ບໍ່ມີຢ້ານ! ເຣດດີ້ງບໍ່ຫວັ່ນດັບປືນເຂົ້າຮອບຊິງ

ພຣີເມຍລີກເອັບເອ ຄັບ ຮອບຮອງຊະນະເລີດ ເຣດດີ້ງທີມດຽວຈາກເດິ ແຊມປຽນຊິບ ບໍ່ມີຢ້ານຫວັງເຕັມທີ່ດັບປືນໃຫຍ່ ອາເຊນອນ ແຊ້ມເກົ່າໃຜຈະຜ່ານເຂົ້າຮອບຊິງຊະນະເລີດໃນຄືນນີ້ເວລາ 23.20 ນາທີ

06016

ເປັນເກມຊີ້ຊະຕາຂອງທັງສອງທີມໃນການເຂົ້າສູ່ຮອບຊິງຊະນະເລີດໃນຖ້ວຍເອັບເອຄັບ 2014-2015 ທາງດ້ານເຣດດີ້ງທີມດຽວຈາກເດິ ແຊມປຽນຊິບທີ່ສາມາດຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ ແຕ່ຜົນງານໂດຍລວມໃນຕອນນີ້ຖືວ່າຍັງໜ້າເປັນຫ່ວງຢູ່ເພາະວ່າ 5 ນັດຫຼັງສຸດບໍ່ສາມາດເອົາຊະນະໃຜໄດ້ເລີຍ ຜິດກັນກັບທີມປືນໃຫຍ່ອາເຊນອນແຊ້ມເກົ່າທີ່ກຳລັງຢູ່ໃນຟອມຮ້ອນແຮງສຸດໆໃນຕອນນີ້ ຫຼັງຈາກທີ່ເກັບໄຊຊະນະມາ 8 ນັດຕິດຕໍ່ກັນ ຖ້າເປັນແນວນີ້ຄືຈະບໍ່ງ່າຍແນ່ນອນສຳລັບເຣດດີ້ງ ແຕ່ວ່າການແຂ່ງຂັນບານເຕະແມ່ນຫຍັງກໍ່ສາມາດເກີດຂື້ນໄດ້

ເຣດດີ້ງ ( ເດິ ແຊມປຽນຊິບ ) VS ອາເຊນອນ ( ພຣີເມຍລີກ )
ສະໜາມ: ເວມບຼີ ສະເຕດຽມ
ຜູ້ຕັດສິນ: ມາຕິນ ແອັດກິນສັນ