ນ້ຳໝາກພ້າວ ເຄື່ອງດື່ມມະຫັດສະຈັນ

151

  1. ນໍ້າໝາກ​ພ້າວ​ອ່ອນ ​ມີ​ຄຸນຄ່າ​ທາງ​ໂພສະ​ນາ​ການ​ສູງ ເພາະ​ອຸດົມ​ໄປ​ດ້ວຍ​ແຮ່ທາດ​ຫລາກ​ຫລາຍ​ຊະນິດ ແຄ​ຊຽມ ໂພ​ແທດ​ຊຽມ ແມກ​ນີ​ເຊຍ ວິ​ຕາ​ມິນ​ຊີ ບີ 2 ບີ 5 ແລະ​ບີ 6 ກົດ​ໂຟ​ລິກ ແລະ​ ກົດ​ອະ​ມິ​ໂນ
  2. ຊ່ວຍ​ຊະ​ລໍ​ອາການ​ ອັນ​ໄຊ​ເມີ
    3. ຮ່າງກາຍ​ສາມາດ​ດູດ​ຊຶມ​ ກູ​ໂຄດ ​ຈາກ​ນ້ຳ​ໝາກພ້າວ​ໄປ​ໃຊ້​ໄດ້​ຢ່າງ​ວ່ອງໄວ ເຮັດໃຫ້​ຮ່າງກາຍ​ສົດ​ຊື່ນ ດັ່ງ​ນັ້ນ​ ນ້ຳ​ໝາກ​ພ້າວ​ຈຶ່ງ​ເປັນ​ຕົວ​ເລືອກ​ທີ່​ດີ​ສຳລັບ​ຄົົນທີ່​ມັກ​ດື່ມ​ນ້ຳ​ອັດ​ລົມ​
    4. ມີ​ຮໍ​ໂມນ ​ເອດ​ໂຕ​ເຈນ ຊ່ວຍ​ເສີມ​ການສ້າງ​ຄໍ​ລາ​ເຈນ ​ແລະ ​ອີ​ລາ​ສຕິນ ຊ່ວຍ​ ຊະ​ລໍ​​ຮອຍ​ກ່ອນ​ໄວ​ອັນ​ຄວນ ຊ່ວຍ​ກະຕຸ້ນ​ການ​ຈະເລີນ​ເຕີບໂຕ ​ແລະ ​ແບ່ງ​ເຊລໄດ້ດີ
    5. ມີ​ລິດ​ຂັບ​ຍ່ຽວ ຂັບ​ຂອງ​ເສຍ ແລະ ​ສານ​ພິດ​ອອກຈາກ​ຮ່າງກາຍ ເຮັດໃຫ້​ຜິວ​ພັນ​ສົດ​ໃສ
    6. ມີ​ປະລິມານ​ເກືອ​ແຮ່​ທີ່​ຈຳ​ເປັນ​ສູງ ຊ່ວຍ​ບັນ​ເທົາ​ຄວາມ​ອ່ອນ​ເພຍ​ຈາກ​ອາການ​ຖອກທ້ອງ​​ໄດ້ ດັ່ງ​ນັ້ນ​ຫລັງ​ຈາກ​ເສຍ​ເຫື່ອ ເສຍ​ນ້ຳ ແລະ ​ເສຍ​ເກືອ​ແຮ່​ແລ້ວ ຈຶ່ງ​ຄວນ​ເຕີ່ມ​ພະລັງ​ດ້ວຍ​ການ​ດື່ມ​ນ້ຳ​ໝາກ​ພ້າວ ແທນ​ການ​ດື່ມ​ເຄື່ອງ​ດື່ມ​ເກືອ​ແຮ່

ຄວນ​ຊື້​ນ້ຳ​ໝາກ​ພ້າວ​ອ່ອນ​ແບບ​ເປັນ​ໜ່ວຍ ເພື່ອ​ຄວາມ​ປອດ​ໄພ​ ແລະ ​ຄວາມ ​ສະ​ອາດ ​ມີ​ສານ​ອາຫານ​ຄົບ​ຖ້ວນ​ຕາມ​ທີ່​ຄວນ​ຈະ​ເປັນ

  • ຄົນເຈັບປ່ວຍ ​ຫມາກໄຂ່ຫລັງ​ ແລະ ​ພະຍາດ​ເບົາ​ຫວານ ​ບໍ່​ຄວນ​ດື່ມ​ນ້ຳ

​ໝາກພ້າວ

  • ເປີດ​ໜ່ວຍ​ແລ້ວ ​ຄວນ​ດື່ມ​ນ້ຳ​ໝາກພ້າວ​ເລີຍ ບໍ່​ຄວນ​ຖິ້ມ​ໄວ້​ດົນ ເພາະ​ຈະ​ຫລຸດ​ຄຸນຄ່າ​ທາງ​ໂພສະນາ​ການ
  • ລະ​ວັງ​ສານ​ຟອກ​ຂາວ ​ແລະ ​ນ້ຳ​ຕານ​ໃນ​ນ້ຳ​ໝາກ​ພ້າວ​ບັນ​ຈຸຂ​ວດ