ປະກວດ ງົວງາມ-ໝາກໂມຫວານ ທົ່ວແຂວງສະຫວັນນະເຂດ ຈັດຂຶ້ນທີ່ເມືອງໄຊພູທອງ

10393892_559043364226618_175476715704678574_n

ໃນໂອກາດວັນສັກຢາກັນພະຍາດສັດແຫ່ງຊາດ 11 ພະຈິກ ເຊິ່ງໃນປີນີ້ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢູ່ເມືອງໄຊພູທອງ ເຊິ່ງໃນພິທີຄັ້ງນີ້ ໄດ້ມີການແຂ່ງຂັນປະກວດງົວງາມ ແລະໝາກໂມຫວານ ເຊິ່ງມີເມືອງຕ່າງໆ ໄດ້ໃຫ້ຄວາມສົນໃຈ ແລະສົ່ງຜະລິດຕະພັນຂອງຕົນ ເຂົ້າຮ່ວມແຂ່ງຂັນຢ່າງຫຼວງຫຼາຍ.
ໃນພິທີຄັ້ງນີ້ ໄດ້ເປັນກຽດເຂົ້າຮ່ວມຂອງທ່ານ ໄກສອນ ຄູນລາດສຸວັນນະວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ປິ່ງຄຳ ລາຊະສີມາ ຫົວໜ້າກົມຈັດຕັ້ງ ກະຊວງກະສິກຳ-ປ່າໄມ້, ມີບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າ-ຮອງຫົວໜ້າສະຖາບັນ, ບັນດາພະແນກການຂອງແຂວງ, ການນຳຂອງເມືອງໃນ 15 ເມືອງອ້ອມຂ້າງ. ພິເສດ ຍັງມີຄະນະພະແນກກະສິກຳ-ປ່າໄມ້ ຈາກແຂວງ ຄຳມ່ວນ, ສາລະວັນ, ຈຳປາສັກ, ເຊກອງ ແລະແຂວງອັດຕະປື ກໍ່ໄດ້ເຂົ້າຮ່ວມໃນພິທີຄັ້ງນີ້ດ້ວຍ.
ກ່ອນອື່ນ ທ່ານຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງໄຊພູທອງ ໃນນາມເມືອງເຈົ້າພາບ ທັງເປັນຜູ້ຫ້າງຫາກະກຽມ ກໍ່ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 11 ຂອງທຸກໆປີ ແມ່ນວັນສັກສາປ້ອງກັນພະຍາດສັດແຫ່ງຊາດຂອງລາວເຮົາ ດັ່ງນັ້ນ ເມືອງໄຊພູທອງ ຮ່ວມກັບພະແນກກະສິກຳ-ປ່າໄມ້ແຂວງ ຈຶ່ງໄດ້ຈັດພິທີ ປະກວດງົວງາມ ແລະໝາກໂມຫວານຂຶ້ນ ທັງນີ້ເພື່ອປຸກລະດົມຂະບວນການລ້ຽງສັດເປັນສິນຄ້າຂອງປະຊາຊົນ ເວົ້າລວມ, ເວົ້າສະເພາະແມ່ນການສ້າງຈິດສຳນຶກໃຫ້ແກ່ຊາວກະສິກອນ ໃນການຮັກສາພໍ່-ແມ່ໍພັນສັດທີ່ດີ ເພື່ອປັບປຸງພັນ ແລະເພີ່ມນ້ຳໜັກສັດໃຫ້ສູງຂຶ້ນ, ໂດຍການເນັ້ນໜັກໃສ່ຫຼັກວິຊາການ ເຕັກນິກການປ້ອງກັນພະຍາດສັດ ໂດຍໄດ້ມີການສາທິດການຢອດຢາໃຫ້ສັດປີກ, ການສັກຢາປ້ອງກັນພະຍາດ ງົວ-ຄວາຍ ແລະການສາທິດການປະສົມພັນທຽມງົວ, ອັນໄດ້ສ້າງຄວາມສົນໃຈໃຫ້ແກ່ຜູ້ເຂົ້າຮ່ວມຢ່າງຫຼວງຫຼາຍ.
ສຳລັບການແຂ່ງຂັນປະກວດງົວງາມ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນທຸກໆປີ, ຍ້ອນວ່າ ສັດລ້ຽງປະເພດ ງົວ-ຄວາຍ ຢູ່ແຂວງສະຫວັນນະເຂດ ມີຈຳນວນຫຼາຍກວ່າ 6 ແສນໂຕ, ພິເສດ ຈຳນວນຝູງສັດທີ່ກ່າວສມານີ້ ໄດ້ມີນັກວິຊາການຈາກຂັ້ນສູນກາງ, ຂັ້ນແຂວງ ແລະເມືອງ ຮ່ວມກັນເຮັດປະສົມພັນທຽມ ໃຫ້ງົວແມ່ພັນພື້ນເມືອງຂອງຊາວກະສິກອນໄດ້ແລ້ວ 200 ກວ່າໂຕ, ພ້ອມດຽວກັນນີ້ ກໍ່ຍັງໄດ້ແນະນຳ, ສົ່ງເສີມ ແລະນຳພາຊາວກະສິກອນປູກພືດອາຫານສັດ ໄດ້ຫຼາຍກວ່າ 300 ເຮັກຕາ. ສ່ວນການລ້ຽງສັດແບບມີການຈັດການ, ລ້ຽງແບບເປັນຟາມ ໂດຍສະເພາະແມ່ນຟາມລ້ຽງງົວຂະໜາດນ້ອຍ ຫາຂະໜາດກາງ ປະຈຸບັນນີ້ເລີ່ມເກີດມີໜໍ່ແໜງຂຶ້ນແລ້ວ ຈຳນວນ 5 ເມືອງຄື: ເມືອງສອງຄອນ, ຈຳພອນ, ໄກສອນພົມວິຫານ, ອາດສະພອນ ແລະເມືອງພະລານໄຊ ເຊິ່ງມີຟາມງົວທັງໝົດ 8 ແຫ່ງ, ມີງົວພັນພື້ນເມືອງ ແລະພັນລູກປະສົມ ຈຳນວນຫຼາຍກວ່າ 800 ໂຕ, ໃນນັ້ນ ເດັ່ນກວ່າໝູ່ແມ່ນຟາມຂອງທ້າວ ກິແຫຼ້ງ ບ້ານຫຼັກ 35 ເມືອງຈຳພອນ.
ການປະກວດງົວງາມ ສຳລັບປີ 2014 ໄດ້ມີຜູ້ສົ່ງງົວເຂົ້າປະກວດທັງໝົດ 102 ໂຕ, ໃນນັ້ນ ເປັນງົວພໍ່ພັນພື້ນເມືອງ 75 ໂຕ, ແລະງົວພັນລູກປະສົມ 27 ໂຕ. ຜົນການຕັດສິນຂອງຄະນະກຳມະການ ງົວທີ່ໄດ້ຮັບລາງວັນມີດັ່ງນີ້: ປະເພດງົວລູກປະສົມ ຊະນະເລີດ ໄດ້ແກ່ ງົວໂຕເລັກ ເປັນງົວຂອງ ທ້າວ ກິແຫຼ້ງ ຟາມງົວຫຼັກ 35 ເມືອງຈຳພອນ, ໄດ້ຮັບຂັນລາງວັນ ພ້ອມດ້ວຍເງິນສົດ 2 ລ້ານກີບ, ອັນດັບທີ 2 ໄດ້ແກ່ງົວ ແລັມໂບ້ ເປັນງົວຂອງ ນາງ ສອນສວຍ ບ້ານາພານ ເມືອງໄຊພູທອງ ໄດ້ຮັບຂັນລາງວັນ ແລະເງິນສົດ 1,5 ລ້ານກີບ. ລາງວັນທີ 3 ໄດ້ແກ່ງົວ ຈຳປາທອງ ເປັນງົວຂອງທ້າວ ປ໋ອງ ບ້ານລະຫານ້ຳ ເມືອງສອງຄອນ ໄດ້ຮັບຂັນລາງວັນ ພ້ອມເງິນສົດ 1 ລ້ານກີບ.
ສຳລັບການປະກວດໝາກໂມຫວານ ເຊິ່ງເປັນພືດເສດຖະກິດເປັນສິນຄ້າ ຂອງຊາວແຂວງສະຫວັນນະເຂດ, ປີນີ້ ມີຜູ້ເຂົ້າຮ່ວມສົ່ງໝາກໂມຫວານເຂົ້າປະກວດທັງໝົດ 15 ຄອບຄົວ, ມີໝາກໂມ 1.500 ໜ່ວຍ. ຜົນການຕັດສິນຂອງຄະນະກຳມະການຊະນະເລີດໄດ້ແກ່ ຄອບຄົວທ້າວ ແສງ ບ້ານສົມພັດວິໄລ ເມືອງອຸທຸມພອນ ໄດ້ຮັບລາງວັນເງິນສົດ 2 ລ້ານກີບ, ອັນດັບ 2 ໄດ້ແກ່ ຄອບຄົວ ທ້າວ ວົງຄຳໄຊ ບ້ານໂພສີແກ້ວ ເມືອງໄຊພູທອງ ໄດ້ຮັບລາງວັນເງິນສົດ 1,5 ລ້ານກີບ, ອັນດັບ 3 ໄດ້ແກ່ ຄອບຄົວ ທ້າວ ທອງເພັດ ບ້ານນາແດງ ເມືອງໄຊບູລີ ໄດ້ຮັບລາງວັນເງິນສົດ 1 ລ້ານກີບ.
ໃນການແຂ່ງຂັນຄັ້ງນີ້ ກໍ່ເພື່ອເປັນການກະຕຸກຊຸກຍູ້ໃຫ້ແກ່ຊາວກະສິກອນ ໄດ້ມີຂະບວນການຜະລິດເປັນສິນຄ້າ ໃຫ້ມີການຂະຫຍາຍຕົວ ໄດ້ທັງປະລິມານ ແລະຄຸນະພາບ ເຮັດໃຫ້ການລ້ຽງງົວມີການປັບປຸງພັນ ແລະເພີ່ມນ້ຳໜັກສັດໃຫ້ສູງຂຶ້ນ, ນອກນັ້ນກໍ່ເຮັດໃຫ້ການເລືອກແນວພັນໝາກໂມໂມ ທີ່ມີຮູບຊົງໃຫຍ່, ລົດຊາດຫວານ-ຫອມ ແລະມີໃນນ້ອຍ ເປັນທີ່ຕ້ອງການຂອງຜູ້ບໍລິໂພກທັງພາຍໃນ ແລະຕ່າງແຂວງ ອັນສຳຄັນກໍ່ເພື່ອ ເປັນການຖອດຖອນບົດຮຽນກ່ຽວກັບການລ້ຽງ-ການປູກ ຂອງຊາວກະສິກອນດ້ວຍກັນ.

ຂ່າວແລະຮູບຈາກ: ສະຫວັນພັດທະນາ