ປະຊາຊົນສະເໝີ 10 ບັນຫາ ໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ

4c89a387b25b979e936692f046941973

 

ຄະ­ນະ​ກຳ­ມະ­ການ​ຍົກ­ຍ້າຍ​ຈັດ​ສັນ ແລະ ຟື້ນ​ຟູ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ ໂຄງ­ການ​ກໍ່ສ້າງ​

ເຂື່ອນ​ໄຟ­ຟ້າ​ພະ­ລັງ​ນ້ຳ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ໄດ້​ນຳ​ເອົາ 10 ບັນ­ຫາ​ທີ່​ປະ­ຊາ ຊົນ​ສະ­ເໜີ​ນຳ​ມາ​ຄົ້ນ­ຄວ້າ​ປຶກ­ສາ​ຫາ­ລື ແລະ ພິ

­ຈາ­ລະ­ນາ​ຫາ​ທາງ​ແກ້​ຮ່ວມ​ກັນ.

 

ໃນ​ກາງ​ເດືອນ​ມາ​ນີ້, ຄະ­ນະ​ກຳ­ມະ­ການ​ຍົກ­ຍ້າຍ​ຈັດ​ສັນ ແລະ ຟື້ນ​ຟູ​ຊີ­ວິດ ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ

​ຈາກ​ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ພະ­ລັງ​ນ້ຳ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ໄດ້​ຈັດ​ກອງ​ປະ­ຊຸມ​ເພື່ອ​ ຮ່ວມ​ກັນ​ຄົ້ນ­ຄວ້າ​ປຶກ­ສາ​ຫາ­ລື​

ຕໍ່​ກັບ​ວຽກ​ງານ​ຍົກ­ຍ້າຍ​ຈັດ​ສັນ, ໂດຍ​ໄດ້​ນຳ​ເອົາ 10 ບັນ­ຫາ​ທີ່​ປະ­ຊາ­ຊົນ​ສະ­ເໜີ​ນຳ​ມາ​ຄົ້ນ­ຄວ້າ ແລະ ພິ­ຈາ­ລະ­ນາ​ໃນ​ກອງ​

ປະ­ຊຸມ​ດັ່ງ­ກ່າວ ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ ທ່ານ ສົມ​ສະ­ໜິດ ບຸດ​ຕິ​ວົງ ຮອງ​ເຈົ້າ­ແຂວງ​ຈຳ­ປາ ສັກ, ທັງ​ເປັນ​ຮອງ​ປະ

­ທານ​ຄະ­ນະ​ກຳ ມະ​ການ​ຍົກ­ຍ້າຍ​ຈັດ​ສັນ ແລະ ຟື້ນ​ຟູ​ຊີ­ວິດ ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ, ມີ​ທ່ານ ຄຳ​ສີ ປ່ຽງ​ວໍ­ລະ​ວົງ ເຈົ້າ

­ເມືອງໆ​ປາກ​ຊ່ອງ, ມີ​ບັນ­ດາ​ທ່ານ​ໃນ​ຄະ­ນະ​ກຳ­ມະ­ການ, ກອງ​ເລ­ຂາ, ເຈົ້າ​ຂອງ​ໂຄງ­ການ ແລະ ອຳ­ນາດ​ການ​ປົກ­ຄອງ​ບ້ານ​

ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ເຂົ້າ​ຮ່ວມ.

 

ໃນ​ກອງ​ປະ­ຊຸມ​ຄັ້ງ​ນີ້ ຄະ­ນະ​ກຳ­ມະ­ການ​ໄດ້​ນຳ​ເອົາ 10 ບັນ­ຫາ ທີ່​ປະ­ຊາ­ຊົນ​ໄດ້​ສະ­ເໜີ​ຕໍ່​ຄະ­ນະ​ກຳ­ມະ­ການ​ມາ​ຄົ້ນ ຄວ້າ​ປຶກ­

ສາ​ຫາ­ລື​ຮ່ວມ​ກັນ​ເພື່ອ​ຮ່ວມ​ກັນ​ຕົກ­ລົງ ແລະ ມີ​ຄວາມ​ເປັນ​ເອ­ກະ​ພາບ​ຕໍ່​ວຽກ​ງານ​ຍົກ­ຍ້າຍ​ຈັດ​ສັນ ແລະ ຟື້ນ​ຟູ​ຊີ­ວິດ​

ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ທີ່​ຖືກ​ຜົນ​ກະ­ທົບ​ຈາກ​ ໂຄງ­ການ, ຊຶ່ງ​ໃນ​ນັ້ນ​ປະ­ກອບ​ມີ​ບັນ­ຫາ​ການ​ປຸກ​ສ້າງ​ເຮືອນ, ສ້ອມ­

ແປງ​ເຮືອນ​ຢູ່​ອາ­ໄສ​ໃຫ້​ກັບ​ປະ­ຊາ­ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ, ການ​ຈັດ​ສັນ​ເນື້ອ­ທີ່​ດິນ ເພື່ອ​ທຳ​ການ​ຜະ­ລິດ​ໃຫ້​ພຽງ­ພໍ​ຕາມ​

ກົດ­ໝາຍ​ແຮງ​ງານ, ການ​ຈັດ​ສັນ​ອາ­ຊີບ ໂດຍ​ສະ­ເພາະ​ແມ່ນ​ການ​ປູກ­ຝັງ, ການ​ລ້ຽງ­ສັດ ແລະ ການ​ຜະ­ລິດ​ໂດຍ​ໃຫ້​ໂຄງ­

ການ​ຊ່ວຍ​ທາງ ດ້ານ​ທຶນ­ຮອນ, ເຕັກ­ນິກ​ວິ­ຊາ​ການ ແລະ ອື່ນໆ, ການ​ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ໃຫ້​ກຸ່ມ​ບ້ານ​ເປັນ­ຕົ້ນ: ໂຮງ

­ຮຽນ, ໂຮງ­ໝໍ, ໄຟ­ຟ້າ, ທາງ​ປູ­ຢາງ​ເຂົ້າ​ບ້ານ, ລະ­ບົບ​ນ້ຳ, ຫໍ​ວັດ­ທະ­ນະ­ທຳ, ຕະ­ຫຼາດ, ຫ້ອງ­ການ​ນາຍ­ບ້ານ ແລະ ອື່ນໆ, ຄິດ­

ໄລ່​ຄ່າ​ເສຍ​ຫາຍ​ຊົດ​ເຊີຍ​ໃຫ້​ປະ­ຊາ­ຊົນ​ທີ່​ເສຍ​ຫາຍ​ຈາກ​ໂຄງ­ການ​ ເປັນ­ຕົ້ນ: ໜອງ​ປາ, ສວນ ແລະ ອື່ນໆ, ໃຫ້​ໂຄງ­ການ​

ຊ່ວຍ​ທຶນ ເພື່ອ​ພັດ­ທະ­ນາ​ບ້ານ​ຈຳ­ນວນ 400 ລ້ານ​ກວ່າ​ກີບ​ໃນ 4 ບ້ານ, ສຳ​ຫຼວດ​ຕັດ​ຕາ­ຜ້າ​ໃນ 4 ບ້ານ​ທີ່​ໄດ້​ຮັບ​ຜົນ​ກະ

­ທົບ ແລະ ທາງ​ໂຄງ­ການ​ຈະ​ຊ່ວຍ​ແນວ­ໃດ? ເພື່ອ​ໃຫ້​ປະ­ຊາ­ຊົນ​ມີ​ລາຍ​ຮັບ​ທີ່​ຕິດ​ພັນ​ກັບ​ມູນ­ເຊື້ອ ແລະ ທ່າ­ແຮງ​ຂອງ​ປະ­

ຊາ­ຊົນ.

 

ຕໍ່​ກັບ​ບັນ­ຫາ​ດັ່ງ­ກ່າວ​ນີ້ ກອງ​ຊຸມ​ໄດ້​ມອບ​ໃຫ້​ບໍ­ລິ­ສັດ​ໄດ້​ນຳ​ເອົາ​ບັນ­ຫາ​ທີ່​ປະ­ຊາ­ຊົນ​ສະ­ເໜີ​ໄປ ​ຄົ້ນ­ຄວ້າ​ພິ­ຈາ­ລະ­ນາ​ຫາ ວິ­ທີ

​ແກ້​ໄຂ​ວ່າ​ອັນ​ໃດ​ເຮັດ​ໄດ້ ຫຼື ເຮັດ​ບໍ່​ໄດ້​ເພື່ອ​ຫາ​ວິ­ທີ​ຮ່ວມ​ກັນ​ແກ້​ໄຂ, ຈາກ​ນັ້ນ​ໃນ​ກອງ​ປະ­ຊຸມ​ຄະ­ນະ​ກຳ­ມະ­ການ​ກໍ່​ໄດ້​ເປັນ

​ເອ­ກະ​ພາບ ແລະ ຕົກ­ລົງ​ຫຼາຍ​ບັນ­ຫາ​ຮ່ວມ​ກັນ​ຕໍ່​ກັບ​ການ​ສະ­ເໜີ​ຂອງ​ປະ­ຊາ­ຊົນ​ເປັນ­ຕົ້ນ​ ແມ່ນ​ບັນ­ຫາ​ການ​ຈັດ​ສັນ​ເນື້ອ

­ທີ່​ດິນ ເພື່ອ​ໃຫ້​ປະ­ຊາ­ຊົນ​ມີ​ທີ່­ຢູ່​ຖາ­ວອນ, ຈັດ​ສັນ​ເນື້ອ­ທີ່​ເພື່ອ​ທຳ​ການ​ຜະ­ລິດ​ຂອງ​ປະ­ຊາ­ຊົນ, ກຳ­ນົດ​ຈຸດ​ກໍ່­ສ້າງ​ພື້ນ­ຖານ

​ໂຄງ​ລ່າງ​ຕ່າງໆ​ໃຫ້​ລະ­ອຽດ, ກະ­ກຽມ​ພື້ນ­ຖານ​ເພື່ອ​ຮອງ​ຮັບ​ການ​ຍົກ­ຍ້າຍ​ເຮືອນ​ປະ­ຊາ­ຊົນ​ທີ່​ໄດ້​ຮັບ​ ຜົນ​ກະ­ທົບ​ຈາກ​ໂຄງ

­ການ​ເປັນ­ຕົ້ນ​ແມ່ນ​ການ​ປຸກ​ສ້າງ​ເຮືອນ, ສ້ອມ­ແປງ​ເຮືອນ​ໃຫ້​ໄດ້​ມາດ­ຕະ­ຖານ, ສ່ວນ​ລະ­ບົບ​ນ້ຳ​ແມ່ນ​ເຫັນ​ດີ​ໃຫ້​ສືບ­ຕໍ່​

ຈັດ​ຕັ້ງ​ປະ­ຕິ­ບັດ​ໄປ​ເລີຍ​ໃນ​ ແຕ່​ລະ​ບ້ານ ແລະ ວຽກ​ງານ​ອື່ນໆ​ຕື່ມ​ອີກ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ