ນາຍົກເນັ້ນ! ໂຄງການສ້າງດາວທຽມດວງທຳອິດຂອງລາວ ໃຫ້ສຳເລັດທ້າຍປີນີ້!

20150317150233

ກອງ​ປະຊຸມ​ວຽກ​ງານ​ໄປສະນີ ໂທລະ​ຄົມ ແລະ ການ​ສື່ສານ ແລະ ກອງ​ປະຊຸມ​ເຕັກ​ໂນ​ໂລ​ຊີ​ສື່ສານ​ຂໍ້​ມູນ​ຂ່າວສານ ປະຈຳ​ປີ 2014 ໄດ້​ຈັດ​ຂຶ້ນ​ວັນ​ທີ 16-17 ມີນາ 2015 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ເປັນ​ປະທານ​ຂອງ​ທ່ານ ຫຽມ ພົມມະຈັນ ລັດຖະມົນຕີ​ວ່າການ ກະຊວງໄປສະນີ ໂທລະ​ຄົມມະນາ​ຄົມ ແລະ ການ​ສື່ສານ ເປັນກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ລັດຖະມົນຕີ​ຊ່ວຍ​ວ່າການ ທ່ານ​ຮອງ​ເຈົ້າແຂວງ ພະນັກ​ງານ-ລັດຖະກອນ​ອ້ອມ​ຂ້າງ ແລະ ບັນດາ​ຜູ້​ປະກອບ​ການ​ດ້ານໄປສະນີ ໂທລະ​ຄົມມະນາຄົມ.

ກອງ​ປະຊຸມ​ດັ່ງກ່າວ ​ໄດ້​ທົບທວນຄືນ​ຜົນສຳເລັດ​ໃນ​ການ​ປະຕິບັດ​ໜ້າທີ່ ​ຂອງ​ຂະແໜງການ​ໄປສະ​ນີ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ເປັນຕົ້ນ ໄດ້​ສຳເລັດການ​ປັບປຸງ​ນິຕິ​ກຳ​ອັນ​ເກົ່າ ແລະ ສ້າງ​ໃໝ່​ເພີ່ມ ເພື່ອ​ເປັນ​ເຄື່ອງມືອັນ​ສຳຄັນ​ ໃນ​ການຈັດຕັ້ງ​ປະຕິບັດວຽກ​ງານ​ໃຫ້​ເຂົ້າ​ສູ່​ລະບຽບ​ຫຼັກການ ໃນ​ນັ້ນ ໄດ້​ສຳເລັດ​ໃນ​ການປັບປຸງ​ກົດໝາຍ ​ວ່າ​ດ້ວຍ​ໂທລະຄົມມະນາຄົມ ແລະ ການ​ສື່ສານ ກົດໝາຍ​ວ່າ​ດ້ວຍ​ໄປສະນີ ດຳລັດວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ໃນ​ການພັດທະນາ ແລະ ຂະຫຍາຍ​ພື້ນຖານ​ເຕັກນິກ​ຂອງ​ລະບົບ​ໄອ​ຊີ​ທີ ໃນ​ນັ້ນ ລວມ​ມີ​ການ​ຄຸ້ມ​ຄອງ​ລະບົບ​ສູນ​ສື່ສານ ​ທາງ​ດ້ານ​ເຕັກ​ໂນໂລ​ຊີ​ສື່ສານຂໍ້​ມູນ​ຂ່າວສານ ການ​ຄຸ້ມ​ຄອງ​ຄື້ນ​ຄວາມ​ຖີ່ ການຄຸ້ມ​ຄອງ​ລະບົບ​ສາຍ​ສົ່ງ​ດ້ານ​ໂທລະ​ຄົມມະນາຄົມ (ສາຍ​ໄຍ​ແກ້ວ) ການ​ດຳເນີນ​ບັນດາ​ໂຄງການ​ດາວ​ທຽມ​ລາວ ເຊິ່ງ​ມີ 2 ໂຄງການ ໃນ​ນັ້ນ ມີ​ໂຄງການ​ດາວທຽມ​ລາວ​ຕຳແໜ່ງ​ວົງ​ຈອນ 126E ອົງສາ​ຕາເວັນ​ອອກ ຮ່ວມ​ທຶນລະຫວ່າງລັດຖະບານ​ລາວ​ຖື​ຮຸ້ນ 30% ບໍລິສັດ ລິນ​ຮາຍ​ຂອງ​ຈີນ ຖື​ຮຸ້ນ 70% ແລະ ໂຄງການດາວ​ທຽມ​ຕຳແໜ່ງ​ວົງ​ໂຄຈອນ 128,5 ອົງສາ​ຕາເວັນ​ອອກ ທີ່ເປັນ​ການ​ລົງທຶນ​ຂອງ​ລັດຖະບານລາວ 100% ມາ​ຮອດ​ປັດຈຸບັນ ໄດ້​ກໍ່ສ້າງ​ສຳເລັດ​ລະບົບ​ຄຸ້ມ​ຄອງພາກ​ພື້ນ​ດິນ​ປະມານ 65% ແລະ ລະບົບ​ພາກ​ອາ​ວະ​ກາດ ສຳເລັດ 20% ແລະ ໄດ້​ນຳ​ສົ່ງ​ພະນັກງານ​ໄປ​ເຝິກອົບຮົມ​ຢູ່ ​ສປ ຈີນ ຈຳນວນ 50 ຄົນ ເພື່ອ​ມາ​ບັນຊາລະບົບ​ເຕັກນິກ ແລະ ການ​ບໍ​ລິການ​ດາວ​ທຽມ ພ້ອມ​ນັ້ນ ໄດ້​ຊຸກຍູ້​ຜູ້​ປະກອບ​ການ​ໃນ​ຂະແໜງການ​ດັ່ງກ່າວ​ ໃນ​ການ​ຂະຫຍາຍເຄືອ​ຂ່າຍ​ໄປ​ສູ່​ຊົນນະບົດ ​ຕາມ​ທິດສາມ​ສ້າງ​ຂອງ​ລັດຖະບານ ສ້າງບຸກ​ຄະລາ​ກອນ​ໃຫ້​ມີ​ຄວາມ​ຮູ້ຄວາມ​ສາມາດ​ສູງ​ຂຶ້ນ ​ໃນ​ການຄຸ້ມ​ຄອງ ແລະ ນຳ​ໃຊ້ ອຸປະກອນ​ເອ​ເລັກ​ໂຕຣ​ນິກ​ທີ່​ທັນ​ສະໄໝ ນອກ​ນັ້ນ​ຍັງ​ໄດ້​ອອກ​ນິຕິ​ກຳ​ລຸ່ມ ກົດໝາຍ​ຫຼາຍ​ສະບັບ ເພື່ອ​ຄຸ້ມຄອງ​ລຸ່ມ​ກົດໝາຍ ຄຽງ​ຄູ່​ກັບ​ຜົນສຳເລັດ​ດັ່ງກ່າວ​ນັ້ນ ກໍ່​ຍັງ​ມີ​ຂໍ້​ຄົງຄ້າງ ແລະ ສິ່ງ​ທ້າ​ທາຍ ທີ່​ກະຊວງ​ດັ່ງກ່າວ​ ໄດ້​ເອົາ​ມາ​ເປັນ​ແຜນການ​ເພື່ອ​ສູ້​ຊົນ​ປະຕິບັດ​ໃຫ້​ສຳເລັດ​ໃນຕໍ່ໜ້າ.

ໃນ​ຕອນ​ທ້າຍ​ກອງ​ປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້​ໃຫ້​ກຽດໂອ້​ລົມ ແລະ ໃຫ້​ທິດ​ຊີ້​ນຳ ໃນການເຄື່ອນໄຫວ​ວຽກ​ງານໄອ​ຊີທີ ໃຫ້​ບັນລຸ​ຕາມ​ຄຳ​ຂວັນ “ຊຸກຍູ້​ການ​ນຳ​ໃຊ້​ໄອ​ຊີ​ທີ ໃນ​ທົ່ວ​ຂະແໜງ​ການ ແລະ ທົ່ວ​ສັງຄົມ ໃຫ້ເກີດ​ຜົນ​ປະໂຫຍດ​ສູງ ແລະ ປອດໄພ” ໂດຍ​ໄດ້​ເນັ້ນ​ໃຫ້​ຂະແໜງການ​ດັ່ງກ່າວ ​ບຸກ​ບືນ​ເດີນ​ໜ້າພັດທະນາ​ວຽກ​ງານ​ນີ້ ​ໃຫ້​ມີ​ປະສິດທິ​ພາບ​ທຽບ​ທັນ​ກັບ​ສາກົນ ປັບປຸງ​ຄືນ​ນະໂຍບາຍ​ແຫ່ງ​ຊາດ ດ້ານ​ໄອ​ຊີ​ທີ ແລະ ສ້າງ​ນະ​ໂຍບາຍ​ແຫ່ງ​ຊາດ​ດ້ານ​ການ​ສື່ສານຄວາມ​ໄວ​ສູງ ​ໃຫ້​ແທດເໝາະ​ກັບສະພາບ​ໃໝ່​ ເພື່ອ​ເປັນ​ທິດ​ໃຫ້​ແຕ່ລະ​ພາກສ່ວນ ​ຈັດ​ຕັ້ງ​ປະຕິບັດຕາມ​ລວງ​ດຽວ ແລະ ເປັນ​ເອກະພາບ ທັງ​ຕ້ອງ​ເລັ່ງ​ສ້າງ​ກົດໝາຍ ແລະ ນິຕິ​ກຳ​ລຸ່ມ​ກົດໝາຍ​ດ້ານໄອ​ຊີ​ທີ​ໃຫ້​ຄົບ​ຖ້ວນ ເພື່ອ​ຫັນ​ການຄຸ້ມ​ຄອງ​ລັດ​ດ້ານ​ໄປສະນີ ແລະ ໂທລະ​ຄົມມະນາຄົມ ດ້ວຍ​ກົດໝາຍ ໂດຍ​ສະເພາະແມ່ນ​ກົດໝາຍ​ຕ້ານ​ອາ​ຊະ​ຍາ​ກຳ​ທາງຄອມ​ພິວ​ເຕີ ແລະ ກົດໝາຍ​ໄອຊີ​ທີ ສືບຕໍ່​ເຜີຍແຜ່ ແລະ ສ້າງຄວາມ​ເຂົ້າໃຈ​ໃຫ້​ສັງຄົມ​ຕໍ່​ການນຳ​ໃຊ້​ສື່​ສັງຄົມ​ອອນ​ລາຍ ຢ່າງ​ມີຈັນ​ຍາ​ບັນ ມີ​ຄວາມ​ຮັບຜິດຊອບ ສົ່ງເສີມ​ການ​ນຳ​ໃຊ້​ທີ່​ດີ ມີ​ປະໂຫຍດ ແລະ ຈຳກັດ​ດ້ານ​ຫຍໍ້ທໍ້ຕ່າງໆ ແລະ ສືບຕໍ່​ຊີ້​ນຳ​ດັດສົມການ​ດຳເນີນ​ທຸລະ​ກິດ​ ຂອງ​ບັນດາວິ​ສາ​ຫະ​ກິດ​ທີ່​ຂຶ້ນ​ກັບ ເພື່ອ​ຍົກສູງ​ການ​ບໍລິການ​ທີ່​ມີ​ຄຸນະພາບ ທັນ​ສະໄໝ ມີ​ຜົນ​ກຳໄລ​ທີ່​ຖືກຕ້ອງ ແລະ ມີ​ຄວາມ​ສະເໝີພາບ​ພາຍໃຕ້​ກົດໝາຍ ເອົາໃຈໃສ່​ພັດ​ທະນາ​ບຸກ​ຄະລາ​ກອນ​ໃຫ້​ເປັນ​ລະບົບ ມີ​ທັງ​ຄຸນະພາບ ແລະ ປະລິມານ ເລັ່ງ​ປັບປຸງ​ສະ​ຖາ​ບັນ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ​ໃຫ້​ມີ​ຫຼັກສູດ​ການ​ຮຽນ​ການສອນ​ທີ່​ຄົບ​ຖ້ວນ​ສົມບູນ ສ້າງກອງ​ທຶນ​ໄອ​ຊີ​ທີ ແລະ ເລັ່ງ​ຈັດ​ຕັ້ງປະຕິບັດ​ໂຄງການ​ດາວ​ທຽມ​ດວງທຳ​ອິດ​ຂອງ​ລາວ​ ໃຫ້​ສາມາດ​ສົ່ງຂຶ້ນ​ວົງ​ໂຄຈອນ​ ຕາມ​ແຜນການ​ທີ່ກຳນົດ​ໄວ້ໃນ​ເດືອນ​ພະຈິກ 2015 ເພື່ອ​ເປັນ​ຂອງຂວັນ​ເອກ​ທະ​ນົງ​ໃຈໃຫ້​ແກ່​ປະຊາຊົນ ແລະ ປະເທດຊາດ ແລະ ເພື່ອ​ຄຳນັບ​ຮັບ​ຕ້ອນສອງ​ວັນ​ປະຫວັດສາດ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່