ນະຄອນພະນົມ ປະເທດໄທ ອຸນຫະພູມ 9 ອົງສາ ພົບຜູ້ເສຍຊີວິດຍ້ອນໄພໜາວແລ້ວ 1 ຄົນ!

ສຳນັກຂ່າວ INN ຂອງໄທ ລາຍງານໃນວັນທີ 26 ມັງກອນນີ້ວ່າ ສະຖານີອຸຕຸນິຍົມວິທະຍາ ແຂວງນະຄອນພະນົມ ປະເທດໄທ ພົບອຸນຫະພູມທົ່ວແຂວງ ຕ່ຳສຸດສະເລ່ຍ 9 ອົງສາ ສົ່ງຜົນກະທົບຕໍ່ປະຊາຊົນ ໂດຍສະເພາະຜູ້ທີ່ອາໄສຢູ່ ຕາມແຄມແມ່ນ້ຳຂອງ ເນື່ອງຈາກມີລົມພັດແຮງ ເຮັດໃຫ້ປະຊາຊົນຕ້ອງໄດ້ດັງໄຟຝີງຕະຫລອດມື້.

ດ້ານສຳນັກງານສາທາລະນະສຸກ ແຂວງນະຄອນພະນົມ ກໍໄດ້ອອກເຕືອນປະຊາຊົນ ໃຫ້ຮັກສາສຸຂະພາບ ສ້າງຄວາມອົບອຸ່ນໃຫ້ແກ່ຮ່າງກາຍ ແລະ ໄດ້ຈັດສັນເຄື່ອງນຸ່ງຫົ່ມກັນໜາວ ເພື່ອແຈກໃຫ້ຜູ້ອາຍຸສູງ, ເດັກນ້ອຍ ແລະ ຄົນເຈັບ ໂດຍຫລ້າສຸດພົບຜູ້ເສຍຊີວິດ ຈາກອາກາດໜາວແລ້ວ 1 ຄົນ ເນື່ອງຈາກຮ່າງກາຍ ທົນຕໍ່ສະພາບອາກາດໜາວເຢັນບໍ່ໄຫວ.