ປິດສະໜາທຳຈາກແກ້ວໜຶ່ງໜ່ວຍ

220px-Bouteille

ແກ້ວເປົ່າ…ຖ້າໃສ່ ນ້ຳດື່ມ… ຈະມີຄ່າ 1,000 ກີບ

ແກ້ວເປົ່າ… ຖ້າໃສ່ ນ້ຳຫວານ… ຈະມີຄ່າ 2,000 ກີບ

ແກ້ວເປົ່າ… ຖ້າໃສ່ ນ້ຳເຜິ້ງ… ຈະມີຄ່າ 80,000 ກີບ

ແກ້ວເປົ່າ… ຖ້າໃສ່ ນ້ຳຫອມ… ຈະມີຄ່າ 2,000,000 ກີບ

ຈິດໃຈຂອງຄົນເຮົາ ກໍປຽບດັ່ງແກ້ວເປົ່າ…

ຈະມີຄຸນຄ່າສ່ຳໃດ ຂຶ້ນຢູ່ກັບ ສິ່ງທີ່ໃສ່ລົງໄປ!

ຊາຍທຸກຍາກຜູ້ໜຶ່ງ ຖາມພະພຸດທະເຈົ້າວ່າ “ເຫດໃດຜູ້ຂ້າຈຶ່ງທຸກຍາກແທ້?”

ພະພຸດທະເຈົ້າຕອບວ່າ “ທ່ານບໍ່ຮູ້ຈັກການໃຫ້ ແລະວິທີໃຫ້”

ດັ່ງນັ້ນ, ຊາຍຜູ້ນັ້ນຈຶ່ງເວົ້າຂຶ້ນວ່າ “ທັ້ງໆ ທີ່ຜູ້ຂ້າບໍ່ມີຫຍັງຈະໃຫ້ໃຜນີ້ໄດ?”

ພະພຸດທະເຈົ້າ ຕອບວ່າ “ທ່ານນັ້ນມີຢູ່ບໍ່ໜ້ອຍເລີຍ”

@ໃບໜ້າ: ເຊິ່ງສາມາດໃຫ້ ຮອຍຍິ້ມ, ຄວາມສົດໃສ, ຄວາມສົດຊື່ນ, ຄວາມເບີກບານ

@ປາກ: ທ່ານສາມາດຊື່ນຊົມ, ໃຫ້ກຳລັງໃຈ ຫຼືປອບປະໂລມ

@ປັນຍາ: ມັນສາມາດໃຫ້ ຄວາມຮູ້, ໃຫ້ແສງສະຫວ່າງແກ່ຜູ້ຄົນ

@ຫົວໃຈ: ມັນສາມາດເປີດຕໍ່ຜູ້ອື່ນ, ໃຫ້ຄວາມຈິງໃຈ, ໃສບໍລິສຸດ, ໃຫ້ຄວາມເມດຕາ

@ດວງຕາ: ທີ່ສາມາດຫຼຽວເບິ່ງຜູ້ອື່ນ ດ້ວຍສາຍຕາແຫ່ງຄວາມຫວັງດີ ດ້ວຍຄວາມໂອບອ້ອມ ອາລີ

@ຮ່າງກາຍ: ເຊິ່ງສາມາດໃຊ້ເພື່ອ ຊ່ວຍເຫຼືອຜູ້ອື່ນ

ສະນັ້ນ, ແທ້ຈິງແລ້ວ ທ່ານບໍ່ໄດ້ທຸກຍາກແຕ່ຢ່າງໃດ “ຄວາມທຸກຍາກໃນຈິດໃຈ ຄື ຄວາມທຸກຍາກທີ່ແທ້ຈິງ”