ນັກຕົ້ມຕຸ໋ນຕົວອັນຕະລາຍ ອ້າງແລ່ນເອົາຄົນເຂົ້າລັດໄດ້ ຖືກຈັບດຳເນີນຄະດີ!

Faker

 

ໃນທ້າຍເດືອນເມສາຜ່ານມານີ້ ປກສ ນະຄອນຫຼວງວຽງຈັນ ສາມາດຈັບຕົວນັກຕົ້ມຕຸນຕົວອັນຕະລາຍຄື

ທ້າວ ວິໄລພອນ ທິບປະໄຊ ຢູ່ບ້ານໂພນທັນ ເມືອງໄຊເສດຖານະ ຄອນຫຼວງວຽງ ຈັນ ອາຍຸ 36 ປີ ມາດຳເນີນ

ຄະດີ ພາຍຫຼັງຜູ້ກ່ຽວໄດ້ເຄື່ອນໄຫວ ສໍ້ໂກງຫຼອກລວງເອົາເງີນປະຊາຊົນໂດຍການແອບອ້າງເປັນຄົນມີອິດທິ

ພົນຮູ້ຈັກກັບພະນັກງານສັງກັດລັດ ແລະ ສາມາດວິງເຕັ້ນເອົາເງີນນຳທະນາຄານ ແລະ ແລ່ນເອົາຄົນເຂົ້າເຮັດ

ວຽກນຳສັກນັກງານອົງການຂອງລັດໄດ້ ໂດຍມີຜູ້ຕົກເປັນເຫຍື່ອຖືກຫຼອກລວງມາແລ້ວຫຼາຍລາຍ ຈິ່ງໄດ້ເຂົ້າ

ມາແຈ້ງຕໍ່ເຈົ້າໜ້າທີ່ເພື່ອດຳເນີນຄະດີ.

 

ທ່ານ ພັນຕີ ເກດສະໜາ ພິຈິດ ຮອງຫົວໜ້າພະແນກສືບສວນ-ສອບສວນ ຄະດີອາຍານະຄອນຫຼວງວຽງຈັນ

ໃຫ້ຮູ້ວ່າ: ຜ່ານການສືບສວນ – ສອບສວນ ຜູ້ຕົ້ມຕຸ່ນລາຍນີ້ ສ່ວນຫຼາຍແມ່ນອາໄສການເຂົ້າເຮັດໃກ້ສິດຮັກ

ແພງກັບໝູ່ຄູ່ ແລ້ວຈະສວຍໃຊ້ຄວາມລຶ້ງເຄີຍດັ່ງກ່າວຫຼອກເອົາເງິນຢ່າງບໍ່ຮູ້ສຶກຕົວຄື: ກໍລະນີໜຶ່ງຊຶ່ງສາມາດ

ຕົວະເອົາເງິນຈາກຜູ້ເສຍຫາຍລາຍໜຶ່ງ ຫຼາຍເຖິງ 11 ຄັ້ງລວມູນຄ່າ 1,2 ລ້ານກວ່າບາດ, 37 ພັນໂດລາ ແລ້ວຫຼົບ

ໜີ ແລະ ຕົກມາຊ່ວງໄລຍະປີ 2013 ທ້າວ ວິໄລພອນ ໄດ້ຫຼອກລວງເອົາເງີນຂອງປະຊາຊົນອີກຫຼາຍລາຍ, ໂດຍໄດ້

ແອບອ້າງວ່າຕົນເອງເປັນພະນັກງານ ສາມາດແລ່ນເອົາຄົນເຂົ້າເຮັດວຽກຢູ່ໃນສຳນັກງານຂອງລັດແຕ່ຕ້ອງໄດ້

ຈ່າຍເງິນລ່ວງໜ້າກ່ອນ, ຊຶ່ງມີຜູ້ເສຍຫາຍ 4 ຄົນ ຕົກເປັນເງິນ 5 ແສນບາດ ກ່ອນຜູ້ເສຍຫາຍດັ່ງກ່າວຈະເຂົ້າ

ມາແຈ້ງຕໍ່ເຈົ້າໜ້າທີ່ເພື່ອຈັບຕົວມາດຳເນີນຄະດີ.

 

ເຈົ້າໜ້າທີ່ໃຫ້ທັດສະນະວ່າ: ສະພາບປະກົດການຫຍໍ້ທໍ້ໃນສັງຄົມນອກຈາກບັນຫາລັກຊັບ, ປຸ້ນຈີ້ຊີງຊັບທີ່ພົ້ນ

ເດັ່ນແລ້ວ, ຍັງມີສະພາບຕົວະຕົ້ມສໍ້ໂກງເກີດຂຶ້ນ ດ້ວຍຫຼາຍຮູບການຕ່າງໆ, ດັ່ງນັ້ນ ຈິ່ງເຕືອນມາຍັງສັງຄົມ

ຈົ່ງມີສະຕິໃນການປ້ອງກັນຕົນເອງ ແລະ ເປັນຕາຊ່ວຍເຈົ້າໜ້າທີ່ ເພື່ອສາມາດຕ້ານ ແລະ ສະກັດກັ້ນສິ່ງຫຍໍ້

ທໍ້ດັ່ງກ່າວໃຫ້ຫຼຸດຜ່ອນລົງ ເພື່ອສັງຄົມມີຄວາມສະຫງົບສຸກ.

 

ແຫຼ່ງຂ່າວ: ໜັງສືພິມລາວພັດທະນາ