ບ້ານຫຸມແບ່ງ ຂຸ້ນຂ້ຽວປັກດຳນາແຊງ ໃຫ້ສຳເລັດໃນທ້າຍເດືອນນີ້

20150127102700

ທ່ານ ບົວ​ລ່ຳ ໄຊ​ຍະ​ສານ ນາຍບ້ານ​ຫຸມ​ແບ່ງ ເມືອງ​ນາຊາຍ​ທອງ ນະຄອນຫຼວງ​ວຽງ​ຈັນ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ບ້ານ​ພວກເຮົາ​ຖື​ເປັນ​ບ້ານ​ກະສິກຳ ເປັນແຫຼ່ງ​ອູ່​ເຂົ້າ​ອູ່​ນ້ຳ​ກໍ່​ວ່າ​ໄດ້ ເພາະປະຊາຊົນ​ສ່ວນ​ໃຫຍ່​ແມ່ນ​ອາຊີບຊາວ​ກະສິກອນປູກຝັງ-ລ້ຽງສັດ ມີ​ເນື້ອທີ່​ນາ 537,3 ເຮັກຕາ ສາມາດ​ເຮັດ​ນາແຊງ​ໄດ້ 350 ເຮັກຕາ.

ສະເພາະ​ການ​ຜະລິດ​ນາແຊງ​ໃນ​ປີ​ນີ້ ມາ​ຮອດ​ປັດຈຸບັນ ພໍ່ແມ່​ປະຊາຊົນ​ພາຍ​ໃນ​ບ້ານ ​ພວມຂຸ້ນຂ້ຽວ​ປັກ​ດຳ​ນາແຊງ​ໃຫ້​ສຳເລັດ​ທ່ວງ​ທັນ​ກັບ​ລະດູ​ການ ເຊິ່ງຄາດ​ວ່າ​ຈະ​ສຳເລັດ​ໃນ​ທ້າຍເດືອນ​ມັງກອນ 2015 ທີ່​ຈະ​ມາເຖິງ​ນີ້ ໄປ​ຄຽງ​ຄູ່​ກັນ​ນີ້ ປະຊາຊົນຍັງ​ໄດ້​ເອົາໃຈໃສ່​ການ​ປູກ​ພືດ​ຜັກລ້ຽງສັດ ໂດຍ​ສະເພາະການລ້ຽງ​ປາ ແລະ ກົບ​ທຳ​ມະ​ຊາດ ເຊິ່ງ​ໃນ​ແຕ່​ລະ​ວັນ ໄດ້​ນຳ​ເອົາ​ຜົນຜະລິດ​ໄປ​ປ້ອນ​ໃຫ້​ຕະຫຼາດ​ພາຍໃນ​ເມືອງ ແລະ ຕາມ​ຕະຫຼາດໃຫຍ່ໃນ​ນະຄອນຫຼວງ​ຫຼາຍ​ແຫ່ງ ຄິດ​ສະເລ່ຍ​ລາຍ​ຮັບ​ວັນ​ລະ​ຫຼາຍລ້ານ​ກີບ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່