ປະຕິສັງຂອນພິພິທະພັນຫໍພະແກ້ວ ຄັ້ງທີ 3 ຈະຕ້ອງຍິ່ງໃຫຍ່ຢ່າງສົມກຽດ

20141203164654

 

ໂຄງການ​ປະຕິສັງຂອນ​ພິ​ພິທະ​ພັນ​ຫໍພະແກ້ວ ນະຄອນຫຼວງວຽງ​ຈັນ ທີ່​ຈະ​ເປີດ​ຢ່າງ​ເປັນ​ທາງການ ​ໃນ​ວັນ​ທີ 5-6 ທັນວາ

2014 ກົງ​ກັບ (ວັນເພັງ 14-15 ຄ່ຳ ເດືອນ​ຈຽງ ຫຼື ເດືອນ 1 ຂອງລາວ) ທີ່​ຖື​ວ່າ​ເປັນ​ເລີກ​ງາມ​ຍາມດີ ເພື່ອ​ໃຫ້​ມວນ​ຊົນ​ທັງ

ຫຼາຍ​ທີ່ເຫຼື້ອມ​ໃສ​ພຸດ​ທະ​ສາສະໜາ ​ໄດ້ຮ່ວມ​ໂມທະນາ​ປັດ​ໄຈ ໂດຍ​ກຳນົດ​ຈະ​ໃຫ້​ສຳເລັດ​ໃນ​ທ້າຍ​ປີ 2015 ກ່ອນ​ຈະ​ສະເຫຼີມ

ສະຫຼອງຢ່າງ​ສົມ​ກຽດ​ຄັ້ງ​ໃຫຍ່.

 

ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງນະຄອນຫຼວງ​ວຽງຈັນ ໄດ້​ຖະແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນວັນ​ທີ 3 ທັນວາ 2014

ໄດ້​ຮູ້​ວ່າ: ການ​ປະຕິສັງຂອນ​ພິ​ພິ​ທະ​ພັນ​ຫໍພະແກ້ວ ຄັ້ງ​ທີ 3 ໂດຍ​ຈະ​ເປີດໃຫ້​ມວນ​ຊົນ​ຊາວ​ພຸດ​ທັງ​ພາຍ​ໃນ ແລະ ຕ່າງປະ

ເທດ ໄດ້​ມີ​ສ່ວນຮ່ວມ​ໃນ​ການ​ປະຕິສັງຂອນ​ດັ່ງກ່າວ​ ທີ່​ເຫັນ​ວ່າ​ຊຸດໂຊມ​ ໃຫ້​ອອກມາ​ໄດ້​ຢ່າງ​ສົມບູນ​ແບບ ​ໂດຍ​ຈະ​ບໍ່ໃຊ້​

ເຫຼັກ ແລະ ຍັງ​ຄົງ​ຮັກສາ​ຮູບຮ່າງ​ເອກະລັກ​ລາວ​ເດີມ ຄາດວ່າ​ຈະ​ໃຊ້​ງົບປະມານ​ທັງ​ໝົດ​ປະມານ 30 ຕື້​ກີບ ຈຶ່ງ​ຈະ​ສຳເລັດ

ໂດຍ​ພື້ນຖານ ແຕ່​ຍັງ​ບໍ່​ທັນ​ໄດ້​ມີການ​ລະບຸ​ບໍລິສັດ​ທີ່​ຈະ​ມາ​ຮັບເໝົາ​ໃນ​ການ​ກໍ່ສ້າງ ເນື່ອງ​ຈາກການ​ປະຕິສັງຂອນ​ຄັ້ງ​ນີ້

ປະກອບມີ​ຢູ່ 3 ໜ້າ​ວຽກຄື: ຫຼັງຄາ ເຕົ້າຂອງ​ຖານ ແລະ ຖານ​ລ່າງ ​ທີ່​ຈະຕ້ອງ​ໄດ້​ມີ​ການ​ແລ່ນ​ນ້ຳ​ປະປາ ພ້ອມ​ຕິດ​ຕັ້ງ​ໄຟ

ຟ້າ​ໃຫ້​ເປັນ​ລະບົບກວ່າ​ເກົ່າ.

 

ພິ​ພິ​ທະ​ພັນ​ຫໍພະແກ້ວ ​ໄດ້​ຮັບການ​ສ້າງຕັ້ງ​ຂຶ້ນ​ໃນ​ປີ ​ພສ 2108 (​ຄສ 1565) ສະໄໝ​ລາຊະການພະ​ເຈົ້າ​ໄຊ​ຍະ​ເຊດ​ຖາ​ທິ​

ລາດ ເພື່ອເປັນ​ບ່ອນ​ປະດິດສະຖານ​ຂອງພຣະ​ແກ້ວ​ມໍ​ລະ​ກົດ ເຊິ່ງ​ຖື​ວ່າ​ເປັນສິ່ງ​ສັກສິດ​ຂອງ​ຊາດ ແລະ ສັນຍາ​ລັກ​ທີ່​ຕິດ

​ພັນ​ກັບ​ຄວາມ​ສົມບູນ​ພູນ​ສຸກ ຄວາມ​ເຊື່ອ​ຖື ຄວາມ​ສັກກະ​ລະ​ບູຊາ ຄວາມ​ວັດທະນາ​ຖາວອນ​ຂອງ​ຊາດ.

 

ໃນ​ອະດີດ ​ຫໍພະແກ້ວ​ຖືກ​ທຳລາຍ​ເຖິງ 2 ຄັ້ງ ໂດຍ​ສັກ​ດີ​ນາສະຫຍາມ​ເມື່ອ​ປີ ​ຄສ 1779 ແລະ ​ຄສ 1826-1829 ກ່ອນ​ທີ່

ເຈົ້າອະນຸວົງ ຈະ​ນຳພາ​ປະຕິ​ສັງຂອນ​ຄັ້ງ​ທຳ​ອິດ​ຂຶ້ນ ​ເມື່ອ​ປີ 1816 ແລະ ຕໍ່​ມາ​ໃນ​ປີ ​ຄສ 1936-1942 ເຫັນ​ວ່າ​ຫໍ​ດັ່ງກ່າວ

ຍັງ​ບໍ່ທັນສົມບູນ​ແບບ ​ໂດຍ​ມີ​ສະເດັດເຈົ້າ​ສຸວັນນະ​ພູມ​ມາ ໃນ​ຖານະເປັນ​ວິ​ສາ​ວະ​ກອນ​ເປັນ​ຜູ້ນຳ​ພາ ເຊິ່ງ​ໄດ້​ໃຊ້​ເວລາ

​ໃນ​ການ​ບູລະນະ 6 ປີ ຈິ່ງ​ສຳເລັດ ກ່ອນ​ຈະ​ມາເຖິງ​ປີ ​ຄສ 1987 ຫໍພະແກ້ວ​ໄດ້ຖືກ​ປະກາດ​ໃຫ້​ເປັນ​ ຫໍ​ພິ​ພິ​ທະ​ພັນສະຖານ

​ບູຮານ​ແຫ່ງ​ຊາດ ​ຢ່າງເປັນ​ທາງ​ການ.ສຳລັບ​ໂຄງການ​ປະຕິສັງຂອນພິ​ພິ​ທະ​ພັນ​ຫໍພະແກ້ວ ຄັ້ງ​ທີ 3 ມີ​ກຳນົດ​ເວລາ

​​ເບື້ອງຕົ້ນ​ປະມານ 1 ປີ​ເຕັມ ໂດຍ​ຈະເປີດ​ຮັບ​ບໍລິຈາກ​ນັບ​ແຕ່​ມື້​ເປີດໂຄງການ​ເປັນຕົ້ນ​ໄປ (ສ່ວນ​ລາຍລະອຽດ​ຕິດຕໍ່

​ພົວພັນ​ກັບ​ຄະນະຮັບຜິດຊອບ​ຕື່ມ​ທີ່​ພິ​ພິ​ທະ​ພັນ​ຫໍ​ ພະແກ້ວ) ກ່ອນ​ຈະ​ສະເຫຼີມສະຫຼອງວັນ​ຄົບຮອບ 40 ປີ ແຫ່ງ​ການ

ສະຖາປະນາ ​ສປປ ລາວ ແລະ ຄົບຮອບ 450 ປີ ແຫ່ງ​ການ​ກໍ່ສ້າງ​ຫໍພະແກ້ວ ເຊີນຊວນ​ມວນ​ຊົນ​ທຸກ​ຊັ້ນ​ຄົນ ຈົ່ງ​ເຂົ້າ​

ມາ​ມີ​ສ່ວນ​ຮ່ວມ​ໃນ​ກິດຈະກຳ​ສຳຄັນ​ຄັ້ງ​ນີ້​ດ້ວຍ.

 

ແຫລ່ງຂ່າວ: ວຽງຈັນໃໝ່