ນັກ​ທຸລະກິດ​ສາວອາຍຸ 25ປີ ຄວ້າ​ມົງ​ກຸດ​ ມິດ​ເຮ​ຕິ 2014

882198

         ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ນະຄອນ ປໍໂຕແປຣງ ປະເທດ​ເຮ​ຕິ ເມື່ອ​ວັນທີ່ 8ກັນຍາ ວ່າ ນ.ສ. ແຄ​ໂລ​ລິນ ເດດ​ເ​ສິ ສາວ ງາມ​ອາຍຸ 25 ປີ ຄວ້າ​ມົງ​ກຸດ​ມິດ​ເຮ​ຕິ 2014 (Miss Haiti 2014) ໄປ​ຄອງ​ພ້ອມ​ດ້ວຍ​ຕຳແໜ່ງ​ຂວັນໃຈ​ຊ່າງ​ພາບ ໃນ​ການ​ປະ​ກວດ​ຮອບ​ສຸດ​ທ້າຍ​ທີ່​ຈັດ​ຂຶ້ນທີ່ ສູນ​ປະ​ຊຸມ ​ຄາ​ລິ​ເບ ໃນ​ນະຄອນ ປໍໂຕແປຣງ ເມື່ອ​ຄ່ຳ​ຄືນ​ ວັນ​ອາທິດ​ທີ່​ຜ່ານມາ ດ້ວຍ​ບຸກຄະລິກ​ທີ່​ໂດດ​ເດັ່ນ ຮອຍ​ຍິ້ມ​ທີ່​ຈິງ​ໃຈ ເຮັດໃຫ້​ນາງ​ເປັນ​ຕົວ​​ສຳຄັນ​ຕັ້ງ​ແຕ່​ເລີ່ມ​ລາຍ​ການ ແລະ​ ເອົາ​ຊະນະ​ໃຈ​ກຳມະການ​ໄດ້ ໂດຍ​ຜູ້​ທີ່​ມາ​ຮ່ວມ​ຊົມ​ການ​ປະ​ກວດ​ປະມານ 400 ຄົນ ພ້ອມ​ໃຈ​ກັນ​ຕົບ​ມື​ໃຫ້​ກັບ​ການ​ຕອບ​ຄຳ​ຖາມ​ອັນ​​ສະຫລາດຫຼັກແຫຼມ​ຂອງ​ນາງ​ທີ່​ວ່າ “ຫລາຍກວ່າ​ຄວາມ​ງາມ​ພາຍນອກ ຜູ້ຍິງ​ ເຮ​ຕິ ​ຍັງ​ເຕັມ​ໄປ​ດ້ວຍ​ຄວາມ​ມຸ້ງ​ໝັ້ນ, ຄວາມ​ກ້າ​ຫານ ແລະ ​ຄວາມ​ສາມາດ​ໃນ​ການ​ປັບ​ປ່ຽນ​ຕົວ​ເອງ​ຕາມ​ຄວາມ​ເໝາະ​ສົມ​”ເດດ​ເ​ສິ ເປັນ​ນັກ​ຂຽນ​ອິດສະຫລະ ແລະ​ເປັນເຈົ້າ​ຂອງ​ຮ້ານ​ອາຫານ​ ນອກ​ຈາກ​ນີ້ ນາງ​ຍັງ​ໃຫ້​ການ​ສະໜັບສະໜູນ​ວຽກງານ​ສິລະປະ​ ແລະ​ຊ່ວຍເຫລືອ​ເດັກ​ນ້ອຍທຸກຍາກ ທັງ​ນີ້ ນາງ​ເປັນ 1ໃນ 2 ຂອງ​ຜູ້​ເຂົ້າ​ປະ​ກວດ​ທັງ​ໝົດ ທີ່​ມີ​ຊົງ​ຜົມສະກິນ​ເຮດ​ ສັ້ນ​ເກືອບ​ຕິດ​ໜັງ​ຫົວ ຊຶ່ງ​ເລື່ອງ​ຊົງ​ຜົມ​ຂອງ​ບັນດາ​ນາງ​ງາມ​ເປັນ​ເລື່ອງ​ທີ່​ມີ​ການ​ເວົ້າ​ເຖິງ​ຢ່າງ​ຫລາຍ​ໃນ​ສື່​ ແລະ ສັງຄົມ​ອອນ​ໄລ ໂດຍ​ມີ​ການ​ວິ​ພາກວິ​ຈານ​ຢ່າງ​ໜັກ​ເຖິງ​ຜູ້​ເຂົ້າ​ປະ​ກວດ​ບາງ​ຄົນ ທີ່​ເລືອກ​ໃຊ້​ວິທີ​ການ​ຕໍ່​ຜົມ​ ຫລື​ ຢືດ​ຜົມ ຫລາຍກວ່າ​ຈະ​ພາກພູມ​ໃຈ​ໃນ​ລັກສະນະ​ຜົມ​ທີ່​ເປັນ​ທຳມະຊາດ​ຂອງ​ຕົນ ຫລັງ ຈາກ​ນີ້ ເດດ​ເ​ສິ ​​ຈະ​ໄດ້​ສິດ​ເປັນ​ຕົວ​ແທນ​ປະເທດ​ເຂົ້າ​ຮ່ວມ​ການ​ປະ​ກວດ​ມິດເວິ 2014ຊຶ່ງ​ຈະ​ຈັດ​ຂຶ້ນ​ທີ່​ນະຄອນລອນ​ດອນ ປະເທດ​ອັງ​ກິດ ໃນ​ເດືອນທັນວານີ້.

882197

882199

882200