ນັກວິໄຈການແພດອ້າງ ຢາຕ້ານວັນນະໂລກຊະນິດໃໝ່ ຊ່ວຍຜູ້ປ່ວຍໂລກເອດສ໌

EyWwB5WU57MYnKOuFZkc6WbjW5CjaeNGqQQi4WWETJDLAzTfBW5mmz

 

ເວທີການປະຊຸມສາກົນ ວ່າດ້ວຍຄວາມພະຍາຍາມແກ້ບັນຫາ ແລະ ຮັກສາຜູ້ປ່ວຍພະຍາດເອດສ໌ ທີ່ອົດສະຕາລີ

ໄດ້ມີການນຳສະເໜີຜົນງານການວິໄຈທົດລອງຢາຊະນິດໃໝ່ ທີ່ຫວັງນຳໄປສູ່ການຮັກສາຜູ້ປ່ວຍພະຍາດເອດສ໌

ຢ່າງມີປະສິດທິພາບຫຼາຍຂຶ້ນ ໂດຍຕົວຢາຊະນິດໃໝ່ນີ້ ຖືກຮຽກວ່າ “PaMz” ເຊິ່ງໃຫ້ລິດສະກັດກັ້ນ ແລະ ຢັບຢັ້ງ

ຂ້າເຊື້ອແບັກທີເຣຍ ທີ່ເປັນສາເຫດຂອງວັນນະໂລກ ຫຼື ທີບີ ເຊິ່ງເປັນໂລກທີ່ກ່ຽວຂ້ອງກັບຜູ້ປ່ວຍພະຍາດເອດສ໌

ລຳດັບຕົ້ນໆ.

 

ເນື່ອງຈາກຜົນການທົດລອງໃຊ້ຢາ “PaMz” ຍັງຢູ່ໃນຂັ້ນທີ 2 ໂດຍມີການທົດລອງໃຊ້ກັບອາສາສະໝັກໃນອາຟຣິ

ກາໃຕ້ ຈຳນວນ 207 ຄົນ ເຊິ່ງຜົນປະກົດວ່າຜູ້ຕິດເຊື້ອເອດສ໌ 181 ລາຍ ຕອບສະໜອງກັບໂຕຢາດ້ວຍດີ ແລະ ອີກ

26 ລາຍ ເກີດການຕ້ານທານກັບຢາຫຼາຍຊະນິດ ເຊິ່ງໝາຍຄວາມວ່າ ລະບົບສ້າງພູມຄຸ້ມກັນຂອງຮ່າງກາຍເຮັດ

ວຽກລົ້ມເຫຼວ.

 

ລາຍງານການວິໄຈຕົວຢາດັ່ງກ່າວຍັງພົບອີກວ່າ ຜູ້ໄດ້ຮັບຢາ 71% ຈະປອດຈາກເຊື້ອແບັກທີເຣຍວັນນະໂລກໃນເວ

ລາ 2 ເດືອນ ຢູ່ໃນເກນມາດຕະຖານພໍໆກັບວິທີການຮັກສາແບບເກົ່າ ເຊິ່ງໃຊ້ເວລາກຳຈັດແບັກທີເຣຍວັນນະໂລກ

ດົນປະມານ 8 ອາທິດ ແຕ່ຄ່າໃຊ້ຈ່າຍພັດຖືກກ່ວາ ສົ່ງຜົນເຮັດໃຫ້ການຮັກສາຜູ້ປ່ວຍວັນນະໂລກ ຕິດເຊື້ອເອດສ໌

ໃຊ້ວລາດົນປະມານ 4-6 ເດືອນ ແທນທີ່ຈະເປັນແບບເກົ່າ ເຊິ່ງການຮັກສາຕ້ອງໃຊ້ເວລາຍາວນານເຖິງ 2 ປີ.

 

ຄະນະວິໄຈພັດທະນາຕົວຢາ “PaMz” ລະບຸວ່າ ຫາກໄດ້ຮັບທຶນດຳເນີນການເພີ່ມຕື່ມ ກໍຈະຜັກດັນໃຫ້ເກີດການທົດ

ລອງຕົວຢານີ້ຕໍ່ໄປເປັນຂັ້ນທີ 3 ໃຫ້ໄດ້ພາຍໃນສິ້ນປີນີ້.