ບານເຕະນັດການກຸສົນສ້າງຫໍພັກໃຫ້ນັກຮຽນບ້ານ ກິ່ວກະຈໍາ ເມືອງໃຫມ່ ແຂວງຜົ້ງສາລີ

12549117_1673499769534208_5371160211852429599_n

ໃນວັນທີ ວັນທີ 31 ມັງກອນ 2016 ທີ່ຈະມາເຖິງນີ້  ຢ່າລືມ! ເຮົາມີນັດກັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16, ກັບການແຂ່ງຂັນບານເຕະ ນັດການກຸສົນເພື່ອສ້າງຫໍພັກໃຫ້ກັບນັກຮຽນຢູ່ທີ່ແຂວງຜົ້ງສາລີ ເຊີ່ງວ່າທີມລວມດາວນັກເຕະລາວ ພຣີເມຍລີກ LPL ALL STARS ຈະພົບກັບ ສະໂມສອນ ບູຣິຣຳ ຢູໄນເຕັດ ເຊິ່ງຈະແຂ່ງຂັນໃນເວລາ 18:30 ໂມງ

ສໍາລັບປີ້ເຂົ້າຊົມລາຄາ 30.000 ກີບ ເຊິ່ງສາມາດຊື້ບັດຢູ່ທີ່ ສະຫະພັນບານເຕະແຫ່ງຊາດ , ທີວີລາວ , Mpoint Mart ທຸກສາຂາ ແລະ ທະນາຄານກຸງໄທ .

ເຊິ່ງຜູ້ທີ່່ຊື້ບັດສາມາດຮ່ວມລຸ້ນໂຊກ ແລະ ການແຈກຂອງລາງວັນຢ່າງຫລວງຫລາຍເຊັ່ນ : ລົດຈັກ Yamaha Fino 01 ຄັນ , ປີ້ຍົນ Air-asia ອຸດອນ-ກຸງເທບ-ອຸດອນ 05 ລາງວັນ , ກ່ອງຮັບສັນຍານດາວທຽມ Next Sat 05 ລາງວັນ , ໂມງຈາກໂຕໂຢຕ້າ 03 ລາງວັນ , ເຄື່ອງຟອກອາກາດ 2 ລາງວັນ , ເສື້ອນັກເຕະພ້ອມລາຍເຊັນຂອງນັກເຕະສະໂມສອນ ບູຣິຣຳ ຢູໄນເຕັດ 11 ຄົນທຳອິດ ແລະ ອື່ນໆ .

ພາຍໃນງານຈະມີການວາງສະແດງສິນຄ້າຕ່າງໆເຊັ່ນ : ບູ໊ດນໍ້າດື່ມຊ້າງ, I-MOBILE, OISHI, NEXTSAT, ການສະແດງລົດ YAMAHA BIKE ແຕ່ລະບູ໊ດຈະມີການແຈກຂອງລາງວັນ ແລະ ກິດຈະກຳຕ່າງໆ ເຊິ່ງເລີ່ມແຕ່ເວລາ 15:30 ເປັນຕົ້ນໄປ, ກິດຈະກຳທີ່ຮ່ວມເຮັດບຸນແລະໄດ້ຂອງລາງວັນໄປພ້ອມກັນແບບນີ້ທຸກທ່ານບໍ່ຄວນພາດ

ຮູບພາບເຫຼົ່ານີ້ແມ່ນ ຫໍພັກນັກຮຽນບ້ານ ກິ່ວກະຈໍາ ເມືອງໃຫມ່ ແຂວງຜົ້ງສາລີ

12417708_1673498732867645_5346923540666473333_n 12510372_1673499656200886_1611489186775656355_n 12524080_1673498709534314_1185723559152881741_n 12573138_1673499252867593_4864326201343927422_n