ນັກລົງທຶນເຊັນສຳປະທານເຂດໜອງອໍ້ ເມືອງສີໂຄດຕະບອງ ຈະສ້າງເປັນແຫລ່ງທຸລະກິດແຫ່ງໃໝ່!

ພິທີ​ເຊັນ​ສັນຍາ​ວ່າ​ດ້ວຍ​ການສຳ​ປະທານ​ ໂຄງການ​ພັດທະນາເນື້ອທີ່​ດິນ​ໜອງ​ອໍ້ ເມືອງ​ສີ​ໂຄດຕະບອງ ນະຄອນຫຼວງ​ວຽງ​ຈັນ ລະຫວ່າງອົງການ​ປົກຄອງ​ນະຄອນ​ຫຼວງ​ວຽງ​ຈັນ ຕາງໜ້າ​ໂດຍພະ​ແນກ​ແຜນການ ແລະ ການລົງທຶນ ນະຄອນຫຼວງ​ວຽງ​ຈັນ ແລະ ບໍລິສັດ ພັດທະນາ​ອະ​ສັງຫາ​ລິ​ມາ​ຊັບ​ຫົວ​ມັງກອນ ຈຳກັດ ແລະ ບໍລິສັດ ໂອ​ໂຕ​ມາກ ຂາເຂົ້າ-ຂາ​ອອກ ຈຳກັດ​ຜູ້​ດຽວ ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 21 ມັງກອນ 2016 ຜ່ານ​ມາ ຢູ່​ທີ່​ໂຮງແຮມດອນ​ຈັນ​ພາ​ເລດ.

ເປັນ​ກຽດ​ຮ່ວມ​ລົງ​ນາມ​ໃນນຍາ​ຄັ້ງ​ນີ້ ​ມີ​ຂຶ້ນ​ລະຫວ່າງ​ທ່ານ ພູ​ຂົງ ບັນນະ​ວົງ ຫົວໜ້າ​ພະ​ແນກແຜນການ ແລະ ການ​ລົງທຶນ ນະຄອນຫຼວງ ແລະ ທ່ານ ກິງ ຈີ ຄັງ ອຳນວຍ​ການ​ບໍລິສັດ ພັດ​ທະນາ​ອະ​ສັງ​ຫາ​ລິ​ມາ​ຊັບຫົວ​ມັງກອນ ຈຳກັດ ເຊິ່ງ​ມີ​ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າຄອງ​ນະຄອນຫຼວງ ທ່ານ​ນາງ ພູ​ວຽງ ແກ້ວ​ວົງ​ວິຈິດ ເຈົ້າເມືອງສີ​ໂຄດ​ຕະບອງ ແລະ ພາກສ່ວນທີ່​ກ່ຽວຂ້ອງ​ ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ໂຄງການ​ດັ່ງກ່າວ ​ແມ່ນ​ໄດ້ຮັບ​ອະນຸຍາດ​ໃຫ້​ເຊັນ​ບົດ​ບັນທຶກຄວາມ​ເຂົ້າໃຈ ຫຼື MOU ເພື່ອ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ລົງທຶນ​ພັດທະນາ​ເຂດ​ດັ່ງກ່າວ​ ໃຫ້ກາຍເປັນ​ສະຖານທີ່​ທ່ອງ​ທ່ຽວ​ທຳມະ​ຊາດ ສູນ​ການ​ຄ້າ ຮ້ານ​ຄ້າປອດ​ພາສີ ອາ​ພັດ​ເມັນ ບ້ານ​ຈັດສັນ ໂຮງຮຽນ ໂຮງແຮມ ສູນ​ບັນເທິງ ແລະ ເປັນ​ບ່ອນ​ອອກກຳລັງກາຍ​ທົ່ວ​ໄປ​ໃນ​ຕົ້ນ​ປີ 2014 ຜ່ານການ​ລົງ​ເກັບ​ກຳ​ຂໍ້​ມູນ​ຕົວ​ຈິງ​ເຫັນວ່າ ​ໂຄງການມີ​ເນື້ອທີ່​ພັດທະນາທັງ​ໝົດ 24,2 ເຮັກຕາ ກວມ​ເອົາ 4 ບ້ານ​ຄື: ບ້ານ​ໂນນ​ແກ້ວ ບ້ານໂນນ​ສະຫວ່າງ ບ້ານ​ດ່ານ​ຄຳ ແລະ ບ້ານ​ເກົ້າ​ລ້ຽວ ໃນ​ນັ້ນ ໄດ້ຊົດ​ເຊີຍ​ທີ່​ດິນຜົນລະປູກ ແລະ ສິ່ງ​ປຸກ​ສ້າງ​ຂອງ​ປະຊາຊົນ ລວມມູນ​ຄ່າ 1,4 ຕື້​ກວ່າ​ກີບ ພາຍຫຼັງທີ່​ສຳເລັດ​ການ​ສຳ​ຫຼວດ​ເຫັນ​ວ່າ ໂຄງການ​ດັ່ງກ່າວ​ນີ້​ມີ​ປະ​ສິດທິພາບ ແລະ ປະ​ສິດທິ​ຜົນ​ຕໍ່​ການລົງທຶນ ຈຶ່ງ​ໄດ້​ເຊັນ​ສັນຍາ​ສຳ​ປະທານ​ໂຄງການ​ເປັນ​ໄລຍະເວລາ 70 ປີ ລວມ​ມູນ​ຄ່າ 50 ລ້ານ​ໂດລາ​ສະຫະລັດ ຫຼື ປະມານ 400 ຕື້ກີບ.

 

ແຫລ່ງຂ່າວ:

ວຈໝ