ນາຍົກລັດຖະມົນຕີອອກຖະແຫລງການສຸກເສີນລະດັບຊາດເພື່ອຕອບໂຕ້ການລະບາດຂອງພະຍາດໂປລີໂອ

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກຖະແຫລງການສະພາວະສຸກເສີນດ້ານສາທາລະນະສຸກລະດັບຊາດກ່ຽວກັບການລະບາດຂອງພະຍາດໂປລີໂອ ແລະ ແຜນການຈັດຕັ້ງການປະຕິບັດການຢອດຢາເພື່ອຕອບໂຕ້ຕໍ່ການລະບາດຂອງພະຍາດດັ່ງກ່າວ, ພາຍຫລັງມີການຢັ້ງຢືນທາງດ້ານວິທະຍາສາດວ່າມີກໍລະນີພະຍາດລ່ອຍແຫລວກະທັນຫັນຍ້ອນພະຍາດໂປລີໂອ 5 ກໍລະນີ, ໃນນັ້ນ 2 ກໍລະນີແມ່ນເສຍຊີວິດແລ້ວ, ຈາກສະພາບດັ່ງກ່າວຈຶ່ງກໍານົດໃຫ້ການລະບາດຂອງພະຍາດດັ່ງກ່າວໃນເວລານີ້ເປັນສະຖານະການສຸກເສີນດ້ານສາທາລະນະສຸກລະດັບຊາດ.
ຖະແຫລງການດັ່ງກ່າວລະບຸວ່າ: ໃຫ້ທຸກຂະແໜງການ, ພາກສ່ວນລັດ ແລະ ເອກະຊົນລວມທັງປະຊາຊົນບັນດາເຜົ່າໃນທົ່ວປະເທດ ຈົ່ງສຸມທຸກກໍາລັງຈັດຕັ້ງປະຕິບັດວັນຢອດຢາກັນພະຍາດໂປລີໂອໃຫ້ສໍາເລັດຜົນ, ນອກຈາກນີ້ໃຫ້ສຸມທຸກກໍາລັງໂດຍອີງໃສ່ຄໍາສັ່ງແນະນໍາຂອງນາຍົກລັດຖະມົນຕີ, ພ້ອມກັນນັ້ນກໍໃຫ້ຈັດຕັ້ງປະຕິບັດຫລັກການຕອບໂຕ້ຕາມລະບຽບການສາທາລະນະສຸກສາກົນໃນການຕອບໂຕ້ຕໍ່ການລະບາດຂອງພະຍາດດັ່ງກ່າວ, ຄຽງຄູ່ກັນນັ້ນກໍຊຸກຍູ້ໃຫ້ປະຊາຊົນທຸກຄົນຜູ້ທີ່ມີແຜນຈະ​ເດີນທາງໄປຕ່າງປະເທດໃນລະຫວ່າງປີ 2016 ຄວນໄດ້ຮັບການຢອດວັກແຊັງໂປລີໂອ ແລະ ມີໃບຢັ້ງຢືນຈາກແພດກ່ອນຈະອອກເດີນທາງ 1 ເດືອນ, ຊຸກຍູ້ໃຫ້ຊາວຕ່າງດ້າວທຸກຄົນທີ່ຈະເດີນທາງເຂົ້າມາເຮັດວຽກຫລືຈຸດປະສົງໃດກໍຕາມໃນ ສປປ ລາວ ​ໃນ​ໄລຍະ​ເວລາຫລາຍກວ່າ 1 ເດືອນຄວນໄດ້ຮັບການຢອດຢາໂປລີໂອໃຫ້ຄົບກ່ອນເດີນທາງເພື່ອສະກັດກັ້ນການແຜ່ລາມຂອງການລະບາດພະຍາດໂປລີໂອ ແລະ ເຮັດໃຫ້ຂະບວນຢອດຢາ ແລະ ສັກວັກແຊງກັນພະຍາດທີ່ຈະມີຂຶ້ນທັງໝົດ 3 ຮອບໃນທຸກບ້ານທົ່ວປະເທດໃຫ້ບັນລຸຕາມຈຸດປະສົງແລະລະດັບຄາດໝາຍ 100%.

ທີ່ມາ http://laophatthananews.blogspot.com