spot_img
Homeຂ່າວພາຍ​ໃນປະທານປະເທດ ອອກລັດຖະດຳລັດປະກາດໃຊ້ ລັດຖະທຳມະນູນ ສະບັບປັບປຸງ ປີ 2015!

ປະທານປະເທດ ອອກລັດຖະດຳລັດປະກາດໃຊ້ ລັດຖະທຳມະນູນ ສະບັບປັບປຸງ ປີ 2015!

Published on

IMG_1245

ຂປລທ່ານ ​ ຈູມ​ມາລີ ​ໄຊ​ຍະສ​​ອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້ອອກ​ລັດຖະດຳລັດ​ວ່າ​ດ້ວຍ​ ການ​ປະກາດ​ໃຊ້ ລັດຖະທຳ​ມະນູນ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ສະບັບ​ປັບປຸງ ປີ 2015 , ​ເລກທີ  214/ປປທ, ໃນ​ວັນ​ທີ 15 ທັນວາ 2015 ນີ້.

ການ​ປະກາດ​ໃຊ້​ລັດຖະທຳ​ມະນູນ​ສະບັບ​ດັ່ງກ່າວ ​ແມ່ນ​ອີງ​ຕາມ ​ລັດຖະທຳ​ມະນູນ ສະບັບ​ປັບປຸງ​ປີ 2003 ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ໝວດ​ທີ VI ມາດຕາ 67 ຂໍ້ 1; ອີງ​ຕາມ​ມະຕິ​ຂອງ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ສະບັບ​ເລກທີ 012/ສພຊ, ລົງ​ວັນ​ທີ 8 ທັນວາ 2015 ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ສະບັບ​ປັບປຸງ ປີ 2015 ​ແລະ ອີງ​ຕາມໜັງສືສະ​ເໜີຂອງ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສະບັບ​ເລດ​ທີ 028/ຄປຈ ລົງ​ວັນ​ທີ 8 ທັນວາ 2015.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...