ນັກກິລາທີມລວມດາວລາວພຣິເມຍລີກ ເຂົ້າສູນເຝິກຊ້ອມສຳລັບນັດບານເຕະການກຸສົນ

ຫລັງຈາກ ທ່ານ ບຸນລັບ ເຄນກິຕິສັກ, ຄູເຝິກໃຫຍ່ທີມລວມດາວ ລາວພຣີເມຍລີກ 2015 ຫລື LPL All Stars  ພ້ອມຄະນະຄູເຝິກໄດ້ຄັດເລືອກ ນັກກິລາເປັນທີ່ຮຽບຮ້ອຍແລ້ວກໍໄດ້ຕົກລົງເອົານັກກິລາ ທັງ 22 ຄົນເຂົ້າເຝິກຊ້ອມ ໃນວັນທີ 19 ມັງກອນນີ້ ທີ່ສະໜາມກິລາບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເພື່ອຮອງຮັບ ການແຂ່ງຂັນເຕະບານການກຸສົນກັບທີມ ບູຣີຣຳ ຢູໄນເຕັດ ແຊ໊ມໄທພຣີລີກ 2015.

ທ່ານ ບຸນລັບ ເຄນກິຕິສັກ ໄດ້ຄັດເລືອກເອົານັກກິລາທີ່ມີຜົນງານດີສຸດໃນການແຂ່ງຂັນເຕະບານລາວພຣີເມຍລີກ 2015 ທີ່ ຜ່ານມາຈຳນວນ 22 ຄົນ ເຂົ້າສູນເຝິກຊ້ອມທັງທາງດ້ານພະລະກຳລັງ  ແລະ ເຕັກນິກຕ່າງໆ ເພື່ອຮອງຮັບການແຂ່ງຂັນເຕະບານການກຸສົນທີ່ຈະມີຂຶ້ນໃນວັນທີ  31  ມັງກອນນີ້ ຢູ່ສະໜາມກິລາ ແຫ່ງຊາດ ຫລັກ16  ເຊິ່ງຈະພົບກັບ ທີມ ບູຣີຣຳຢູໄນເຕັດ ແຊ໊ມໄທພຣີເມຍລີກ 2015. ສຳລັບລາຍຊື່ນັກກິລາ 22 ຄົນ ປະກອບມີຜູ້ຮັກສາປະຕູ

  1. ທ້າວວັດທະນາ ແກ້ວດວງເດດ ສະໂມສອນລາວໂຕໂຢຕາ
  2. ທ້າວແສງອາທິດ ສົມວັງ ສະໂມສອນ ປກສ; ກອງຫລັງ
  3. ທ້າວທົດນິລາດ ສີບູນເຮືອງ ສະໂມ ສອນໄຟຟ້າລາວ
  4. ທ້າວສາຍຊົນ ຂຸນສຳນານ ສະໂມສອນລາວ ໂຕໂຢຕາ
  5. ທ້າວ ຄຳພູມີ  ຫານວິໄລ ສະໂມສອນ ເອັສເຮັສບີວຽງຈັນ
  6. ທ້າວມຸກດາ ສຸກສະຫວັດ ສະໂມສອນ ລາວໂຕໂຢຕາ
  7. ທ້າວ ໄຊນະຄອນວຽງ ພົມມະປັນຍາ ສະໂມສອນ ລາວໂຕໂຢຕາ
  8. ທ້າວ ແທ່ນທອງ ພອນເສດຖາ ສະໂມສອນ ລາວໂຕໂຢຕາ
  9. ທ້າວ TAKAHIRO SAITO ສະໂມສອນລາວໂຕໂຢຕາ ກອງກາງ
  10. ທ້າວ ພູທອນ ອິນນະໄລ ສະໂມສອນ ກອງທັບ
  11. ທ້າວ ພັດທະນາ ສີວິໄລ ສະໂມ ສອນລາວໂຕໂຢຕາ
  12. ທ້າວ ປະເສີດສັກ ສຸລິຍະວົງສະໂມສອນ ລາວໂຕໂຢຕາ
  13. ທ້າວ REN SHI YAMAGUSHI ສະໂມສອນ ລາວໂຕໂຢຕາ
  14. ທ້າວ ພຸດດາວີ ພົມມະສານ ສະໂມສອນ ລາວໂຕໂຢຕາ
  15. ທ້າວMar- celo Dasil Vareis ສະໂມສອນ  ໄຟຟ້າລາວ
  16. ທ້າວ ພິທັກ ກອງ ມາທິລາດ ສະໂມສອນກອງທັບ
  17. ທ້າວ ໄມຕີ ສີຫາລາດ ສະໂມສອນ ລາວໂຕໂຢຕາ
  18. ທ້າວ ITSUKI YAMADA ສະໂມ ສອນລາວໂຕໂຢຕາ
  19. ທ້າວ KA ZUO HOMMA  ສະໂມສອນ ລາວໂຕໂຍຕາ
  20. ທ້າວ ໂສພາ ໄຊຊະນະ ສະໂມສອນໄຟຟ້າລາວ
  21. ທ້າວ ສິດທິເດດ ຂັນທະວົງ ສະໂມສອນລາວໂຕໂຢຕາ
  22. ທ້າວ Oguwike Emeka Ikpathere ສະໂມສອນ ອິສເຕິນ ສະຕຣາ.

ການແຂ່ງຂັນດັ່ງກ່າວ ແມ່ນຫາ ລາຍໄດ້ໄປສົມທົບທຶນເພື່ອສ້າງຫໍພັກນັກຮຽນ ແກ່ບ້ານ ກິ່ວກະຈຳ ເມືອງໃໝ່ ແຂວງຜົ້ງສາລີ ແລະ ຈະທຳການແຂ່ງຂັນ ໃນເວລາ18:30 ໂມງຢູ່ ຂອງວັນທີ 31 ມັງ ກອນ ຢູ່ສະໜາມກິລາແຫ່ງຊາດ ຫລັກ 16. ສ່ວນປີ້ເຂົ້າຊົມແມ່ນສາມາດຊື້ໄດ້ທີ່ໜ້າງານໃນລາຄາ 30,000 ກີບ

M21.3

ທີ່ມາ: ຂປລ