ນາຍົກ ຊີ້ແຈງບັນຫາການຕັດໄມ້ຊະຊາຍ ແຈ້ງທຸກພາກສ່ວນເປັນເຈົ້າການສະກັດກັ້ນ!

 

Capture23 (Small)
(ພາບປະກອບ)

 

ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ​ກໍ​ຄື​ປະ­ຈຸບັນ​ສະ­ພາບ​ການ​ລັກ­ລອບ​ຕັດ​ໄມ້​ທຳລາຍ​ປ່າ​ແບບ​ຊະ­ຊາຍ​ໃນ​ຂອບ​ເຂດ​

ທົ່ວປະ­ເທດ​ ຍັງ​ຄົງ​ສືບ­ຕໍ່​ມີ​ຢ່າງ​ຕໍ່​ເນື່ອງ ພ້ອມ​ເປັນ​ຂະ​ບວນ​ຫຼາຍ​ຂຶ້ນ ​ບັນ­ຫາ​ດັ່ງກ່າວ​ທ່ານ​ນາ­ຍົກ​ຊີ້​ແຈງ

​ຕໍ່​ກອງ​ປະ­ຊຸມສະ­ພາ​ວ່າ: ຍ້ອນ​ອຳ­ນາດ​ການ​ປົກ­ຄອງຂັ້ນ​ຮາກ​ຖານ​ຢູ່​ທ້ອງ­ຖິ່ນ ​ບໍ່​ມີ​ຄວາມ​ເຂັ້ມງວດ, ເດັດ

­ຂາດ​ໃນ​ການ​ຮ່ວມ​ກັນ​ສະກັດ​ກັ້ນ ແລະ ຕ້ານ ຂະ­ນະ​ທີ່​ການ­ຈັດ­ຕັ້ງບັນ­ດາ​ມາດ​ຕະ­ການ​ລົງ­ໂທດ​ຕໍ່​ຜູ້​ອອກ

ອະ­ນຸ­ຍາດ ​ຕັດ​ໄມ້​ຂັ້ນ​ແຂວງ ແລະ ເມືອງ ທີ່​ຂ້າມ​ກົດ­ໝາຍ​ກໍ​ຍັງ​ຍຸ​ຍານ​ເກີນ​ໄປ ​ຜູ້ກະ­ທຳ​ຜິດ​ຈິ່ງ​ບໍ່​ຢ້ານ​ເກງ

​ ຕໍ່​ລະ­ບຽບ​ກົດໝາຍ​ບ້ານ​ເມືອງ.

ສະ­ພາບ​ການ​ລັກ­ລອບ​ຕັດ​ໄມ້​ແບບຊະ­ຊາຍ ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ຂະ­ນະນີ້ ​ໄດ້ກາຍ­ເປັນ​ໜຶ່ງ​ໃນ​ປະ­

ເດັນ​ທີ່​ສະ­ມາ­ຊິກສະ­ພາ​ແຫ່ງ​ຊາດ​ໃຫ້​ຄວາມ​ສົນ­ໃຈ​ ຖາມ​ເຈາະ​ຈີ້ມ​ໃນ​ໂອ­ກາດ​ທີ່ ທ່ານ ທອງ​ສິງ ທຳ​ມະ​ວົງ

ນາ­ຍົກ­ລັດ­ຖະ­ມົນ­ຕີ ຂຶ້ນ​ຊີ້ແຈງ​ເພີ່ມ​ເຕີມ​ ຕໍ່​ກັບ​ຈັດ​ຕັ້ງ​ປະ­ຕິ­ບັດແຜນ​ພັດ­ທະ­ນາ​ເສດ­ຖະກິດŒສັງ­ຄົມ

ແລະ ແຜນ​ງົບ­ປະ­ມານ​ແຫ່ງ​ລັດ​ສົກ​ປີ 2013Œ – 2014 ແລະ ທິດ​ທາງ​ສົກ​ປີ 2014 – Œ2015 ຕໍ່​ກອງ​ປະ­ຊຸມ​ສະ

­ພາແຫ່ງຊາດ ເມື່ອ​ວັນ​ທີ 8 ກໍ­ລະ­ກົດ​ຜ່ານ​ມາ.

ແນວ­ໃດ​ກໍ່​ດີ ບັນ­ຫາ​ນີ້​ທ່ານ​ນາ­ຍົກລັດ­ຖະ­ມົນ­ຕີ​ໃຫ້­ການ​ເປີດ­ເຜີຍ​ວ່າ: ສະ­ພາບ​ດັ່ງ­ກ່າວ​ກຳ­ລັງ​ກາຍ­ເປັນ​

ບັນ­ຫາ​ທີ່ເຄັ່ງ­ຮ້ອນ​ຢູ່​ປະ­ເທດ​ເຮົາ ໃນ​ຂະນະ​ນີ້ ແລະ ຜ່ານ​ມາ​ລັດ­ຖະ­ບານ​ກໍ​ເຫັນ​ວ່າ​ເປັນບັນ­ຫາ​ອັນ​ໜັກ­

ໜ່ວງ ພ້ອມ​ມີ​ນະ­ໂຍ­ບາຍກຳ­ນົດ​ໃຫ້​ຕັດ​ໄມ້​ໄດ້​ສະ­ເພາະ​ເຂດ​ທີ່​ກໍ່ສ້າງ​ເຂື່ອນ​ໄຟ­ຟ້າ, ແລວ​ການ​ກໍ່­ສ້າງເສັ້ນ

­ທາງ, ແລວ​ສາຍ​ສົ່ງ​ໄຟ­ຟ້າ ແລະ ຈຸດ ຫຼື ບໍ­ລິ­ເວນທີ່​ຈະ​ຂຸດ​ຄົ້ນ​ແຮ່​ທາດ ໂດຍ​ລັດ­ຖະ­ບານອະ­ນຸ­ຍາດ​ໃຫ້​ຕັດ

​ກໍ​ມີ​ພຽງ​ແຕ່​ຈຸດ​ທີ່​ກຳນົດ​ໄວ້​ເທົ່າ​ນັ້ນ.

ສຳ­ລັບ​ຂະ​ບວນ​ການ​ລັກ​ຕັດ​ໄມ້​ແບບຊະ­ຊາຍ ແລະ ຂົນ​ໄມ້​ອອກ​ຕ່າງ­ປະ­ເທດຢ່າງ​ຫຼວງ­ຫຼາຍ ທ່ານ ທອງ​ສິງ

ທຳ​ມະ​ວົງ ລະ­ບຸ​ວ່າ: ສິ່ງ​ດັ່ງ­ກ່າວ​ແມ່ນ​ຄວາມ​ຕື່ນ​ຕົວຮັບ­ຜິດ­ຊອບ​ຂອງ​ທົ່ວ​ສັງ­ຄົມ ຊຶ່ງ​ປະ­ຈຸ​ບັນໄດ້​ມີ​ນັກ­ທຸ­ລະ

­ກິດ​ຢູ່​ພາຍ​ໃນ ແລະ ຕ່າງ​ປະເທດ​ຈຳ­ນວນ​ໜຶ່ງ​ນຳ​ເອົາ​ເງິນ​ໄປ​ຊື້​ຈ້າງປະຊາ­ຊົນ​ຕັດ​ໄມ້​ ແລ້ວ​ຮັບ​ຊື້​ຜ່ານ​ສາ­ຂາ

ຮັບ​ຊື້​ຢູ່​ແຕ່​ລະ​ແຂວງ ແລະ ມີ​ສາ­ຂາ​ໂຮງເລື່ອຍ​ຢູ່​ປະ­ຈຳ​ແຕ່​ລະ​ກຸ່ມ​ບ້ານ​ ເປັນ­ຕົ້ນແມ່ນ​ໄມ້​ທີ່​ມີ​ລາ­ຄາ​ສູງ,

ໄມ້​ຫວງ​ຫ້າມປະ­ເພດ​ໄມ້​ຂະ​ຍູງ, ໄມ້​ດູ່, ໄມ້​ປະ­ດົງ ແລະ ໄມ້​ຕ່າງໆ​ທີ່​ຍັງ​ເຫຼືອ​ໜ້ອຍ​ລົງ​ແຕ່​ລະ​ມື້.

ສະ­ນັ້ນ​ຢາກ​ສະ­ກັດ​ກັ້ນ ແລະ ຢຸດ­ຕິ​ບັນຫາ​ນີ້​ໄດ້​ທ່ານ​ນາ­ຍົກ​ມີ​ຄຳ​ເຫັນ​ວ່າ: ລະບົບ​ການ­ເມືອງ​ຢູ່​ຮາກ​ຖານ

​ຕ້ອງ​ເຂັ້ມ­ແຂງ ແລະ ເອ­ກະ​ພາບ ໃນ​ນັ້ນເປັນ​ຫຼັກ​ແລ້ວແມ່ນ​ລັດ­ຖະ­ບານ ​ຈາກ​ນັ້ນ​ກໍ​ແມ່ນ​ອົງການ​ປົກ

­ຄອງ​ທ້ອງ­ຖິ່ນ​ຕ້ອງ​ເຂັ້ມ​ງວດ ເພາະ​ທ້ອງ­ຖິ່ນ​ເປັນ​ຜູ້​ຄຸ້ມ​ຄອງ​ເຂດ​ນ້ຳແດນ​ດິນ ຖ້າ​ບໍ່​ມີ​ຄວາມ​ເປັນ​ເຈົ້າ​

ການແລ້ວ​ການ​ແກ້​ໄຂ​ກໍ່​ຈະ​ເປັນ​ໄປ​ໄດ້​ຍາກ ແລະ ຈະ​ເຮັດ​ແນວ­ໃດເພື່ອ​ຮ່ວມ​ກັນ​ແກ້ໄຂ ແລະ ປັບ­ປຸງ​ອຳ

­ນາດ​ການ​ປົກ­ຄອງທ້ອງຖິ່ນ, ກອງ​ຫຼອນ, ປກສ ບ້ານ ​ເພາະຢູ່​ຂັ້ນ​ດັ່ງ­ກ່າວ​ແມ່ນ​ຈະ​ຮູ້​ການ​ເຄື່ອນໄຫວ​ຂອງ

ປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ຂອງຕົນ​ເອງ​ໝົດ ຖ້າ​ຈຸດ​ນີ້​ເຮັດ​ວຽກ​ບໍ່​ໄດ້​ຈະບໍ່​ສາ­ມາດ​ຄຸ້ມ​ຄອງ​ໄດ້​ຢ່າງ​ແນ່­ນອນ.

ຜ່ານ​ມາ​ລັດ­ຖະ­ບານ​ໄດ້​ຢຸດ­ຕິ​ການ​ຂະຫຍາຍ​ໂຮງ​ເລື່ອຍ ແຕ່​ກໍ​ຍັງ​ມີ​ເກີດ​ຂຶ້ນ​ຢູ່ຕໍ່​ບັນ­ຫາ​ນີ້​ແມ່ນ​ຍ້ອນ​ອຳ­

ນາດ​ການ​ປົກຄອງ​ຢູ່​ບາງ​ຂັ້ນ ແລະ ບາງ​ຂະແໜງ​ບໍ່​ເຂົ້າໃຈ ​ແລ້ວ​ໃຫ້­ການ​ອະ­ນຸ­ຍາດ​ທີ່​ເຈົ້າ​ໜ້າ­ທີ່ກ່ຽວ­ຂ້ອງ​

ຈະ​ຕ້ອງ​ໄດ້​ພ້ອມ​ກັນ​ແກ້​ໄຂ​ໄປພ້ອມໆ​ກັບ​ການ​ສະ­ກັດ​ກັ້ນ ແລະ ຕ້ານການ​ລັກ­ລອບ​ຕັດ​ໄມ້​ທຳ­ລາຍ​ປ່າ​

ແບບ​ຊະຊາຍ​ບັນ­ຫາ​ນີ້​ຈິ່ງ​ຈະ​ຕົກ​ໄປ.

ແຫ່ຼງຂ່າວ: ໜັງສືພິມເສດຖະກິດ – ສັງຄົມ