ນັກຮຽນລາວສ້າງຊື່ສຽງ ຍາດຫຼຽນທອງ (ອັນດັບ 3) ຂອງໂລກ ການແຂ່ງຂັນວິຊາຟີຊິກສາດສາກົນ

ນາງ ສຸດທິ​ດາ ພິລາ​ວັນ, ນາງ​ ດວງ​ສອນ ນວນ​ນີວົງ ​ແລະ ທ້າວ ​ໂດ​ໂດ້ ລາຊະວົງ​ສິງ​ ​ເປັນ​ນັກຮຽນ​ເກັ່ງ

ສາມາດ​ຄວ້າ​ຫລຽນ​ທອງ​ລະດັບ​ຊັ້ນ​ມັດທະຍົມ, ຂະ​ແໜງ​ວິຊາ​ຟີ​ຊິກ​ສາດ ​ໃນ​ການ​ແຂ່ງຂັນ “ ໂຄງການ

​ປະດິດ​ຄິດ​ແຕ່ງ​ໄວ​ໜຸ່ມ​ສາກົນ 2014 ” ທີ່​ຈັດ​ຂື້ນ​ໃນ​ຕົ້ນ​ເດືອນ​ພຶດສະພາທີ່​ປະ​ເທດ​ຈໍ​ເຈຍ, ​ເຊິ່ງມີ​ນັກ

ຮຽນ​ເຂົ້າ​ຮ່ວມ​ແຂ່ງຂັນ​ທັງ​ໝົດ 36 ປະ​ເທດ​ທົ່ວ​​ໂລກ.

 

ນາງ ສຸດທິ​ດາ ພິລາ​ວັນ ນັກຮຽນ​ຫ້ອງ ມ.4 ໂຮງຮຽນ​ມັດທະຍົ​ມສຶກສາ​ສົມບູນອິດສ​ເຕີນສະຕາ ນະຄອນ

ຫລວງ​ວຽງ​ຈັນ ເປັນ​ໜຶ່ງ​ໃນ​ນັກຮຽນ​ເກັ່ງ​ທີ່​ເປ​ັນຕົວ​ແທນ​ໄປ​ຮ່ວມ​ການແຂ່ງຂັນ​ວິຊາ​ຟີ​ຊິກ​ສາດ​ຢູ່​ຈໍ​ເຈຍ

​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ທີ​ມພວກ​ເຮົາ​ໄດ້​ເລືອກ​ເອົາ​ຫົວ​ຂໍ້​ເຂົ້າ​ແຂ່ງຂັນ​ຄື “ ຮັກສາ​ພະ​ລັງງານ​ດ້ວຍ​

ແກ້ວ ” ຂະ​ແໜງ​ວິຊາ​ຟີ​ຊິກ​ສາດ ເປັນ​ການ​ຜະລິດ​ອຸປະກອນ​ເຮືອນ​ແກ້ວ​ໃສ່​ດອກ​​ໄຟ​ໜ້ອຍ ​ແຕ່​ໃຫ້​ມີ​

ແສງ​ສະຫວ່າງ​ຫລາຍ​ໄປ​ວາງສະ​ແດງ​ທີ່​ປະ​ເທດ​ຈໍ​ເຈຍ, ທາງ​ຄະນະ​ກຳມະການຈະ​ໃຫ້​ແຕ່ລະ​ທີມຜະລິດ​ອຸ

ປະກອນ​ຂອງ​ຕົນ​ໄປ​ວາງສະ​ແດງ​ທີ່​ພົວພັນ​ໃນ 4 ຂະ​ແໜງ​ວິຊາ​ຄື: ວິຊາ​ຟີ​ຊິກ​ສາດ, ເຄມີ​ສາດ, ຊີວະ​ສາດ

​ແລະ ຄະນິດສາດ ​ແລ້ວ​ໃຫ້​ແຕ່ລະ​ທີ​ມຂື້ນ​ໄປ​ອະທິບາຍ​ຕໍ່​ຫົວ​ຂໍ້​ຂອງ​ຕົນ​ທີ່​ສົ່​ງ​ເຂົ້າ​ແຂ່ງຂັນ. ໂດຍ​ທີມຂອງ​

ພວກ​ນ້ອງ​ສາມາດ​ຍອດ​ໄດ້​ທີ​ສາມ ​ໄດ້​ຮັບ​ຫລຽນ​ທອງ ​ໃນ​ຂະ​ແໜງ​ວິຊາ​ຟີ​ຊິກ​ສາດ ​ເຊິ່ງມັນ​ເປັນຄວາມ

ພາກພູມ​ໃຈ​ອັນ​ໜຶ່ງ​ທີ​່ສ້າງ​ຊື່​ສຽງ​ໃຫ້​ແກ່​ນັກຮຽນ​ລາວ​ຂອງ​ພວກ​ເຮົາ ​ທີ່​ໄປ​ແຂ່ງຂັນ​ໃນ​ຄັ້ງ​ນີ້.

 

ນາງ ສຸດທິ​ດາ ກ່າວ​ຕື່ມ​ວ່າ: ຜ່ານ​ມາ​ນ້ອງ​ກໍ​ໄດ້​ເຂົ້າ​ແຂ່ງຂັນ​ສອບ​ເສັງ​ນັກຮຽນ​ເກັ່ງ​ໃນ​ລະດັບ​ຊາດ​ສົກຮຽນ

2013-2014. ສຳລັບ​ຕົນ​ເອງ​ມາ​ເຖິງ​ຈຸດ​ນີ້​ໄດ້​ກໍ​ຍ້ອນ​ຄວາມ​ດຸ​ໝັ່ນ, ບຸກບືນ​ໃນ​ການ​ສຶກສາ​ຮ່ຳຮຽນສະ​ແຫວ​ງ

ຫາ​ຄວາມ​ຮູ້, ຕັ້ງ​ໃຈ​ຟັງ​ຄຳ​ອະທິບາຍ ​ແລະ ​ແກ້​ບົດ​ຝຶກ​ຫັດ​ທີ່​ອາຈານ​ມອບ​ໃຫ້, ອີກ​ດ້ານ​ໜຶ່ງ​ກໍ​ແມ່ນ​ໄດ້​ຮັບ​

ແຮງ​ຍູ້​ດັນ​ສະໜັບສະໜູນ​ຈາກ​ຄອບຄົວ.

 

ທ່ານ ສຸ​ກັນ ພິລາ​ວັນ ຜູ້ເປັນ​ພໍ່​ກ່າວ​ວ່າ: ຄອບຄົວ​ມີ​ລູກ​ສອງ​ຄົນ ຈາກ​ສະພາບ​ເງື່ອນ​ໄຂ​ຂອງ​ຄອບຄົວ​ທີ່​ເອື້ອ

​ອຳນວຍ, ພໍ່​ແມ່​ຈຶ່ງ​ໄດ້​ທຸ້ມ​ເທ​ເວລາ​ໃຫ້​ກັບ​ລູກ​ເຖິງ​​ວ່າ​ຈະ​ຫຍຸ້ງຍາກ​ວຽກ​ງານ​ ພຽງ​ໃດ​ກໍ​ຕາມການ​ສຶກສາ​ຂອງ

​ລູກ​ຕ້ອງ​ມາ​ກ່ອນ ແຕ່​ກໍ​ບໍ່​ໝາຍ​ຄວາມ​ວ່າ​ຕາມ​ໃຈ​ລູກ​ຈົນ​ລຶ້ງ​ເຄີຍ, ສ່ວນ​ຫລາຍ​ລ້ຽງ​ລູກ​ຈະ​ໃຊ້​ເຫດ ​ແລະ ຜົນ​

ເປັນ​ຫລັກ ​ໂດຍ​ໃຫ້​ຮຽນ​ຮູ້​ດ້ວຍ​ຕົນ​ເອງ ຜ່ານ​ການ​ແນະນຳ​ໃກ້ຊິດ ສ້າງ​ນິ​ໄສ​ໃຫ້​ເປັນ​ຕົວ​ຂອງ​ຕົວ​ເອງ ກ້າ​ຄິດ,

ກ້າ​ເຮັດ, ກ້າ​ສະ​ແດງ​ອອກ ຈົນ​ເຮັດ​ໃຫ້​ລູກ​ຮຽນ​ເກັ່ງ. ການ​ລ້ຽງ​ລູກ​ບໍ່​ແມ່ນ​ຈະ​ຕາມ​ໃຈ​ໝົດ​ທຸກ​ຢ່າງ ບາງ​ຄັ້ງ

​ກໍ​ມີ​ການ​ກຳນົດ​ກົດ​ລະບຽບ​ພາຍ​ໃນ​ຄອບຄົວ ​ສ້າງ​ໃຫ້​ມີ​ແຜນ​ໃນ​ການ​ດຳລົງ​ຊີວິດ​ປະຕິບັດຕາມ​ສິດ​ຂອບ​ເຂດ

​ຄວາມ​ຮັບຜິດຊອບ​ຂອງ​ແຕ່ລະ​ຄົນ, ​ແຕ່​ທັງ​ໝົດ​ເຫລົ່າ​ນັ້ນ​ກໍ​ຕ້ອງ​ມີ​ການ​ໃຫ້​ອະ​ໄພ​ເຊິ່ງກັນ ແລະ​ ກັນໃນ​ເມື່ອ​

ເຮັດ​ສິ່ງ​ຜິດ​ພາດກໍ​ໃຫ້​ໂອກາດ, ​ໃຫ້​ກຳລັງ​ໃຈ​ໃຫ້​ຄວາມ​ຮັກ​ຄວາມ​ອົບ​ອຸ່ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຈົນ​ກາຍ

​ເປັນ​ກຳ​ແພງ​ທີ່​ແໜ້ນ​ໜາ ນຳ​ມາ​ເຊິ່ງຄວາມ​ສຳ​ເລັດ​ອັນ​ຈົບງາມ​ຕາມ​ທີ່​ໄດ້​ຄາດ​ຫວັງ​ເອົາ​ໄວ້.

 

ຂອບໃຈບົດຂ່າວຈາກ: http://laophatthananews.blogspot.com/2014/07/blog-post_6.html