ປະຊາຊົນຈັບໂຈນໄດ້ ຂອງກາງມີທັງປືນແລະລະເບີດ

12003896_489696797876386_8702602654594083439_n
ນະຄອນຫຼວງວຽງຈັນ: ໃນເວລາປະມານ 14:00 ຂອງວັນທີ 14 ກັນຍາ 2015 ໄດ້ມີຊາຍສອງຄົນໃຊ້ລົດຈັກ ທະບຽນ ກຳແພງນະຄອ ຍຫ 9507 ພ້ອມອາວຸດ ປືນ ວີແຢັດ ກໍ່ເຫດດຶງກະເປົາ ຄົນຈີນ ຫລັງຈາກທີ່ໄດ້ກະເປົາແລ້ວຄົນຮ້າຍແມ່ນໄດ້ຂັບລົດມາທາງໂຄ້ງເຂດ ໂຮງແຮມລືໄຊ ນະຄອນຫຼວງວຽງຈັນ. ພົນລະເມື່ອງດີເຂົ້າຊ່ວຍ ຈິ່ງສາມາດຈັບໄດ້ຫລັງຈາກທີ່ຈັບໄດ້ແລ້ວຕອນທີ່ເຫດການກຳລັງວຸ້ນວາຍໂຈນໄດ້ຖືໂອກາດນັ້ນຈົກປືນທີ່ຢູ່ໃນຖົງໂສ່ງ ແລ້ວຍິງຖືກຄົນ ຈີນເປັນຊາຍ ຖືກຍິງທີ່ກົກຂາເບື່ອງ ຂວາ. ດັ້ງນັ້ນພົນລະເມື່ອງດີທັງຫລາຍກໍ່ຊ່ວຍກັນຍາດປືນມາໄດ້.

ຫລັງຈາກທີ່ຈັບໂຈນໄດ້ສຳເລັດ ທາງເຈົ້າຫນ້າທີ່ໄດ້ກວດເບິ່ງກະເປົາໂຈນ ໄດ້ພົບເຫັນເຄື່ອງກໍ່ການຮ້າຍມີ

1. ໝາກແຕກຂຽບ 1ໜ່ວຍ
2. ລູກປືນ M16 ຈຳນວນ 8 ລູກ
3. ລູກປືນ 7.2 ຈຳນວນ 2 ລູກ
4. ລູກປືນຫັນລີ 1 ລູກ 5. ຢາໄອ້ 1 ຖົງ
5. ໂທລະສັບ 3 ໜ່ວຍ.

ຂ່າວ: ສະມາຄົມອາສາກູ້ໄພນະຄອນຫຼວງ ແລະໂທລະໂຄ່ງ