ປະຊາຊົນເຂດນາບົງ ຈະໄດ້ຂົວຂ້າມນ້ຳງື່ມແລ້ວ

11267913_486140701550140_1301220043_n
ທ່ານ ປີເຕີຈັນ ປະທານກຸ່ມບໍລິສັດລາວເວີນ ຜູ້ສະແດງເຈດຈຳນົງຈະສ້າງຂົວຂ້າມນ້ຳງື່ມ ໃນຈຸດທ່າບ້ານນາບົງ

ນັບວ່າເປັນຂ່າວທີ່ດີຫຼາຍສຳລັບ ປະຊາຊົນເຂດບ້ານນາບົງ ກໍຄືປະຊາຊົນເມືອງປາກງື່ມ ທີ່ຈະໄດ້ຂົວຂ້າມນ້ຳງື່ມ. ຕອນເຊົ້າວັນທີ 2 ມິຖຸນາ 2015 ນີ້ ຫ້ອງການລັດຖະບານ ແຫ່ງ ສປປ ລາວ ໄດ້ແຈ້ງຂ່າວໃຫ້ຮູ້ຢ່າງເປັນທາງການວ່າ ທ່ານ ປີເຕີຈັນ ປະທານກຸ່ມບໍລິສັດລາວເວີນ ມະຫາຊົນ (ສູນການຄ້າລາວ-ໄອເຕັກ) ໄດ້ສະແດງເຈດຈຳນົງຂໍສ້າງຂົວຂ້າມນ້ຳງື່ມ ໃນຈຸດບ້ານນາບົງ (ຈຸດເກີດເຫດເຮືອນັກຮຽນລົ້ມ ເມື່ອວັນທີ 26 ພຶດສະພາ 2015 ຜ່ານມານີ້) ເຊິ່ງຈະເປັນການບໍລິຈາກທຶນສ່ວນຕົວສ້າງໃຫ້ລ້າໆ ເພື່ອເປັນຂອງຂວັນໃຫ້ກັບພໍ່ແມ່ປະຊາຊົນ. ໂດຍຂົວດັ່ງກ່າວ ແມ່ນມອບໃຫ້ນະຄອນຫຼວງວຽງຈັນ ຮ່ວມກັບບໍລິສັດລາວເວີນກຣຸບມະຫາຊົນ ເປັນຜູ້ສຳຫຼວດແລະກໍ່ສ້າງ.

11351168_466579536842045_5670511213139143537_n11401428_486138998216977_5298525724925136874_n