼາຍໃຫຍ່ຫຼວງກວ່າເກົ່າ ໂດຍສະເພາະ ແມ່ນສືບຕໍ່ປະຕິບັດໃຫ້ໄດ້ຕາມແຜນຍຸດທະສາດການສຶກສາ ແລະ ກິລາ ໃຫ້ສຳເລັດ, ມີຄຸນະພາບ ຕາມ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ ແລະ ກິລາ ເປັນຕົ້ນແມ່ນ ສອນດີ-ຮຽນເກັ່ງ, ຕ້ານປາກົດການຫຍໍ້ທໍ້ ແລະ ສ້າງສິ່ງແວດລ້ອມທີ່ດີໃນໂຮງຮຽນ, ສູນ, ສະຖາບັນການສຶກສາ ແລະ ກິລາ, ການສິດສອນຂອງຄູຕ້ອງຮັບປະກັນ 3 ລັກສະນະຄື: ລັກສະນະຊາດ, ລັກສະນະວິທະຍາສາດ-ທັນສະໄໝ ແລະ ລັກສະນະມະຫາຊົນ. ໂດຍແນ່ໃສ່ພັດທະນາການສອນ-ການຮຽນໃຫ້ໄດ້ຕາມ 5 ຫຼັກມູນ: ຄຸນສົມບັດສຶກສາ, ປັນຍາສຶກສາ, ພະລະສຶກສາ, ສິລະປະສຶກສາ, ແຮງງານສຶກສາ ແລະ ໄດ້ກ່າວໄຂສົກຮຽນໃໝ່ ສົກຮຽນ 2015-2016 ຂື້ນຢ່າງເປັນທາງການນັບແຕ່ມື້ນີ້ເປັນຕົ້ນໄປ.

11180329_1622260434691444_1775822239573472422_n

11217662_1622260214691466_888496956067758357_n

11227950_1622260388024782_8064089489752122645_n

11986965_1622260588024762_548549398841999575_n

11988738_1622260224691465_6017724453336406568_n

12002162_1622260701358084_205341869475162475_n

12002768_1622260338024787_7469076366867673557_n

12003300_1622261391358015_2447879031359900270_n

12004892_1622261531358001_617558000236886593_n

12004937_1622260491358105_1039543855908153138_n