ນັກສ່ຽງໂຊກມືນຕຶບ ກັບຜົນຫວຍມື້ນີ້

ເປັນໄປຕາມຂ່າວລື ພາຍຫຼັງທີ່ຜູ້ມັກສ່ຽງໂຊກ ດ້ວຍການຊື້ເລກລາຍງານເຂົ້າສູ່ທີມຂ່າວວ່າ ມື້ນີ້ ວັນທີ 30 ມິຖຸນາ 2015 ມີບາງສາຂາຂາຍເລກປິດການຂາຍເລກລີງ ແລະເລກນາກນ້ຳ ເຊິ່ງຜ່ານການກວດສອບຂອງທີມຂ່າວ ໃຫ້ຮູ້ວ່າເປັນຄວາມຈິງແທ້ໆ ໂດຍມີບາງສາຂາບໍ່ຂາຍເລກລີງກັບເລກນາກນ້ຳ ໂດຍມີການຂີດໝາຍໄວ້ຄ້າຍຄືຂາຍແລ້ວ ເຊິ່ງຜູ້ຂາຍເລກບອກກັບທີມຂ່າວວ່າ ມີຜູ້ເຂົ້າໄປເໝົາຊື້ເລກສັດ 2 ຊະນິດນີ້ຈົນໝົດ ຕັ້ງແຕ່ຢູ່ຫ້ອງການສາຂາຈຳໜ່າຍແລ້ວ.

ຫຼັງຈາກນັ້ນມາພຽງ 3 ຊົ່ວໂມງ ເລກໄດ້ອອກເລກ ນາກນ້ຳ (10) ແທ້ໆ ເຊິ່ງເປັນເຫດການທີ່ຄ້າຍຄືວ່າ ຄໍຫວຍທັງຫຼາຍລ່ວງຮູ້ຄວາມລັບວ່າ ເລກຈະອອກເລກຫຍັງໄວ້ລ່ວງໜ້າແລ້ວ ບັນຫານີ້ຄົງຈະເປັນທີ່ກ່າວຂານກັນ ຢ່າງໃຫຍ່ໃນສັງຄົມລາວອີກຂ່າວໜຶ່ງຢ່າງແນ່ນອນ ແລະຄົງຈະຕ້ອງລໍຖ້າການຖະແຫຼງຂ່າວ ຢ່າງເປັນທາງການຈາກໜ່ວຍງານ ຫວຍພັດທະນາເຖິງເຫດການດັ່ງກ່າວນີ້ ວ່າມັນເປັນເຫດບັງເອີນຫຼືຕັ້ງໃຈກັນແທ້.
11655174_1132289703451708_305638464_n

8956 11647200_851796251564129_1513020902_n

 

11692601_851814814895606_1840770915731867403_n

1 COMMENT

  1. ຮູ້ຢູ່ວ່າ ເຂົາໂກງໜ້າດ້ານໆ, ຄົນຊື້ກະຍັງດ້ານໆໆໆໆໄປຊື້ອີກ. ຢ່າໂທດເຈົ້າມືເດີ້, ພວກເຈົ້າຮັກພໍໃຈໄປຊື້ເອງ ແລະ ເຂົາກະຫຼອດລວງມາຕະຫຼອດ. ລອງ ພາກັນ ບໍ່ ໜ້າດ້ານໆໆໆ ໄປຊື້ ຈັກ 3 ເດືອນລຽນຕິດ ເບິ່ງ, ເຈົ້າມື ຄືສິຄິດຮອດໆໆໆໆໆ, ຈົນໄດ້ນົບຫາ ພຸ້ນລະ…..

Comments are closed.