ນາຊາ ອອກແກ້ຂ່າວລື ໂລກຈະມືດ 6 ມື້ໃນເດືອນທັນວາ ບໍ່ມີມູນຄວາມຈິງ!

news02-1

 

ທົ່ວໂລກລື ໂລກຈະມືດ 6 ມື້ ໃນເດືອນທັນວາປີນີ້ ອົງການນາຊາ ຂອງສະຫະລັດ ອອກມາຖະແຫລງເປັນພຽງ

ຂ່າວລືລວງໂລກ.

 

ໃນວັນທີ 29 ຕຸລາຜ່ານມານີ້ ສຳນັກຂ່າວຕ່າງປະເທດ ໄດ້ລາຍງານວ່າ ອົງການນາຊາ (NASA) ໄດ້ອອກມາຖະ

ແຫລງແກ້ຂ່າວລືທີ່ຖືກຕີແຜ່ກັນຟົດສະໜັ່ນຢູ່ໃນທົ່ວໂລກໃນຂະນະນີ້ ວ່າໂລກຈະມືດຕໍ່ເນື່ອງກັນ 6 ມື້ ໃນ

ເດືອນທັນວານີ້ ຈາກອິດທິພົນຂອງພາຍຸສຸລິຍະ ແມ່ນເປັນຂ່າວທີ່ມາຈາກເວັບໄຊ Huzlers.com ເຊິ່ງເປັນ

ແຫລ່ງຂ່າວຈອມລວງຂາປະຈຳ ເຊິ່ງຢືນຢັນວ່າຂ່າວນີ້ແມ່ນບໍ່ມີມູນຄວາມຈິງ 100%.

 

ສຳລັບຂ່າວລືທີ່ປະກົດຂຶ້ນໃນເວັບໄຊດັ່ງກ່າວ ໄດ້ລະບຸເນື້ອໃນໄວ້ວ່າ ” ນາຊາຢືນຢັນວ່າ ໂລກຈະມືດຕິດຕໍ່ກັນ

ດົນເປັນເວລາ 6 ມື້ເພາະພາຍຸສຸລິຍະ ຈະເຮັດໃຫ້ຝຸ່ນ ແລະ ຂີ້ເຫຍື້ອອາວະກາດ ບົດບັງແສງຕາເວັນໄປ 90% ”

ໂດຍຕໍ່ມາອົງການນາຊາ ຂອງສະຫະລັດກໍໄດ້ອອກມາແກ້ຂ່າວ ເພື່ອບໍ່ໃຫ້ເກີດການເຂົ້າໃຈຜິດ.

 

ທັງນີ້ ສຳລັບເວັບໄຊ Huzlers.com ແມ່ນເປັນເວັບໄຊທີ່ສ້າງຂຶ້ນ ເພື່ອຈຸດປະສົງສ້າງຂ່າວລວງຂຶ້ນມາ ເພື່ອ

ຢອກຫລິ້ນສຳລັບການບັນເທີງເທົ່ານັ້ນ, ແຕ່ກໍດັນມີຄົນນຳເອົາຂໍ້ມູນຈາກເວັບດັ່ງກ່າວໄປເຜີຍແຜ່ໃຫ້ເປັນ

ເລື່ອງຈິງ ໂດຍກ່ອນໜ້ານີ້ເວັບໄຊດັ່ງກ່າວກໍເຄີຍສ້າງຂ່າວວ່າ ຄົນຄໍຫັກຕາຍຍ້ອນເຮັດ Ice Bucket Challe

-nge ມາແລ້ວເທື່ອໜຶ່ງ ຈົນສ້າງຄວາມສັບສົນໃນໂລກອອນລາຍມາແລ້ວຢ່າງກວ້າງຂວາງ ທັງທີ່ໃນຄວາມ

ຈິງ ແມ່ນເປັນພຽງການສ້າງຂ່າວລວງເພື່ອຄວາມບັນເທີງ ແລະ ບໍ່ມີມູນຄວາມຈິງແຕ່ປະການໃດ.