ນັກເທັນນິສລາວ ໄດ້ຮອງຊະນະເລີດ ເທັນນິສ ໂຕໂຢຕ້າ ດາວຮຸ່ງມຸ່ງສູ່ໂອແລມປິກ

ອາລິຍາ ວົງດາລາ
ອາລິຍາ ວົງດາລາ

ນາງ ອາລິຍາ ວົງດາລາ (ປູເປ້) ນັກເທັນນິສເຍົາວະຊົນລາວ ຈາກສະໂມສອນ ເທັນນິສນະຄອນຫລວງ ໄດ້ຂັນຮອງຊະນະເລີດ ການແຂ່ງຂັນເທັນນິສ ລາຍການ ໂຕໂຢຕ້າ ດາວຮຸ່ງມຸ່ງສູ່ໂອແລມປິກ ຮອບມາສເຕີ 2016 ທີ່ ບາງກອກ ປະເທດໄທເປັນເຈົ້າພາບ ເຊິ່ງມີຂຶ້ນໃນລະຫວ່າງວັນທີ 14-18 ມັງກອນ ຜ່ານມາ ທີ່ສະໜາມເທັນນິສ ການ ກິລາແຫ່ງປະເທດໄທ ເຂດຫົວໝາກ ບາງກອກ ປະເທດໄທ.

ການແຂ່ງຂັນດັ່ງກ່າວ ມີນັກກິລາລາວພຽງຄົນດຽວ ເຂົ້າຮ່ວມແຂ່ງຂັນຄື ນາງ ອາລິຍາ ວົງດາລາ ນັກກິລາເທັນນິສຍິງດ່ຽວຮຸ່ນອາຍຸບໍ່ເກີນ 10 ປີ ຈາກສະໂມສອນ ເທັນນິສນະຄອນຫລວງ ໂດຍຢູ່ກຸ່ມ D ທີ່ປະກອບມີ ນາງ ສະລາລີ ສີຈົງ (ຕົວແທນ ຈາກພາກໄຕ້ຂອງໄທ); ນາງ KEILI TESO (ຕົວແທນຈາກພາກກາງຂອງໄທ); ນາງ ມາຫຍາ ບຸນຍາອາລຸນເນດ (ຕົວແທນ ພາກກາງຂອງໄທ) ແລະ ນາງ ກັນຍາພັດ ແກ້ວງາມ (ຕົວແທນ ພາກກາງຂອງໄທ). ຜ່ານການແຂ່ງຂັນ ຜົນປະກົດວ່າ ຮອບແບ່ງກຸ່ມອາລິຍາ ວົງດາລາ ສາມາດຍາດໄດ້ອັນດັບ 1 ຂອງກຸ່ມ D ດ້ວຍການເອົາຊະນະ 4 ນັດລວດ ປະກອບມີ ເອົາຊະນະ ກັນຍາພັດ ແກ້ວງາມ 8-0 ຄະແນນ; ຊະນະ ມາຫຍາບຸນຍາອາລຸນເນດ 8-2 ຄະແນນ; ຊະນະ KEILI TESO 8-2 ຄະແນນ ແລະ ເອົາຊະນະ ສະລາລີ ສີຈົງ 8-3 ຄະແນນ ສົ່ງຜົນໃຫ້ ອາລິຍາ ວົງດາລາ ຜ່ານເຂົ້າໄປຫລິ້ນໃນຮອບຮອງຊະນະເລີດ ພົບກັບ ແຊ໋ມຂອງກຸ່ມ C ໄດ້ແກ່ນາງ ຊຸດຕິການ ຈັນຈະເລີນ (ຕົວແທນຈາກພາກເໜືອຂອງໄທ) ແລະ ກໍ່ສາມາດເອົາຊະນະໄປໄດ້ອີກ 8-1 ຄະແນນ. ຜ່ານເຂົ້າໄປຊີງຊະນະເລີດ ກັບ ແຊ໋ມຂອງກຸ່ມ A ນາງ ອັດສະລາພອນ ໂພສີ ແຕ່ປະກົດວ່າ ທັງ 2 ຄົນຕ້ອງໄດ້ແຂ່ງຂັນກັນຈົນເຖິງເກມທີ 12 ແລະ ອາລິຍາ ວົງດາລາ ເປັນຝ່າຍເສຍໄປ 5-8 ຄະແນນ ໄດ້ຮອງແຊ໋ມ ພ້ອມຮັບເງິນລາງວັນ ປະມານ 6.9 ແສນກີບ (3.000 ບາດ ສະກຸນເງິນໄທ).

ໂອກາດດັ່ງກ່າວ, ທ່ານ ພູເຂົາທອງ ພົມມະວົງ ຜູ້ຈັດການສະໂມສອນ ເທັນນິສນະຄອນ ຫລວງ ໄດ້ກ່າວວ່າ : ຈາກຜົນງານໃນຄັ້ງນີ້ ກ່ອນອື່ນທາງສະໂມສອນ ກິລາເທັນນິສນະຄອນຫລວງ ຂໍສະແດງຄວາມຂອບໃຈມາຍັງ ທາງທີມຄູເຝິກ ທ່ານ ອີຣິກ ປີແອຣັນ ແລະ ທ່ານ ເອກະລາດ ພອນປະເສີດ ທີ່ໄດ້ທຸ້ມເທທັງເຫື່ອແຮງ ແລະ ສະຕິປັນຍາໃນການເຝິກສອນໃຫ້ແກ່ ອາລິຍາ ວົງດາລາ ແລະ ຂໍຂອບໃຈ ມາຍັງທ່ານຜູ້ອຳນວຍການໂຮງຮຽນຊະນະພົນ ທີ່ ອາລິຍາ ວົງດາລາ ຮ່ຳຮຽນຢູ່ໃນປັດຈຸບັນນີ້ ທີ່ໄດ້ອຳນວຍຄວາມສະດວກໃຫ້ແກ່ນັກກິລາພວກເຮົາ ໄດ້ມີເວລາເຝິກຊ້ອມ ແລະ ໄປເຂົ້າຮ່ວມແຂ່ງຂັນຕະຫລອດໄລຍະເວລາທີ່ຜ່ານມາ.

ອາລິຍາ ວົງດາລາ
ອາລິຍາ ວົງດາລາ

ທີ່ມາ:ຂປລ