ປາກຽວ ພ້ອມທີ່ຈະຊົກກັບ ຟລອຍດ໌ ອີກຄັ້ງ!

ແມນນີ່ ປາກຽວ ສຸດຍອດມວຍຊາວຟິລິບປິນ ອອກມາປະກາດວ່າ ຕົວລາວຍິນດີທີ່ຈະຂື້ນຊົກອີກຄັ້ງກັັບ ຟລອຍດ໌ ເມເວດເທີ ຈູເນຍ ສຸດຍອດມວຍບໍ່ເຄຍເສຍຊາວອາເມລິກາອີກຄັ້ງ ເຖິງຈະເປັນຝ່າຍເສຍກໍ່ຕາມໃນການຊົກເມື່ອເດືອນພຶດສະພາທີ່ຜ່ານມາ

ການແຂ່ງຂັນດັ່ງກ່າວເປັນການແຂ່ງທີ່ ເດິ ມັນນີ່ ທີ່ເອົາຊະນະຄະແນນ ເດິ ແພັກແມນ ໄປແບບຄ້ານສາຍຕາຄົນທັງໂລກ ເຊີ່ງຫຼັງຈາກອາການບາດເຈັບຢູ່ບ່າ ຈົນເຖິງຂັ້ນໄດ້ຜ່າຕັດ ແລະ ຕ້ອງພັກຮັກສາອາການບາດເຈັບໄປຈົນເຖິງປີໜ້າ

ຢ່າງໃດກໍ່ຕາມ ປາກຽວ ໃຫ້ສຳພາດກັບນັກຂ່າວທີ່ບ້ານເກີດວ່າບໍ່ມີບັນຫາຖ້າຈະຂື້ນຊົກກັບ ຟລອຍດ໌ ຮອບ 2 ແຕ່ພັດໄດ້ຍິນວ່າ ຟລອຍດ໌ ປະກາດແຂວນນວມໄປແລ້ວ ຫຼັງຈາກທີ່ເອົາຊະນະ ອັງເດຣ ເບີໂຕ ນັກຊົກລຸ້ນນ້ອງຮ່ວມຊາດໄປໄດ້ 3-0 ສຽງ ເມື່ອວັນທີ 13 ກັນຍາ 2015 ທີ່ຜ່ານມາ ມີສະຖິຕິທຽບເທົ່າກັບ ຣ໊ອກກີ້ ມາເຊຍໂນ ທີ່ຊະນະຕິດຕໍ່ກັນ 49 ໄຟຕ໌

ສຳລັບ ແມນນີ່ ປາກຽວ ເວລານີ້ພັກຟື້ນອາການບາດເຈັບຢູ່ທີ່ບ້ານເກີດ ລະຫວ່າງນີ້ລາວກໍ່ເຮັດວຽກການເມືອງໃນຖານະສະມາຊິກສະພາ ຂອງຊາຣາງກີນີ ແລະ ອາດຈະລົງເລືອກຕັ້ງປະທານນາທິບໍດີຂອງປະເທດຟິລິບປິນກ່ອນທີ່ຈະໝົດເຂດປິດຮັບຜູ້ສະໝັກໃນວັນທີ 16 ຕຸລາ 2015 ນີ້

028523