ປາແດກຮຸ່ງເຮືອງສິນ ຕ້ອງການວັດຖຸດິບຂະຫຍາຍຕະຫຼາດເພີ່ມ

10624686_1718742175016735_9161819449561295630_n

ຜະລິດ​ຕະ​ພັນ​ທີ່​ເກີດ​ຈາກ​ພູມປັນຍາ​ຊາວບ້ານ ທີ່​ມີ​ວັດທະນະທຳ​ການ​ກິນ​ປາແດກ​ມາ​ແຕ່​ດົນນານ ໃນ​ການ​ປະກອບ​ໃສ່​ອາຫານບາງ​ຊະນິດ ເຖິງ​ວ່າ​ສັງຄົມ​ຈະ​ມີການ​ພັດທະນາ​ມາ​ໄກ​ແຕ່​ຄົນລາວ ກໍ່​ຄືຄົນ​ລາວ​ຢູ່​ຕ່າງປະເທດ ກໍ່​ຍັງ​ນິຍົມ​ກິນປາແດກ ສົ່ງ​ຜົນໃຫ້​ຜູ້​ປະກອບ​ມີ​ຍອດ​ຂາຍ​ເພີ່ມຂຶ້ນ ຂະນະ​ທີ່​ວັດຖຸ​ດິບ (ປາ) ຕ້ອງ​ໄດ້ຊອກ​ເຂົ້າ​ມາ​ເພີ່ມ​ເພື່ອ​ໃຫ້​ພຽງພໍກັບ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ.
ທ່ານ​ນາງ ວິໄລ​ສິນ ເຕີນ​ຕານ ເຈົ້າ​ຂອງ​ໂຮງງານ​ປາແດກຮຸ່ງເຮືອງ​ສິນ ກ່າວ​ວ່າ: ພາຍຫຼັງ​ທີ່ໄດ້​ຮັບ​ກາ​ໝາຍ​ໂອ​ດ໋ອບ​ຈາກ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ກໍ່​ໄດ້​ມີ​ຄວາມ​ຫ້າວຫັນ​ໃນ​ການເອົາໃຈໃສ່ ​ດ້ວຍ​ການ​ເພີ່ມ​ຜະລິດຕະ​ພັນ​ອັນ​ໃໝ່​ເຂົ້າ​ມາ​ໃຫ້​ໂຮງງານ ​ເພື່ອ​ໃຫ້​ລູກ​ຄ້າ​ໄວ້​ວາງໃຈ ເຊັ່ນ: ປາແດກ​ຕ່ອນ ປາແດກ​ຝຸ່ນ ນ້ຳ​ແຈ່ວ ແລະ ອື່ນໆ ລວມ​ທັງໝົດ​ປະມານ 19 ລາຍການ ດ້ວຍຄວາມ​ເອົາໃຈໃສ່​ໃນ​ການ​ຂະຫຍາຍ​ຕະຫຼາດ​ ດ້ວຍ​ຜະລິດ​ຕະພັນ​ຄຸນະພາບ​ເຮັດ​ໃຫ້ໃນ​ປີ 2015 ມີ​ຍອດ​ຂາຍ​ເພີ່ມ​ຂຶ້ນ ປະມານ 30% ເມື່ອ​ທຽບ​ກັບ​ປີ 2014 ສາມາດ​ກວມ​ເອົາ​ຕະຫຼາດໃນ​ນະຄອນຫຼວງ​ບໍ່​ຕ່ຳ​ກວ່າ 80% ເພາະ​ມີ​ວາງ​ຈຳໜ່າຍ​ເກືອບ​ທຸກຕະຫຼາດ ສ່ວນ​ຕ່າງ​ແຂວງ​ມີ​ຈຳນວນ​ໜຶ່ງ​ເທົ່າ​ນັ້ນ.
ແຕ່​ປັດຈຸບັນ ຍັງ​ພົບກັບ​ບັນຫາ​ວັດຖຸ​ດິບ (ປາ) ຍັງ​ບໍ່ພຽງພໍ ຈະ​ອາໄສ​ແຕ່​ປາ​ມາ​ຈາກເຂື່ອນ​ນ້ຳ​ງື່ມ ນ້ຳ​ເທີນ ແລະ ແຂວງ​ຈຳປາ​ສັກ ຕ້ອງ​ໄດ້​ຊອກຫາ​ແຫຼ່ງ​ວັດຖຸ​ດິບ​ເຂົ້າ​ມາ​ຕື່ມ ເພື່ອ​ຜະລິດ​ໃຫ້​ໄດ້​ຫຼາຍ​ກວ່າ​ວັນລະ 1 ໂຕນ ປາທີ່​ມາ​ເຮັດ​ປາແດກ​ສ່ວນ​ຫຼາຍ​ຈະນຳ​ໃຊ້​ປາ​ຊະນິດ​ນ້ອຍ​ ປາ​ໃຫຍ່ຈະມີ​ຈຳນວນ​ໜຶ່ງ​ເທົ່າ​ນັ້ນ ເນື່ອງ​ຈາກລາຄາ​ຂອງ​ປາ​ໃຫຍ່​ຈະ​ມີ​ມູນ​ຄ່າສູງ ອາດ​ຈະ​ເຮັດ​ໃຫ້​ລູກ​ຄ້າ​ບໍ່​ສາມາດ​ຊື້​ໄດ້​ຢ່າງ​ສະດວກ ​ເພາະ​ລູກຄ້າ​ຫຼັກ​ກໍ່​ແມ່ນ​ທຸກ​ຊັ້ນ​ຄົນ.
ຍອມຮັບ​ວ່າ ໃນ​ໄລຍະ​ຜ່ານ​ມາ ມີ​ນັກທຸລະກິດ​ຂອງ​ປະເທດ​ເພື່ອນບ້ານ​ ໄດ້​ສົນໃຈ​ຕ້ອງການ​ເຂົ້າ​ມາຮ່ວມ​ເຮັດ​ທຸລະ​ກິດ​ນຳ ​ແຕ່​ກໍ່​ຍັງ​ບໍ່ໄດ້​ຕອບ​ຮັບ​ແຕ່​ຢ່າງໃດ ເນື່ອງຈາກ​ຕ້ອງ​ໄດ້​ສຸມ​ໃສ່​ຕະຫຼາດ​ນະຄອນ​ຫຼວງ ​ທີ່​ຍັງ​ມີ​ຄວາມ​ຕ້ອງການ​ສ່ວນ​ຕ່າງ​ແຂວງ​ອາດ​ຈະຮູບ​ແບບ​ສາຂາ ຫຼື ຕົວ​ແທນຈຳໜ່າຍ​ຫຼາຍ​ກວ່າ ຫາກ​ເຖິງ​ເວລາ​ນັ້ນ ​ກໍ່​ຕ້ອງ​ໄດ້​ຊອກ​ວັດຖຸ​ດິບ​ທີ່ຍັງ​ເປັນ​ບັນຫາ​ສຳຄັນ​ໃນ​ການປ້ອນ​ໂຮງງານ.

ທີ່ມາ http://www.vientianemai.net