ນ້ຳຖ້ວມຜ່ານມາ ເຮັດໃຫ້ເນື້ອທີ່ກະສິກຳ ແລະ ສັດລ້ຽງຖືກເສຍຫາຍເປັນຈຳນວນຫຼາຍ

 

ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ ຕະຫຼອດ 1 ເດືອນຜ່ານມາ ໄດ້ເກີດມີສະພາບຝົນຕົກຕໍ່ເນື່ອງຫຼາຍວັນເຮັດໃຫ້

ເກີດນ້ຳຖ້ວມຂັງໃນລາຍພື້ນທີ່ຢູ່ຫຼາຍແຂວງເຊັ່ນ: ສາລະວັນ, ຈຳປາສັກ, ຄຳມ່ວນ ໄດ້ເຮັດໃຫ້ເນື່ອທີ່ກະສິກຳ ແລະ

ລັດລ້ຽງຈຳນວນໜຶ່ງໃນບາງແຂວງຖືກຜົນກະທົບ ແລະ ເສຍຫາຍຄື: ເນື້ອທີ່ນາ ໄດ້ຮັບຜົນກະທົບທັງໝົດປະມານ

36.216 ເຮັກຕາ ແລະ ເສຍຫາຍປະມານ 9.760 ເຮັກຕາ, ເນື່ອທີ່ດິນເຊາະເຈື່ອນ 11,6 ເຮັກຕາ, ເນື່ອທີ່ສວນຖືກຜົນ

ກະທົບ 1.366 ເຮັກຕາ ແລະ ເສຍຫານປະມານ 1.00 ກວ່າເຮັກຕາ, ສັດລ້ຽງເສຍຫາຍຈຳນວນໜຶ່ງຄື: ງົວ, ຄວາຍ 4

ໂຕ, ໝູ 38 ໂຕ ແລ ສັດປີກ 500 ກວ່າໂຕ, ໜອງປາຖືກຜົນກະທົບ 343 ໜອງ, ລະບົບຊົນລະປະທານເສຍຫາຍ 5

ແຫ່ງ, ຕໍ່ບັນຫາດັ່ງກ່າວ ທາງຂະແໜງກະຊິກຳ ແລະ ປ່າໄມ້ ກໍໄດ້ລົງສົມທົບກັບອຳນາດການປົກຄອງທ້ອງຖິ່ນ ເຂດ

ທີ່ໄດ້ຜົນກະທົບເພື່ອຊ່ວຍເຫຼືອເກັບກູ້ ແລະ ຟື້ນຟູການຜະລິດຄືນໃໝ່ໃຫ້ທ່ວງທັນລະດູການ.

 

ແຫຼ່ງຂ່າວ: ລາວພັດທະນາ