ບໍ່ຄຳເຊໂປນ ມອບອາກອນກຳໄລຄັ້ງສຸດທ້າຍ ເກືອບ 1.000 ຕື້

ບໍ່ຄຳເຊໂປນ ມອບອາກອນກຳໄລຄັ້ງສຸດທ້າຍ ເກືອບ 1.000 ຕື້

 

MMG LXML Sepon ແມ່ນ​ບໍລິສັດ​ຂຸດ​ຄົ້ນ ແລະ ຜະລິດ​ແຮ່​ຄຳ-ທອງ​ຢູ່​ແຂວງ​ສະຫວັນ​ນະ​ເຂດ ແລະ ກຳລັງ​ສືບຕໍ່​ປະກອບສ່ວນ​ອັນ​ສຳຄັນ​ໃຫ້​ແກ່​ເສດຖະກິດ​ຂອງ ສປປ ລາວ ບໍ່​ຄຳ​ເຊ​ໂປນ​ແມ່ນ​ໜຶ່ງ​ໃນ​ຜູ້​ຈ້າງ​ງານ​ທີ່​ໃຫຍ່​ທີ່​ສຸດ​ໃນ ​ສປປ ລາວ ແລະ ມີ​ຄວາມ​ມຸ່ງ​ໝັ້ນ​ໃນ​ການ​ພັດທະນາ​ບັນດາ​ຜູ້​ຊ່ຽວຊານ​ລາວ ຂອງ​ອຸດ​ສະຫະ​ກຳ​ບໍ່​ແຮ່​ຮຸ່ນ​ຕໍ່​ໄປ.

ເພື່ອ​ປະກອບສ່ວນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ລັດຖະບານ​ລາວ ສະນັ້ນ ໃນ​ວັນ​ທີ 28 ມີນາ ທີ່​ຜ່ານ​ມາ ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ຈ່າຍ​ເງິນ​ອາກອນ​ກຳໄລ​ຄັ້ງ​ສຸດ​ທ້າຍ ໃນ​ມູນ​ຄ່າ 113.875.118,85 ໂດ​ລາ​ສະຫະລັດ ຫຼື 900 ກວ່າ​ຕື້​ກີບ ສຳລັບ​ລາຍ​ຮັບ​ປະຈຳ​ປີ 2012 ເມື່ອ​ບວກ​ກັບ​ການ​ຈ່າຍ​ອາກອນ​ມູນ​ຄ່າ​ເພີ່ມ​ໃຫ້​ລັດຖະບານ​ລາວ ໂດຍ​ຜ່ານ​ຜູ້​ສະໜອງ​ຂອງ​ທ້ອງຖິ່ນ​ແລ້ວ ຈຳນວນ​ລວມ​ຂອງ​ອາກອນ​ກຳໄລ​ທັງ​ໝົດ​ຂອງ​ປີ 2012 ທີ່​ໄດ້​ຈ່າຍ​ໃຫ້​ລັດຖະບານ​ລາວ ແມ່ນ 120.199.682,50 ໂດ​ລາ​ສະຫະລັດ ປະມານ 961 ຕື້​ກີບ.

ນອກຈາກ​ນີ້ ບໍລິສັດ​ໄດ້​ມອບ​ເງິນ​ປັນ​ຜົນ​ທັງ​ໝົດ 28,5 ລ້ານ​ໂດ​ລາ​ສະຫະລັດ ປະມານ 228 ຕື້​ກີບ​ຂອງ​ລາຍ​ຮັບ​ປະຈຳ​ປີ 2012 ໃຫ້​ແກ່​ລັດຖະບານ​ກ່ອນ​ໜ້າ​ນີ້​ແລ້ວ ລັດຖະບານ ​ສປປ ລາວ ຖື​ຫຸ້ນ 10% ໃນ​ບໍລິສັດ ລ້ານ​ຊ້າງ​ມີ​ເນ​ໂຣນ​​ສ ລິ​ມິ​ເຕັດ ພາຍຫຼັງ​ການ​ຈ່າຍ​ເງິນ​ຄ່າ​ພາກ​ຫຼວງ​ໃນ​ເດືອນ​ພຶດສະພາ ໃນຕໍ່ໜ້າ​ນີ້ ລາຍ​ຮັບ​ໂດຍ​ກົງ​ທີ່​ລັດຖະບານ ແຫ່ງ ​ສປປ ລາວ ຈະ​ໄດ້​ຮັບ​ຈາກ​ບໍ່​ຄຳ​ເຊ​ໂປນ​ຈະ​ບັນລຸ​ເຖິງ 1 ຕື້​ໂດ​ລາ​ສະຫະລັດ ປະມານ 8.000 ຕື້​ກີບ ໃນ​ປີ 2012 ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ບັນລຸ​ສະຕິ​ຖິ​ໃໝ່​ຂອງ​ການ​ຜະລິດ​ທອງ​ໄດ້ 86,295 ໂຕນ ເຊິ່ງ​ເພີ່ມ​ຂຶ້ນ 9% ຈາກ​ປີຜ່ານມາ.

ອີງ​ຕາມ​ຂໍ້​ມູນ​ຈາກ​ສະພາ​ບໍ່​ແຮ່ ແລະ ໂລຫະ​ສາກົນ ແຈ້ງ​ໃຫ້​ຮູ້​ວ່າ: ການ​ຂຸດ​ຄົ້ນ​ແຮ່​ຂະໜາດ​ໃຫຍ່​ໃນ ​ສປປ ລາວ ຄາດ​ວ່າ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ໄດ້​ເຖິງ 10% ອີກ​ໃນ 12 ປີ​ຕໍ່ໜ້າ ບໍ່​ຄຳ-ທອງ​ເຊ​ໂປນ ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ປະກອບສ່ວນ​ອັນ​ສຳຄັນ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ແລະ ສັງຄົມ ໃນ ​ສປປ ລາວ.

ພິທີ​ມອບ-ຮັບ​ອາກອນ​ກຳໄລ ໄດ້​ຈັດ​ຂຶ້ນ​ທີ່​ໂຮງແຮມ​ລາວ​ພລາ​ຊາ ໃນ​ວັນ​ທີ 4 ເມສາ 2013 ຜ່ານ​ມາ ໂດຍ​ການ​ມອບ​ຂອງ​ທ່ານ ຣິກ ວັດ​ຟອດ ຜູ້​ຈັດການ​ທົ່ວ​ໄປ ບໍ່​ຄຳ​ເຊ​ໂປນ ແລະ ຮັບ​ໂດຍ ທ່ານ ​ດຣ. ແສນ​ສັກ ສຸ​ລິ​ສັກ ຮອງ​ຫົວໜ້າ​ກົມ​ສ່ວຍ​ສາ​ອາກອນ ກະຊວງ​ການ​ເງິນ ຊຶ່ງ​ມີ​ທ່ານ ສົມບູນ ຣາ​ຊາ​ສົມບັດ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ພະລັງງານ-ບໍ່​ແຮ່ ແລະ ພາກສ່ວນ​ກ່ຽວຂ້ອງ.

ທີ່ມາhttp://www.vientianemai.net