ນະຄອນຫລວງ ເຂັ້ມງວດຕໍ່ລົດບັນທຸກໜັກ ​ເພື່ອ​ຫລຸດຜ່ອນອຸບັດ​ເຫດ ​ແລະ ​ຄວາມ​ເປິະ​ເປື້ອນຂອງ​ເສັ້ນທາງ

l7

 

ຂປລ. ​ໄລຍະ​ລະດູຝົນນີ້, ຂະແໜງຄຸ້ມຄອງການຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ

ນະຄອນຫລວງວຽງຈັນ ​ ເຂັ້ມ​ງວດ​ຕໍ່ບັນດາບໍລິສັດ, ສະມາຄົມຂົນສົ່ງ, ຜູ້ນຳໃຊ້ລົດຂົນສົ່ງທຸກ

ປະເພດ ໃຫ້​ປະຕິບັດ​ຕາມ​ກົດ​ລະບຽບ​ ໂດຍບໍ່​ໃຫ້ ລົດ​ບັນທຸກ​ໜັກ, ລົດ​ພວງ, ລົດ​ລາກສັນຈອນ​

ຕາມ​ທາງ 13 ​ເສັ້ນ​ໃນ​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ສະ​ເພາະ​ໃນ​ເວລາ​ເລັ່ງດ່ວນ ​ເພື່ອຫລຸດຜ່ອນ

ການແອອັດຂອງລົດໃນນະຄອນຫລວງ, ຫລຸດຜ່ອນການເກີດອຸບັດເຫດ ແລະ ຫລຸດຜ່ອນ

ຄວາມເປິະເປື້ອນຂອງເສັ້ນທາງ.

 
ທ່ານ ສີວອນ ຊັບທະວີ ຮອງຫົວໜ້າຂະແໜງຄຸ້້ມຄອງການຂົນສົ່ງ ນະຄອນຫລວງວຽງຈັນ

ໃຫ້ສຳພາດ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມານີ້ວ່າ: ສຳ​ລັບ ທາງ 13 ​ເສັ້ນ​ທີ່​ຫ້າມ​ລົດ​ບັນທຸກ​ໜັກ,

ລົດ​ພວງ, ລົດ​ລາກ ​ແລ່ນ​​ເຂົ້າ​ ໂດຍ​ສະ​ເພາະ​ໃນ​ຊົ່ວ​ໂມງ​ເລັ່ງດ່ວນ​ຄື​ເວລາ​ເຂົ້າ​ການ ​ແລະ ​

ເລີກ​ການ ​ຕອນ​ເ​ຊົ້າ​​ແຕ່ເວລາ 7.00-9.00 ​ໂມງ ​ແລະ ຕອນ​ແລງ​ເວລາ 16.00-18.00​ໂມງ

ມີ: ຖະໜົນ​ສຸພາ​ນຸວົງ, ເສດ​ຖາ​ທິລາດ, ເຈົ້າຟ້າງຸ່ມ ​ແລະ ​ແຄມ​ຂອງ, ລ້ານ​ຊ້າງ, ໜອງ​ບອນ,

23 ສິງຫາ, ດົງ​ປ່າ​ລານ, ມິດຕະພາບ​ລາວ-​ໄທ, ​ໂພນ​ຕ້ອງ-ດົງ​ໂດກ, ຫ້ວຍ​ຫົງ-ດົງ​ປ່າ​ແຫລບ, ​

ໄກສອນ​ພົມວິຫານ, ອາ​ຊຽນ ​ແລະ ຖະໜົນ​ສີ​ທອງ​. ສ່ວນລົດ​ຂົນ​ສົ່ງ​ສິນຄ້າ ປະ​ເພດ​ວັດ​ສະ​ດຸ

​ກໍ່ສ້າງ ​ເຂົ້າ​ຮ້ານ​ຄ້າ ຢູ່​ເຂດ​ເສັ້ນທາງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ຕ້ອງ​ໄດ້​ນຳ​ໃຊ້​ລົດ​ຂະໜາດ​ນ້ອຍ

ທີ່​ມີ​ນ້ຳໜັກ​ລວມ 7 ​ໂຕນ​ລົງ​ມາ, ການ​ປະຕິບັດ​ໂມງ​ເວລາ​ຄ່ຽນ​ຖ່າຍ​ສິນຄ້າ​ຕ້ອງ​ປະຕິບ​ັດ

ຕາມ​ດຳລັດ 188/ນຍ ຢ່າງ​ເຂັ້ມ​ງວດ ຖ້າ​ຫາກ​ຝ່າຝືນ​ຈະ​ຖືກ​ປັບ​​ໃໝ​ຄັ້ງ​ລະ 2 ​ແສນ​ກີບ.

 
ນອກຈາກນີ້, ການ​ຂົນ​ສົ່ງ​ຫີນ​ແຮ່-ຊາຍ ​ແລະ ດິນ​ປະ​ເພດ​ຕ່າງໆ, ຕ້ອງ​ມີ​ຜ້າ​ບັດ​ປົກ​ຫຸ້ມ​

ເປັນ​ຢ່າງ​ດີ​ທຸກ​ຄັ້ງ, ຖ້າ​ຜູ້ຂົນ​ສົ່ງ​ ຄົນ​ໃດໄດ້​ສ້າງ​ຄວາມ​ເປິະ​ເປື້ອນ​ໃສ່​ຖະໜົນ ຕ້ອງ​ເຮັດ​ການ​

ອະນາ​ໄມ​​ໂດຍ​ໄວ, ຖ້າ​ລະ​ເມີດ ຈະ​ຖືກ​ປັບ​​ໃໝ ຕາມ​ດຳລັດ 188/ນຍ ມາດຕາ 38 ວ່າ​ດ້ວຍ​ການ

​ສ້າງ​ຄວາມ​ເປິະ​ເປື້ອນ​ໃສ່​ຖະໜົນ​ຫົນທາງ 1 ​ແ​ສນກີບ​ຕໍ່​ຖ້ຽວ​ຕໍ່​ຄັນ, ພ້ອມ​ທັງ​ຮັບຜິດຊອບ​

ຄ່າ​ໃຊ້​ຈ່າຍ​ໃນ​ການ​ທຳ​ຄວາມ​ສະອາດ ຕາມ​ທາງ​ທີ່​ຕົນ​ເຮັດ​ໃຫ້​ເປິະ​ເປື້ອນນັ້ນ. ພ້ອມ​ດຽວ​ກັນ

ລົດ​ຂົນ​ສົ່ງ​ຫີນ​ແຮ່-ຊາຍ ​ແລະ ດິນ​ປະ​ເພດ​ຕ່າງໆ, ການ​ຖົມ​ດິນ ກ່ອນ​ຈະ​ເຂົ້າ​-ອອກ ຕົວ​ເມືອງ

​ແລະ ​ເຂົ້າ​ສູ່​ເ​ສັ້ນ​ທາງ​ໃຫຍ່ ຕ້ອງ​ໄດ້​ອະນາ​ໄມຕີ​ນລົດ​ທຸກ​ຄັ້ງ, ລວມ​ເຖິງ​ລົດ​ຍູ້​ດິນ, ລົດ​ໂມ້​ປູນ

ທີ່​ຮັບ​ໃຊ້​ການ​ກໍ່ສ້າງ. ຖ້າ​​ທາງ​ເຂົ້າ-ອອກ ຫລື ​ເສັ້ນທາງ​ໃກ້​ຄຽງ ຫາກ​ເປິະ​ເປື້ອນ ຕ້ອງ​ໄດ້​ລ້າງ

​ແລະ ​ເຮັດ​ອະນາ​ໄມ​ໂດຍ​ໄວ.

 
ທ່ານ ສີວ​ອນ ຊັບທະວີ ຍັງ​ກ່າວ​ຕື່ມ​ວ່າ: ​ໂດຍ​ພື້ນຖານ​ແມ່ນ​ປະຕິບັດ​ຕາມ​ແຈ້ງ​ການ​ຂອງ

ພະ​ແນກ ຍທຂ ນະຄອນຫລວງ​ວຽງ​ຈັນ​ເລກທີ 3857/ຍທຂ,ນວ, ​ ປັດຈຸ​ບັນ ພວກ​​ເຮົາ​ໄດ້

​ສຳ​ເລັດ​ການ​ຕິດ​ຕັ້ງ​ປ້າຍ​ຫ້າມ​ລົດ 10 ລໍ້​ເຂົ້າ​ໃນ​ຕົວ​ເມືອງ​ຢູ່​​ແຕ່ລະ​ເສັ້ນທາງ​ລວມ 30 ກວ່າ​

ປ້າຍ, ພ້ອມ​ນີ້ ຍັງ​ປະສານ​ສົມທົບ​ກັບ ພະແນກຕຳຫລວດຈະລາຈອນ ແລະ ເຈົ້າໜ້າທີ່ຕຳ

ຫລວດຈະລາຈອນໃນ 4 ຕົວເມືອງ ​ເພື່ອ​ເຄື່ອນ​ໄຫວ​ປະຊາສຳພັນ​ຢູ່ແຕ່ລະສາຍທາງ ລວມທັງ

​ຜູ້ປະກອບການຂົນສົ່ງ ໂດຍສະເພາະລົດຂົນສົ່ງ ດິນ-ຊາຍ ​ ​ເປັນ​ເວລາ 1 ​ເດືອນ ເພື່ອ​ແນະນຳ

ກົດ​ລະບຽບ​ໃນ​ການ​ສັນຈອນເຂົ້າໃນຕົວເມືອງ​, ຫລັງ​ຈາກ​ນັ້ນ ຈະ​ໄດ້ກຳນົດ​ວິທີ​ການປະຕິບັດ

ຮ່ວມກັນກັບຜູ້ປະກອບການຂົນສົ່ງ ​ໃນ​ການ​ມີສ່ວນຮັບຜິດຊອບ​ເມື່ອ​ລົດຂອງ​​ບໍລິສັດ​ເຂົ້າ​

ມາໃນຕົວເມືອງ, ລວມທັງ ດຳເນີນການປັບ​ໃໝ, ບັນທຶກສຶກສາອົບຮົມ ຕາມຂັ້ນ​ຕອນ​ຕໍ່​ໄປ.

 

ທ່ານຍັງຝາກ​ເຖິງຜູ້​ຂັບ​ຂີ່ ບໍ່​ວ່າ​ລົດ​ໜັກ ຫລື ລົດ​ເບົາ ​ໃຫ້​ມີ​ມາລະຍາດ ​ແລະ ​ເຄົາລົບ​ກົດ​ລະ

ບຽບ​ການ​ສັນຈອນ ​ລວມ​ເຖິງ ກົດ​ລະບຽບ​ຕ່າງໆ ທີ່​ເຈົ້າ​ໜ້າ​ທີ່​ໄດ້​ວາງ​ອອກ ​ເພື່ອ​ຫລີກ​ລ່ຽງ

ອຸບັດ​ເຫດ, ບໍ່​ກີດຂວາງ​ການ​ສັນຈອນ​, ທັງ​ເປັນ​ການ​ຮັກສາ​ເສັ້ນທາງ​ໃຫ້​ສະອາດ ​ແລະ ​ສາ

ມາດ​​ທຽວ​ໄດ້​ຍາວ​ນານ.

 

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ