ນ.ວ ຖອດຖອນບົດຮຽນ ການເກັບມ້ຽນຂີ້ເຫຍື້ອ ຢູ່ສອງບ້ານທົດລອງ

20150401103533

ອີງໃສ່​ນະໂຍບາຍ 6 ສ ຂອງນະຄອນຫຼວງ​ວຽງ​ຈັນ ເພື່ອ​ຮັບ​ປະກັນ​ໃຫ້ການ​ປະຕິບັດ​ຕາມ​ທິດສ້າງ​ນະຄອນຫຼວງ​ເປັນ​ເມືອງໜ້າ​ຢູ່ ແລະ ຍືນ​ຍົງ (6 ສ) ປະກອບ​ສ່ວນ​ສະເຫຼີມສະຫຼອງ 2 ວັນ​ປະຫວັດສາດ​ຂອງ​ຊາດ ໂດຍສະເພາະ ເພື່ອ​ກະກຽມ​ດຳເນີນກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂອງອົງຄະ​ນະ​ພັກ​ນະຄອນຫຼວງ​ວຽງຈັນ ທີ່​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນມິຖຸນາ 2015 ທີ່​ຈະ​ມາ​ເຖິງ ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງພັກ ໃນ​ຕົ້ນ​ປີ 2016 ແລະ ກອງປະຊຸມ​ສຸດ​ຍອດ​ອາ​ຊຽນ ​ທີ່​ລາວ​ໄດ້ເປັນ​ເຈົ້າພາບ​ທີ່​ຈະ​ມີ​ຂຶ້ນ​ໃນ​ທ້າຍປີ 2016.

ທ່ານ ພູ​ດອນ ເມກ​ສະຫວັນ ຮອງ​ປະທານ​ອົງການ​ພັດທະນາ ແລະ ບໍລິຫານ​ຕົວ​ເມືອງ​ວຽງ​ຈັນ (​ອພບ) ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ເພື່ອ​ຮັບປະກັນ​ໃນ​ການຈັດຕັ້ງ​ປະຕິ​ບັດ ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ ໃນການ​ກຳນົດ​ເອົາບ້ານ​ໂພນ​ສະຫວັນ​ໃຕ້ ແລະ ບ້ານ​ສະພານທອງ​ໃຕ້ ເມືອງ​ສີ​ສັດຕະ​ນາກ ເປັນ​ບ້ານ​ທົດ​ລອງ​ການ​ເກັບ​ມ້ຽນຂີ້​ເຫຍື້ອ ຈາກ​ສະພາບ​ລວມບ້ານໂພນ​ສະຫວັນ​ໃຕ້ ມີ​ປະຊາກອນທັງ​ໝົດ 920 ຄົນ ຍິງ 480 ຄົນ ມີ 190 ຄອບຄົວ ແບ່ງ​ເປັນ 14 ໜ່ວຍ ຜ່ານ​ມາ​ຄອບຄົວ​ທີ່​ເຂົ້າຮ່ວມ​ເຮັດ​ສັນຍາ​ເກັບ​ມ້ຽນ​ຂີ້ເຫຍື້ອ​ມີ 155 ຄອບຄົວ ຍັງ 35 ຄອບຄົວ.

ບ້ານ​ສະພານ​ທອງ​ໃຕ້ ມີ​ປະຊາ​ກອນ​ທັງ​ໝົດ 1.729 ຄົນ ຍິງ 920 ຄົນ ມີ 358 ຄອບຄົວ ແບ່ງເປັນ 28 ໜ່ວຍ ຜ່ານ​ມາ​ຄອບຄົວ​ທີ່​ເຂົ້າ​ຮ່ວມ​ເຮັດ​ສັນຍາ​ເກັບມ້ຽນ​ຂີ້​ເຫຍື້ອ ມີ 205 ຄອບຄົວ ຍັງ 79 ຄອບຄົວ ພາຊະນະ​ໃນການ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ແມ່ນ​ໃຊ້ຖົງ​ຢາງ​ດຳ ແລະ ເຂັ້ງ ສະພາບການ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ຂອງ​ຜູ້​ປະກອບ​ການ ພາຫະນະ​ໃນ​ການຂົນສົ່ງ​ມີ 8 ຄັນ ຄື: ລົດ​ຄອນ​ເທນເນີ້ 2 ຄັນ ລົດ​ດ້າມ 5 ຄັນ ແລະ ລົດ​ອັດ 1 ຄັນ ເວລາ​ໃນ​ການ​ບໍ​ລິການ​ແມ່ນ​ທຸກໆ​ວັນ​ສຸກ ເວລາ 18:00 ໂມງ​ແລງ ແລະ 5:00 ໂມງ​ເຊົ້າ ຄ່າ​ບໍລິການ 6.000 ກີບ​ຕໍ່​ເຂັ້ງ.

ຈາກ​ສະພາບ​ລວມ​ໃນ​ເມື່ອກ່ອນ ເພື່ອ​ຮັບປະກັນ​ຕາມ​ທິດ​ຊີ້ນຳ​ລວມ​ຂອງ​ຂັ້ນ​ເທິງ ໄດ້​ມີ​ການຈັດ​ກອງ​ປະຊຸມປຶກສາ​ຫາລື​ຂຶ້ນ ວັນ​ທີ 23 ທັນວາ 2014 ທີ່​ຜ່ານມາ ໂດຍ​ມີ​ຫ້ອງ​ວ່າການ​ປົກຄອງເມືອງ ເຊີນ​ນາຍບ້ານ​ທັງ​ສອງບ້ານ​ທົດ​ລອງ ຫ້ອງການ ​ອພບ ເມືອງ ບໍລິສັດ​ຜູ້​ປະກອບ​ການ ທີ່ປະຊຸມ​ເຫັນ​ດີ​ເປັນ​ເອກະ​ພາບ ໃນການ​ເຮັດ​ທົດ​ລອງ​ການ​ຄຸ້ມ​ຄອງເກັບ​ມ້ຽນ​ຂີ້​ເຫຍື້ອ ແລະ ຮັບຮອງເອົາ​ການ​ປັບປຸງ​ຮ່າງ​ສັນຍາ​ເກັບມ້ຽນ​ຂີ້​ເຫຍື້ອ​ຄືນໃໝ່ ໂດຍ​ເຫັນດີ​ຮັບຮອງ​ເອົາ​ຖັງ​ປະລາສະຕິກ ເພື່ອ​ບັນຈຸ​ຂີ້​ເຫຍື້ອ​ປ່ຽນ​ແທນ​ເຂັ້ງ ແລະ ຖົງ​ຢາງ​ດຳກຳນົດ 10 ຫົວໜ່ວຍ​ຄົວ​ເຮືອນ​ໃຫ້​ມີ 1 ຈຸດ ໃນການ​ເກັບ​ວາງ​ຂີ້​ເຫຍື້ອ ລວມ​ທັງກຳນົດ​ຖັງ​ບັນຈຸຂະໜາດ ແລະ ລາຄາ.

ຜ່ານ​ການຈັດຕັ້ງ​ປະຕິບັດ ບ້ານ​ໂພນ​ສະຫວັນ​ໃຕ້ ມີ​ຄອບຄົວ​ທີ່​ເຮັດ​ສັນຍາ​ແລ້ວ 179 ຄອບຄົວ ໃນ​ຈຳນວນ 189 ຄອບຄົວ ເທົ່າ​ກັບ 95% ຍັງ​ເຫຼືອ 10 ຄອບຄົວ ສ່ວນ​ບ້ານ​ສະພານ​ທອງ​ໃຕ້ ມີ​ຄອບຄົວ​ທີ່​ເຮັດ​ສັນຍາ​ແລ້ວ 319 ຄອບຄົວ ໃນ​ຈຳນວນ 356 ຄອບຄົວ ເທົ່າ​ກັບ 90% ຍັງ​ເຫຼືອ 37 ຄອບຄົວ ບົດຮຽນ​ທີ່​ຖອດຖອນ​ໄດ້ ຕ້ອງ​ມີ​ນິຕິ​ກຳເປັນ​ບ່ອນອີງ​ ໃນ​ການ​ເຊື່ອມ​ຊຶມເຜີຍແຜ່​ ໃນການຈັດຕັ້ງ​ປະຕິບັດ ແລະ ການທົດ​ລອງ ຄວນ​ມີ​ປຶ້ມ​ຄູ່​ມື​ໃນ​ການເກັບ​ມ້ຽນ​ຂີ້​ເຫຍື້ອ​ຄົວ​ເຮືອນ ລວມທັງ​ມີ​ງົບປະມານ​ຈຳນວນ​ໜຶ່ງ​ໃນການ​ເຮັດ​ທົດ​ລອງ.

ສະເພາະ​ທິດ​ທາງ​ໃນຕໍ່ໜ້າ ສືບຕໍ່​ລົງ​ເຮັດ​ສັນຍາ​ຈຳນວນ​ຄອບຄົວ​ທີ່​ຍັງ​ບໍ່​ທັນ​ເຂົ້າ​ຮ່ວມ ​ເຮັດ​ສັນຍາ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ໃຫ້​ສຳເລັດໃນ​ທ້າຍ​ເດືອນ​ເມສາ 2015 ສືບຕໍ່​ປຸກລະດົມ​ໃຫ້​ຄອບຄົວ ຫົວໜ່ວຍ​ທຸລະ​ກິດ ທີ່​ຍັງ​ບໍ່​ທັນ​ເຫັນ​ດີ ຮັບ​ເອົາ​ຖັງ​ຂີ້​ເຫຍື້ອປະລາສະຕິກໄປ​ປ່ຽນ​ແທນ ລວມ​ທັງ​ຈັດ​ຫາ​ສະຖານ​ທີ່​ມ້ຽນ​ຂີ້​ເຫຍື້ອ​ໃຫ້​ສຳເລັດ.

ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນບົດຮຽນ ​ການ​ເຮັດ​ທົດ​ລອງ​ເກັບມ້ຽນ​ຂີ້​ເຫຍື້ອ​ຂອງ​ສອງ​ບ້ານ ເມືອງ​ສີ​ສັດຕະ​ນາກ ຈັດ​ຂຶ້ນ​ວັນ​ທີ 31 ມີນາ 2015 ທີ່​ບ້ານ​ສະພານທອງ​ໃຕ້ ໂດຍ​ມີ​ທ່ານ ​ດຣ. ສິນ​ລະວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ ໂພ​ຄຳ ໄຊ​ຍະສອນ ເຈົ້າເມືອງ​ສີ​ສັດຕະ​ນາກ ອຳນາດ​ການ​ປົກຄອງ​ບ້ານ ເຖົ້າແກ່​ແນວ​ໂຮມ ອົງ​ການຈັດຕັ້ງ​ມະຫາ​ຊົນ ແລະ ພໍ່​ແມ່​ປະຊາຊົນພາຍ​ໃນ​ສອງ​ບ້ານ​ເຂົ້າ​ຮ່ວມ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່