ປະທານາທິບໍດີອູແກຣນ ແລະ ຣັດເຊຍ ເຈລະຈາບັນຫາວິກິດການໃນອູແກຣນ ເປັນເທື່ອທຳອິດ

 

ປະທານາທິບໍດີແຫ່ງອູແກຣນ ແລະ ຣັດເຊຍ ຈັດກອງປະຸຊຸມປຶກສາຫາທະວິພາຄີຂຶ້ນເປັນຄັ້ງທຳອິດ ທີ່ປະເທດ

ເບລາຣຸດໃນມື້ວັນອັງຄານ 26 ສິງຫາ 2014 ເພື່ອຫາທາງຢຸຕິການຕໍ່ສູ້ໃນພາກຕາເວັນອອກຂອງອູແກຣນ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນອັງຄານ 26 ສິງຫາ 2014 ປະທານາທິບໍດີເປໂຕຣ ໂປໂຣເຊນໂກ

ແຫ່ງອູແກຣນ ແລະ ປະທານາທິບໍດີ ວະລາດີເມຍ ປູຕິນ ແຫ່ງຣັດເຊຍ ໄດ້ຈັດກອງປະຊຸມເຈລະຈາກັນໂດຍກົງ

ເລື່ອງວິກິດການອູແກຣນເປັນຄັ້ງທຳອິດ ນອກຮອບການປະຊຸມຜູ້ນຳຊາດສະມາຊິກ ສະຫະພາບພາສີຢູເຣເຊຍ

(Eurasian Customs Union) ແລະ ຜູ້ແທນສະຫະພາບເອີລົບ ທີ່ນະຄອນຫຼວງມິນ ຂອງປະເທດເບລາຣຸດ ແຕ່

ໃນການປະຊຸມຄັ້ງນີ້ ແມ່ນຍັງບໍ່ມີການບັນລຸຂໍ້ຕົກລົງທີ່ສຳຄັນໃດໆເທື່ອ.

 

ການເຈລະຈາກັນ ໃຊ້ເວລາປະມານ 2 ຊົ່ວໂມງ ໂດຍສື່ຂອງອູແກຣນລາຍງານໂດຍອ້າງຄຳເວົ້າຂອງປະທານາທິບໍ

ດີອູແກຣນວ່າ ຈະມີການກຽມແຜນກົນລະຍຸດ ເພື່ອຢຸຕິການຕໍ່ສູ້ລະຫວ່າງກອງທັບລັດຖະບານ ແລະ ຝ່າຍແບ່ງ

ແຍກດິນແດນໂດຍໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ຕໍ່ມາໄດ້ມີການໂພສຕ໌ຖະແຫຼງການເທິງເວັບໄຊຂອງທ່ານ ໂປໂຣ

ເຊນໂກ ໂດຍລະບຸວ່າ ເປົ້າໝາຍຫຼັກຂອງພວກເຂົາຄືຄວາມສະຫງົບສຸກ ພວກເຂົາກຳລັງຕ້ອງການການກະທຳທີ່

ເດັດຂາດ ເຊິ່ງຈະນຳສັນຕິສຸກມາສູ່ດິນແດນຂອງອູແກຣນ.

 

ໃນຂະນະດຽວກັນ ປະທານາທິບໍດີປູຕິນ ກໍໄດ້ກ່າວໃນງານຖະແຫຼງຂ່າວຫຼັງການເຈລະຈາວ່າ ຣັດເຊຍຈະເຮັດທຸກ

ວິຖີທາງເພື່ອສະໜັບສະໜູນທຸກຂະບວນການສັນຕິພາບຖ້າມັນເກີດຂຶ້ນ ແຕ່ເຂົາກໍຢ້ຳອີກດ້ວຍວ່າ ການອອກ

ເງື່ອນໄຂຂອງການຢຸດຍິງ ຂຶ້ນຢູ່ກັບລັດຖະບານອູແກຣນ ແລະ ຜູ້ນຳກຸ່ມແບ່ງແຍກດິນແດນເປັນອັນຕັດສິນ.