ປະໂຫຍດຂອງດອກກຸຫຼາບ

845000bf0963ef51e4f6bb23899d25bf

               ດອກ​ກຸຫຼາບມີ​ຊື່​ທາງ​ວິທະຍາສາດ​ວ່າ: ​ Rosa hybrids  ເປັນ​ພືດ​ຕະກຸນ: ROSASEAE ມີ​ຢູ່​ທົ່ວ​ໂລກຫຼາຍກວ່າ 100 ຊະນິດ ສ່ວນ​ໃຫຍ່​ມີ​ຖິ່ນ​ກຳ​ເນີ​ດຢູ່​ໃນ​ອາຊີ ກຸຫຼາບຖືກ​ຄົ້ນ​ພົບ​ໂດຍ​ຊາວ​ສວນ​ນິລະນາມ​ເມື່ອ 4.000 ປີ​ກ່ອນ ຈາກ​ດອກ​ໄມ້​ແສນ​ງາມ​ທີ່​ຄົນ​ມັກ​ກ່າວ​ເຖິງ​ກຸຫຼາບຍັງ​ຖືກ​ໃຊ້​ໃນ​ທາງ​ການ​ ແພດມາ​ຕັ້ງ​ແຕ່​ສະ​ໄໝບູຮານ, ກີບ​ກຸຫຼາບອຸດົມ​ໄປ​ດ້ວຍ​ວິຕາມິນ​ເຊ,​ ແຄ​ໂຣທີ​ນ, ວິຕາມິນ​ບີ,​ ວິຕາ​ມີນ​ເອ,​ ແຄ​ຊຽມ ​ແລະ ​ແຮ່​ທາດ​ຕ່າງໆທີ່​ຈຳ​​ເປັນ​ຕໍ່​ຮ່າງກາຍ ​ແລະ ລະບົບ​ເລືອດຈົນ​ຮຽກ​ໄດ້​ວ່າ ວິຕາ​ມີນ​ເກືອ​ແຮ່​ຕ່າງໆທີ່​ຮ່າງ​ການ​ຕ້ອງການ​ນັ້ນ​ມີ​ຢູ່​ຢ່າງ​ຄົບ​ຖ້ວນ​ໃນ ​ກີບ​ກຸຫຼາບ ​ເຊັ່ນ: ​ໂປ​ຕຣາສຊຽມທີ່​ຈຳ​ເປັນ​ຕໍ່​ລະບົບ​ຫົວ​ໃຈ, ​ແຮ່​ທາດ​ທອງ​​ແດງ​ທີ່​ຮ່າງກາຍ​ຕ້ອງການ​ເພື່ອ​ຂະ​ບວນການ​ສ້າງ​ເມັດ​ເລືອດ ​ແລະ ​ໃຊ້​ໃນ​ຂະ​ບວນການ​ເຮັດ​ວຽກຂອງ​ລະບົບ​ຕ່ອມ​ບໍ່​ມີ​ທໍ່​ສົ່ງ,​ ໄອ​ໂອ​ດີ​ນທີ່​ຮ່າງກາຍ​ຕ້ອງການ​ສຳລັບ​ສ້າງ​ຮໍ​ໂມນ​ຂອງ​ຕ່ອມ​ໄທຣອຍ (Thyroid), ນັບ​ໄດ້​ວ່າ​ ກີບ​ກຸຫຼາບມີ​ຄຸນຄ່າ​ຄົບ​ຖ້ວນ​ສຳລັບ​ການ​ເບິ່ງ​ແຍງ​ແທ້ໆ.

ນອກ​ຈາກ​ນີ້​ ການ​ສຶກສາ​ຂໍ້​ມູນ​ຍັງ​ພົບ​ວ່າ: ​ເຊື້ອ​ພະຍາດ​ຈະ​ຕາຍພາຍ​ໃນ 5 ນາທີ​ ເມື່ອ​ສຳ​ຜັດ​ກັບ​ກີບ​ກຸຫຼາບສົດ ຊຶ່ງ​ຫາກ​ມີ​ບັນຫາ​ເລື່ອງຜິວໜັງຕິດ​ເຊື້ອ,​ ມີ​ສິວ, ແຜ​ເປີດ,​ ໄຟ​ໄໝ້, ຜິວ​ຜື່ນ​ແພ້ ກໍ່​ສາມາດ​ຮັກສາ​ໄດ້​ດ້ວຍ​ກີບ​ກຸຫຼາບສົດ ພຽງ​ແຕ່​ປະຕິບັດ​ໂດຍ​ການ​ເກັບ​ດອກ​ກຸຫຼາບ​ໃນ​ຕອນ​ເຊົ້າ, ຕອນ​ທີ່​ອາກາດ​ຍັງ​ສະອາດ​ບໍລິສຸດ ຫຼື ໃນ​ຕອນ​ທີ່​ມີ​ຄວາມ​ຊຸ່ມ​ຊື່ນ​ຂອງ​ອາກາດ​ຢູ່, ຍາມຫຼັງຝົນຕົກ ຫຼື ຕອນ​ເຊົ້າ​ມື​ດທີ່​ມີ​ນໍ້າໝອກຄ້າງ​ເທິງ​ດອກ​ຢູ່ ຈິ່ງ​ສາມາດ​ນຳ​ໄປ​​ໃຊ້​ໄດ້​ທັນທີ​ໂດຍ​ບໍ່​ຕ້ອງ​ລ້າງ​ອອກ​ເພື່ອ​ຮັກສາ​ຄຸນຄ່າ ​ທັງຫຼາຍ​ໃນ​ກີບ​ເອົາ​ໄວ້ ການ​ນຳ​ມາ​ໃຊ້​ກໍ່​ສາມາດ​ເຮັດ​ໄດ​້ຕັ້ງ​ແຕ່​ນຳ​ມາສະ​ກັດ​ເປັນ​ຊາ,​ ນຳ​ມາ​ບົດ​ໃຫ້ໝຸ່ນ​ແລ້ວ​ທາ​ບໍລິ​ເວນ​ຜິວໜັງທີ່​​​ແພ້​ ແລະ ເປັນ​ບາດ​ແຜ  ຫຼື ຈະ​ນຳ​ມາສະ​ກັດ​ເປັນ​ນໍ້າມັນ​ຫອມ​ລະ​ເຫີ​ຍກໍ່​ໄດ້.