ຮຽກຮ້ອງທຸກພາກສ່ວນ ເປັນເຈົ້າການສະກັດ​ກັ້ນ​ ການ​ປອມ​ແປງໃບ​ປະກາ​ສະນີຍະບັດ

0
1661

ທ່ານຫົວໜ້າ​ກົມ​ກວດກາ, ກະຊວງ​ສຶກສາ​ທິການ ​ແລະ ກິລາ, ນາງ ຂັນ​ທະ​ລີ ສີຣິພົງພັນ ​ໃຫ້ຮູ້ວ່າ: ໃນຜ່ານມາການປອມ ແປງໃບ​ປະກາສະ​ນິຍະ​ບັດຈົບ ຊັ້ນມັດ ທະຍົມປາຍ​ແມ່ນ​ມີ​ລັກ ສະນະ​​ແຜ່​ຫລາຍ, ເຊິ່ງ​ເກີດ​ຂຶ້ນ​ຍ້ອນ​ແນວ​ຄິດ​ສວຍ​ໂອ ກາດ,​ ເຫັນ​ແກ່​ຕົວ ແລະ ບໍ່​ເກງກົວຕໍ່​ລະບຽບກົດໝາຍ, ຈາກສະພາບ ດັ່ງກ່າວ,​ ກະຊວງ​ສຶກສາ​ທິການ ແລະ ກິລາ​ໄດ້​ຕັ້ງໜ່ວຍສະ ເພາະກິດເພື່ອ​ດຳ​ເນີນ​ການ​ກວດກາ​ນັບ ແຕ່​ປີ 2011-2013 ຢູ່​ມະຫາວິທະ ຍາ​ໄລ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ໃນ​ນະຄອນ ຫລວງ​ວຽງ​ຈັນ​ຈຳນວນ 10 ​ແຫ່ງ,​ ໄດ້​ກວດກາ​ທັງ​ໝົດ 1.700 ກວ່າ​ໃບ​, ໃນນັ້ນ,​ພົບ​ເຫັນປະກາສະ​ນິຍະ​ບັດ​ປອມ​ເຖິງ 176 ​ໃບ ແລະ ສ່ວນ​ຫລາຍ​​ພົບ​ຢູ່​ວິທະຍາ​ໄລ​ເອກະ​ຊົນ ພ້ອມ ທັງ​ດຳ​ເນີນ​ມາດ​ຕະການ​​ເຂັ້ມ​ງວດ​ຕໍ່​ຜູ້​ລະ​ເມີດ​ໂດຍ​​ໄດ້​ສັ່ງ​ໂຈະ​ການ​ຮຽນ ​ແລະ ອອກ​ຄຳ​ສັ່ງ​ລຶບ ລ້າງ​ປະກາສະ​ນີຍະ​ບັດ​ດັ່ງກ່າວ. ສຳລັບຜູ້​ທີ່​ສຳ​ເລັດ​ການ​ສຶກສາ​ໄປ​ແລ້ວ​ແມ່ນ​ໃຫ້​ປະຕິບັດ​ຕາມ​ຄຳ​ແນະ​ນຳ​ຂອງ​ຮອງ​ນາຍົກລັດ ຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ​, ​ໂດຍ​ໃຫ້​ບັນ​ດາ​ກະຊວງ, ອົງການ​ທຽບ​ເທົ່າ, ແຂວງ, ນະ ຄອນຫລວງ, ອົງການ​ຈັດ​ຕັ້ງ​ຕ່າງໆ ​ແລະ ສະ​ຖາ​ບັນ​ການ​ສຶກ ສາ​ທັງ​ພາກ​ລັດ ​ແລະ​ ​​ເອກະ​ຊົນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​

ກວດກາ​ຄືນ​​ຫລັງ​ພະນັກງານ​ທີ່​ເຂົ້າ​ສັງ ກັດ​ອົງການ​ຂອງ​ຕົນ​ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ, ຖ້າ​ຫາກ​ມີ​ກໍ ລະນີ​ສົງ​ໃສ​ໃຫ້​ພົວພັນ​ກົມ​ກວດ ກາ, ກົມ​ວິຊາ​ການ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ, ໂຮງຮຽນ ຫລື ສະ​ຖາ​ບັນ​ການ​ສຶກສາ​ຕົ້ນສັງກັດ​ຂອງ​ຜູ້ ກ່ຽວ​, ​ໃນ​ກໍລະນີ​ກວດ​ພົບ​ບຸກຄົນ​ທີ່​ໄດ້​ປອມ​ແປງ​ເອກະສານ​ຢັ້ງ ຢືນ​ການ​ສຶກສາ, ປະກາ ສະ​ນີຍະ​ບັດ ​ແລະ ວຸດ​ທິການ​ສຶກສາ​ແມ່ນ​ໃຫ້​ແຈ້ງ​ເປັນ​ທາງ​ການ (​ເປັນ​ລາຍ​ລັກ​ອັກສອນ) ມາ​ຍັງ​ກະ ຊວງ​ສຶກສາ​ທິການ ​ແລະ ກິລາ ເພື່ອ​ຈະ​ໄດ້​ປະກາດ​ລຶບ​ລ້າງ​ເອ ກະສານ​ດັ່ງກ່າວ, ພ້ອມ​ທັງ​​ປະ ຕິບັດ​ວິ​ໄນ​ຕາມ​ລະບຽບ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ. ສຳລັບ​ຜູ້​ທີ່​ເປັນ​ລັດຖະກອນທີ່​ຖື​ປະກາສະ​ນິຍະ​ບັດ​ປອມທາງ​ກະຊວງ​ສຶກສາ​ທິ ການ ​ແລະ ກິລາ ​ແລະ ມະຫາ​ວິທະຍາ​ໄລ​ໄດ້​ປະກາດ​ລຶບ​ລ້າງ​ເອ ກະສານ​ດັ່ງກ່າວ ​ແລະ ​ສະ​ເໜີ​ໃຫ້​ເຈົ້າ​ໜ້າ​ທີ່ ​ແລະ ອົງການ​ຈັດ​ຕັ້ງ ທີ່​ຜູ້ກ່ຽວ​ສັງກັດ​ຢູ່​ປະຕິບັດ​ວິ​ໄນ ຕໍ່​ຜູ້ກ່ຽວ​ຕາມ​ລະ ບຽບ​ກົດໝາຍ.

ໃນ​ໄລ​ຍະ​ຜ່ານ​ມາ​ທົ່ວ​ຂະ​ແໜງ​ການ​ສຶກສາ ​ແລະ ກິລາ​ໄດ້​ຕັ້ງໜ້າ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ປາກົດ​ການ​ຫຍໍ້​ທໍ້​ໃນ​ການ​ປອມ​ແປງ​ເອກະສານ​ຢັ້ງຢືນ​ການ​ຮຽນ, ປະກາສະ​ນິຍະ​ບັດ ​ແລະ ວຸດ​ທິກ​ານສຶກສາ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ​ແຕ່​ສະພາບ​ຫຍໍ້​ທໍ້​ດັ່ງກ່າວ​ຍັງ​ສືບ​ຕໍ່​ແຜ່​ລາມ​ໃນ​ຂອບ​ເຂ​ດທົ່ວ​ປະ​ເທດ ​ແລະ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ເຊິ່ງ​ເປັນ​ການລະ​ເມີດ​ລະບຽບກົດໝາຍ, ທັງ​ສົ່ງ ຜົນ​ກະທົບ​ເຖິງ​ຄຸນນະ​ພາບ​ຂອງ​ການ​ສຶກສາ, ການ​ພັດທະນາ​ຊັບ ພະຍາກອນ​ມະນຸດ ​ແລະ ເສດຖະ ກິດ​ຂອງ​ຊາດ​ໃນ​ຄື​ອະນາ​ຄົດນຳອີກ.

ທີ່ມາ http://laophatthananews.blogspot.com/2014/09/blog-post_93.html