ນາໂຕ້ປະກາດກຽມພ້ອມສູ້ຮົບ ຫາກຖືກຣັດເຊຍຮຸກຮານກ່ອນ

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກັນຍານີ້ວ່າ ທ່ານ ອັນເຕີສະຟ໊ອກ ຣາມຸສເຊນ ເລຂາທິການອົງການ

ສົນທິສັນຍາປ້ອງກັນແອັດແລນຕິກເໜືອ ຫຼື ນາໂຕ້ ໄດ້ຖະແຫຼງວ່າ ນາໂຕ້ ເຊິ່ງເຄີຍລະບຸວ່າມີທະຫານຣັດເຊຍປະ

ມານ 1 ພັນຄົນຢູ່ໃນອູແກຣນນັ້ນ ຈະໄດ້ຜ່ານການປຶກສາຫາລື ເພື່ອຄວາມເປັນເອກະພາບກັນ ກ່ຽວກັບກອງກຳ

ລັງຕອບໂຕ້ເຄື່ອນທີ່ໄວ ເຊິ່ງມີທະຫານຫຼາຍພັນຄົນ ເພື່ອປົກປ້ອງສະມາຊິກໃນເອີລົບຕາເວັນອອກ ຕໍ່ກັບຄວາມ

ເປັນໄປໄດ້ ທີ່ຈະຖືກຣັດເຊຍຮຸກຮານ ໂດຍກອງກຳລັງຊຸດດັ່ງກ່າວ ຈະສາມາດເຂົ້າປະຈຳການໄດ້ພາຍໃນ 48 ຊົ່ວໂມງ

ເຊິ່ງມາດຕະການໃໝ່ນີ້ ຈະໄດ້ຜ່ານການລົງມະຕິເພື່ອເຫັນດີຢູ່ໃນກອງປະຊຸມສຸດຍອດຜູ້ນຳນາໂຕ້ ທີ່ຈະໄດ້ຈັດຂຶ້ນ

ພາຍໃນອາທິດນີ້ ໂດຍມາດຕະການດັ່ງກ່າວຈະມີຂຶ້ນ ຫຼັງຈາກສະມາຊິກນາໂຕ້ໃນເອີລົບຕາເວັນອອກ ແລະ ທະເລ

ບອນຕິກ ໄດ້ສະແດງຄວາມວິຕົກໃນກໍລະນີຖືກຮຸກຮານຈາກຣັດເຊຍ ຫຼັງຈາກເກີດວິກິດການຢູ່ໃນອູແກຣນ.

 

ທ່ານ ຣາມຸສເຊນ ຍັງໄດ້ກ່າວອີກວ່າ ອຸປະກອນ ແລະ ໜ່ວຍບຳລຸງກອງທັບຈະຖືກຈັດກຽມໄວ້ລ່ວງໜ້າ ຢູ່ໃນປະເທດ

ສະມາຊິກເອີລົບຕາເວັນອອກ ເຊິ່ງເປັນສ່ວນໜຶ່ງຂອງແຜນການກຽມພ້ອມປະຕິບັດການ ເຊິ່ງຈະເຮັດໃຫ້ສາມາດ

ນຳເອົາກອງກຳລັງເຂົ້າປະຈຳການໄດ້ຢ່າງວ່ອງໄວ.