ບັນຫາການ​ຕັດ​ໄມ້​ທຳລາຍ​ປ່າ​ ຍັງ​ເກີດ​ຂຶ້ນ​ແຜ່​ຫລາຍ!

40z9qktw+copy

ທີ່​ຜ່ານ​ມາ​ນາຍົກລັດຖະມົນຕີ ​ແລະ ພາກສ່ວນ​ກ່ຽວ ຂ້ອງ​ໄດ້​ອອກ​ມະຕິ ​ແລະ ຂໍ້​ຕົກລົງ​ຕ່າງໆ​ກ່ຽວ​ກັບ​ການ​ຢັບຢັ້ງຫລຸດຜ່ອນ​ການ​ຕັດ​ໄມ້​​ໃນ​ທົ່ວ​ປະ​ເທດ, ​ແຕ່​ມາ​ຮອດ​ດຽວນີ້ຍັງ​ມີ​ຫລາຍ​ເຂດ ​ໂດຍ​ສະ​ເພາະ​ທາງ​ພາກ​ກາງລົງ​ໄປ​ຫາ​ພາກ​ໃຕ້​ການ​ຂຸດຄົ້ນໄມ້ ແລະ ຕັດໄມ້​ແບບ​ຖືກ​ກົດໝາຍ ​ແລະ ບໍ່​ຖືກ​ກົດໝາຍ​ຍັງ​ເກີດ​ມີ​ແຜ່​ຫລາຍ ​ແລະ ບາງ​ບ່ອນ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ກວດ​ພົບ​ເຫັນ​ຕົວ​ຈິງ, ​ແຕ່​ການນຳ​ໂຕ​ຜູ້​ກະທຳ​ຜິດ​ມາ​ປະຕິບັດ​ໂທດ​ຕາມ​ລະບຽບ​ກົດໝາຍຍັງເຮັດ ບໍ່ໄດ້ເຂັ້ມງວດເທົ່າທີ່ຄວນ.

ຄືດັ່ງ​ໃນ​ອາທິດ​ຜ່ານ​ມາ ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ​ຄຳ​ມ່ວນ​ໄດ້​ເກັບ​ກຳ​ຂໍ້​ມູນ​ຈາກ​ກອງ​ກວດກາ​ປ່າ​ໄມ້​ຂອງ​ແຂວງ​ລາຍ​ງານ​ໃຫ້​ກົມ​ປ່າ​ໄມ້​​ກະຊວງ​ກະສິກຳ​-ປ່​າ​ໄມ້ ກ່ຽວ​ກັບ​ຂໍ້​ຂ້ອງ​ໃຈ​ຂອງ​ປະຊາຊົນ​ບ້ານ​ໂພນ​ພະ​ເນົາ​ຕໍ່​ບັນຫາ​ການ​ຂຸດ​ຄົ້ນໄມ້​ຢ່າງ​ຊະຊາຍ​ຢູ່​ເຂດ 3 ​ເມືອງ​ນາ​ກາຍ, ຍົມ​ມະ​ລາດ ​ແລະ ​ໄຊ​ບົວທອງ, ຕໍ່​ກັບ​ບັນຫາ​ດັ່ງກ່າວ​ທາງ​ກອງ​ກວດກາ​ປ່າ​ໄມ້​ແຂວງ​​ໄດ້​ຍອມຮັບ​ຕໍ່​ການ​ສົ່ງ​ຂ່າວ​ຂອງ​ປະຊາຊົນ​ດັ່ງກ່າວ ແລະ ຊີ້ແຈງວ່າ: ການ​ບຸກລຸກ​ທຳລາຍ​ປ່າ​ໄມ້​ໃນ​ເຂດ​ເມືອງ​ນາ​ກາຍ (​ເຂດ​ຍົກຍ້າຍ​ຈັດ​ສັນນ້ຳ​ເທີນ 2) ​ແມ່ນ​ບຸກລຸກ​ຖາງ​ປ່າ​ເຮັດ​ໄຮ​ເພື່ອ​ທຳ​ການ​ຜະລິດ​ລວມມີ 9 ບ້ານ, ພົນລະ​ເມືອງ 419 ຄົນ, ຍິງ 135 ຄົນ, ​ເນື້ອທີ່ 4.204 ​ເຮັກຕາ ທາງ​ເມືອງ ​ແລະ ຫ້ອງການ​ກ່ຽວຂ້ອງ​ສົມທົບ​ກັບ​ເຈົ້າໜ້າ​ທີ່​ປ່າ​ໄມ້​ໄດ້​ຮຽກ​ເອີ້ນປະຊາຊົນ​ດັ່ງກ່າວ​ເຂົ້າມາ​ເຮັດ​ບົດ​ບັນທຶກ 16 ຄັ້ງ ພ້ອມ​ທັງ​ໄດ້​ສຶກສາ​ອົບຮົມ ​ແລະ ​ໃຫ້​ຢຸດ​ທຳ​ການ​ຜະລິດ​ໃນ​ເຂດ​ດັ່ງກ່າວ, ສ່ວນການ​ບຸກລຸກ​ຂຸດ​ຄົ້ນ​ໄມ້​ທຳ​ມະ​ຊາດຢູ່ບ້ານ​ທົ່ງ ​ເມືອງ​ຫລວງ, ບ້ານ​ວັງ​ຫີນ ​ເຂດ​ປ່າ​ສະຫງວນ​ພູ​ຫີນ​ປູນ ມີ​ຈຳນວນໄມ້ 356 ທ່ອນ, ບໍລິ​ມາດ 1.205 ກວ່າ​ແມັດ​ກ້ອນ ​ໄມ້ຈຳນວນ​ດັ່ງກ່າວ​ທາງ​ແຂວງ ​ແລະ ​ເມືອງ​ໄດ້​ທ້ອນ​ໂຮມເອົາ​ມາ​ໄວ້​ສະໜາມ II ​ເມືອງ​ຍົມ​ມະ​ລາດ ​ແລະ ຂາຍ​ແລ້ວ ແລະ ​ປັດຈຸບັນ​ກຳລັງ​ລົງ​ເກັບ​ກຳ​ຂໍ້​ມູນ ​ເພື່ອ​ຊອກ​ຫາ​ຜູ້​ກະທຳ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ. ພ້ອມ​ນັ້ນ ຍັງ​ໄດ້​ລົງ​ກວດກາ ​ແລະ ທ້ອນ​ໂຮມ​ຈັກ​ຕັດ​ໄມ້ ​ໂດຍ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ບ້ານ​ເກັບ​ກຳ​ບັນຊີ​ຈັກ​ຕັດ​ໄມ້​ຢູ່​​ເຂດ​ບ້ານ​ທົ່ງ ​ເມືອງ​ຫລວງ ​ແລະ ​ເຂດ​ນາ​ຕານ ທ້ອນ​ໂຮມ​ຈັກ​ຕັດ​ໄມ້​ໄດ້​ຈຳນວນ 519 ​ເຄື່ອງ ​ແລະ ​ໄດ້​ນຳ​ມາ​ທ້ອນ​​ໄວ້​ຢູ່​ສາງ​ປົກຄອງ​ເມື​ອງ, ​ໄດ້​ເຮັດ​ການ​ເຜີຍ​ແຜ່​ລະບຽບ​ກົດໝາຍ​ວ່າ​ດ້ວຍ​ປ່າ​ໄມ້, ກົດໝາຍ​ວ່າ​ດ້ວຍ​ສັດ​ນ້ຳ ​ແລະ ສັດປ່າ, ​ແຈ້ງ​ການ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຈັກ​ຕັດ​ໄມ້ ​ແລະ ບັນດາ​ນິຕິ​ກຳ​ທີ່​ກ່ຽວຂ້ອງ​ມີ 3 ​ເຂດ 17 ບ້ານ ມີ​ປະຊາຊົນ​ເຂົ້າຮ່ວມ​ຮັບ​ຟັງ​ການ​ເຜີຍ​ແຜ່ 1.262 ຄົນ, ຍິງ 454 ຄົນ.

ສະ​ເພາະ​ຢູ່​ເມືອງ​ຍົມ​ມະ​ລາດ ທາງ​ກອງ​ກວດກາ​ປ່າ​ໄມ້​ແຂວງ​ໄດ້​ລາຍ​ງານ​ຕື່ມ​ວ່າ: ການ​ຂຸດ​ຄົ້ນ​ໄມ້​ຢູ່​ເມືອງ​ດັ່ງກ່າວ​​ແມ່ນ​ໄດ້​ດຳ​ເນີນ​ໄປ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ເປັນຕົ້ນ​ໂຄງການ​ກໍ່ສ້າງ​ເຮືອນ​ໃຫ້​ປະຊາຊົນ​ຢູ່​ບ້ານ​​ເທີ​ດ ​ເຊິ່ງ​ເປັນ​ໂຄງການ​ຈັດ​ສັນ​ຂອງ​ລັດຖະບານ ມີ​ເຮືອນ​ທັງ​ໝົດ 58 ຫລັງ ​ໂຄງການ​ດັ່ງກ່າວ​ເປັນ​ໂຄງການ​ສົມທົບ ​ໂດ​ຍລັດຖະບານ​ປະກອບ​ສັງກະສີ ​ແລະ ​ທ້ອງ​ຖິ່ນ​ກໍ​ນຳ​ໃຊ້​ທ່າ​ແຮງ​ທີ່​ມີ​ຢູ່. ດັ່ງນັ້ນ ຈຶ່ງ​ໄດ້​ນຳ​ໃຊ້​ໄມ້​ຈຳນວນ 168 ທ່ອນ, ບໍລິ​ມາດ 525 ກວ່າ​ແມັດ​ກ້ອນ ​ເປັນ​ຊະນິດ​ໄມ້​ຄຸ້ມ​ຄອງ​ເພື່ອ​ປຸກ​ສ້າງ ປັດຈຸບັນ​ປະຕິບັດ​ໄດ້ 28 ຫລັງ ​ແລະ ມີ​ປະຊາຊົນ​ຂຶ້ນຢູ່​ແລ້ວ 20 ຫລັງ. ຕົກມາຮອດ​ວັນ​ທີ 1 ມິຖຸນາ 2015 ​ໄດ້​ເກີດ​ມີ​ໄພພິບັດ​ລົມພາຍຸ​ພັດ ​ເຮັດ​ໃຫ້​ເຮືອນ 26 ຫລັງ​ຖືກ​ເປ່​ເພ​ທັງໝົດ ທັງ​ໄດ້​​ເຮັດ​ໃຫ້​ປະຊາຊົນ​ບາດ​ເຈັບ​ຈຳນວນ 21 ຄົນ ​ແລະ ​ເສຍ​ຊີວິດ 2 ຄົນ, ປະ​ເມີນ​ຄ່າ​ເສຍ​ຫາຍ​ປະມານ 2 ກວ່າ​ຕື້ກີບ, ສ່ວນ​ການ​ຖາງ​ປ່າ​​ເຮັດ​ໄຮ່ຂອງ​ປະຊາຊົນ​​ເຂດ​ບ້ານ​ເຫລົ່າ, ບ້ານ​ສ້າງ​ແກ້ວ ​ແລະ ບ້ານ​ທາດ ມີ​ຈຳນວນ 5 ຕອນ ​ເນື້ອທີ່ 6 ​ເຮັກຕາ ທາງ​ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ເມືອງ​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ​ກຳລັງ​ດຳ​ເນີນ​ການ​ສຶກສາ​ອົບຮົມ​ປະຊາຊົນ​ເຂດ​ດັ່ງກ່າວ. ນອກຈາກ​ນີ້ ຕໍ່​ບັນຫາ​ການ​ຕັດ​ໄມ້​ທຳລາຍ​ປ່າ​ຢູ່​ເມືອງ​ໄຊ​ບົວທອງ ​ເຊິ່ງ​ເປັນ​ເມືອງ​ທີ່​ມີ​ປ່າ​ຜະລິດ​ປົກ​ຫຸ້ມ​ຢູ່​ເປັນ​ຈຳນວນ​ຫລາຍ​ນັ້ນ ທາງ​ກອງ​ກວດກາ​ປ່າ​ໄມ້​​ໄດ້​ໃຫ້​ຄຳ​ຊີ້​ແຈງ​ວ່າ: ​ການ​ຕັດ​ໄມ້​ຢູ່​ເຂດ​ປ່າ​ຜະລິດ​ດົງ​ກະ​ປາດ​ນາ​ກະ​ທິງ​ແມ່ນ​ໄດ້​ຮັບ​ຂໍ້​ຕົກລົງ​ຈາກ​ລັດຖະບານ​ເຫັນ​ດີ​ໃຫ້​​ແຂວງ​ຂຸດ​ຄົ້ນ​ໄມ້​ເພື່ອ​ຕອບ​ສະໜອງ​ໃຫ້​ບໍລິສັດ​ເລື່ອງ​ຟັດຣົງນຳ​ເຂົ້າຜະລິດ​ໄມ້ອັດ 223 ຕົ້ນ, ບໍລິມາດ 655 ກວ່າ​ແມັດ​ກ້ອນ ແລະ ມາຮອດປັດຈຸບັນປະຕິບັດ​ໄດ້ 120 ທ່ອນ, ບໍລິ​ມາດ 226 ກວ່າ​ແມັດ​ກ້ອນ.

ຕໍ່​ບັນຫາ​ທີ່​ກ່າວ​ມາ​​ນັ້ນ ນັບ​ວ່າ​ເປັນ​ຂໍ້​ຄິດ​ເຫັນ ​ແລະ ຄວາມ​ເປັນ​ຫ່ວງ​ທີ່​ດີ​ຂອງ​ປະຊາຊົນ​​ທີ່​ເປັນ​ຫູ​ເປັນຕາ​ຕິດຕາມ​ເບິ່ງ​ສະພາບ​ການ​ຂຸດ​ຄົ້ນ​ໄມ້​ຢູ່​ແຂວງ​ຄຳ​ມ່ວນ, ສ່ວນ​ແຂວງ​ອື່ນ​ທີ່ຢູ່​ໃກ້​ຄຽງ ​ກໍມີປະຊາຊົນ​ໄດ້​ທັກ​ທ້ວງ​ບັນຫາການ​ຕັດ​ໄມ້​ຢູ່​​ເຂດ​ເມືອງ​ຄຳ​ເກີດ, ​ເມືອງ​ວຽງ​ທອງ ​ແລະ ​ເມືອງ​ບໍລິ​ຄັນ ​ແຂວງ​ບໍລິ​ຄຳ​ໄຊ ລວມ​ໄປ​ເຖິງ​ບາງ​ເມືອງ​ແຂວງ​ເຊ​ກອງ, ສາລະ​ວັນ ​ແລະ ອັດ​ຕະປື ກໍ​ນັບ​ວ່າມີການ​ຕັດ​ໄມ້​ຢ່າງ​ແຜ່​ຫລາຍ​ຢູ່. ສະນັ້ນ ​ພາກສ່ວນ​ກ່ຽວຂ້ອງ​ຕ້ອງໄດ້ເພີ່ມທະວີນຳໃຊ້​ມາດ​ຕະການ​ຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ​ເພື່ອ​ສະກັດ​ກັ້ນບັນຫາ​ດັ່ງກ່າວ​ໃຫ້​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ.

 

ຂອບໃຈຂ່າວຈາກ:

ລພນ