ປຶນຍິງສິງບໍ່ຕາຍເຮັດໃຫ້ສິງຕົບປຶນແຕກເສຍປະຕູໃນຖີ່ນຕົວເອງ

11122

ນັດ​ທີ່ ເອ​ມິ​ເລດ ສະ​ເຕ​ດຽມ “ປືນ​ໃຫຍ່” ພົບ​ຄວາມ​ພ່າຍແພ້​ອີກ​ເທື່ອໜື່ງ ໂດຍ​ເສຍ​ປຽບ​ຕັ້ງ​ແຕ່​ນາ​ທີ 18 ຈາກຈັງ​ຫວະ ແພ ແມລ໌​ເຕ​ຊັກ​ເກີລ໌ ສຽບ ຄອສ​ຕ້າ ຈາກ​ດ້ານ​ຫລັງ​ຈົນ​ໄດ້ໃບ​ແດງຖືກ​ໄລ່​ອອກ ກ່ອນ​ທີ່​​ກອງໜ້າ​ທີມ​ຊາດ​ແອດສະປາຍ ຈະ​ມາ​ຍິງ​ປະ​ຕູ​​ໃຫ້ “ເຊວຊີ” ໜີ​ຕາຍ​ຂຶ້ນ​ມາ​ຢູ່​ທີ່ 13

ເຊີ່ງນາ​ທີ 23 ເຊວ​ຊີ ຍິງປະ​ຕູ​ຂຶ້ນ​ນຳ ອິ​ວາ​ໂນ​ວິດ ເປີດ​ບານ​ຈາກ​ດ້ານ​ຂວາ​ໄປ​ໜ້າ​ປະ​ຕູ​ໃຫ້ ດິ​ເອ​ໂກ້ ຄອດສຕ້າ ຍິງເຂົ້າປະຕູໄປແບບສວຍງາມ 1-0 ປະຕູ

ຄອສ​ຕ້າ ນັບ​ເປັນ​ຕົວ​ປ່ວນຂອງ ອາ​ເຊ​ນອນ ຕະຫລອດ​ທັງ​ຊີ​ຊັນ​ຢ່າງ​ແທ້​ຈິງ ເພາະ​ເກມ​ທຳອິດ​ກໍ​ເຄີຍ​ເຮັດ ກາ​ບຽວ ເປົາ​ລິດ​ຕາ ໄດ້​ໃບ​ແດງຖືກ​ໄລ່​ອອກ​ມາ​ແລ້ວ ຊຶ່ງ​ຫລັງ​ຈົບເກມ ເວນ​ເກີລ໌ ກ່າວ​ບໍ່​ພໍ​ໃຈ​ແລະ​ຕຳ​ໜິ​ໄປ​ທີ່ ມາລ໌​ຄ ແຄດ​ເທນ​ ເບິ​ກ ຜູ້​ຕັດ​ສິນ​ເກມ​ນີ້​ດ້ວຍ​ວ່າ​ແຈກ​ໃບ​ແດງ​ງ່າຍ​ເກີນ​ໄປ​ຫລື​ບໍ່?

“ລາວ​ເປັນ​ຄົນ​ເຮັດໃຫ້​ນັກ​ເຕະ​ຂອງ​ທີມເຮົາ​ອອກຈາກ​ສະ​ໜາມ ເຈົ້າ​ເວົ້າ​ບໍ່​ໄດ້​ດອກວ່າ​ມັນ​ບໍ່ແມ່ນຄວາມ​ຈິງ ຄອສ​ຕ້າ ເຮັດໃຫ້​ທີມເຮົາ​ໄດ້​ໃບ​ແດງ​ເຖິງ 2 ເກມ​ຕິດຕໍ່ກັນ ຖືວ່າ​ສະຫລາດ​ຫລາຍ ນັດ​ທຳອິດ​ລາວກໍ​ເຮັດໃຫ້ ກາ​ບຽວ ຖືກໄລ່​ອອກ ມື້​ນີ້​ແມ່ນ ແມລ໌​ເຕ​ຊັກ​ເກີລ໌ ລາວ​ຖືກສຽບແທ້ຫລືບໍ່​ ຂ້ອຍ​ຕ້ອງ​ໄປ​ເບິ່ງ​ຄືນອີກ​ຄັ້ງໜື່ງ ແຕ່​ຄວາມ​ຈິງ​ກໍ​ຄື​ຄວາມ​ຈິງ”

ສ່ວນ​ອີກ​ເລື່ອງ​ທີ່​ຖືກ​ວິ​ຈານພໍ​ສົມຄວນ ຄື ການ​ເອົາ ໂອ​ລິ​ວິ​ເຢ ຊິ​ລູ ກອງ​ໜ້າ​ຕົວ​ຄວາມ​ຫວັງ​ອອກ​ເມື່ອ​ເຫລືອ 10 ຄົນ ຕັ້ງ​ແຕ່ 18 ນາ​ທີ ທັງ​ທີ່​ຄວນ​ເກັບ​ໄວ້ ຊຶ່ງ​ຄູເຝິກ​ຊາວຝຣັ່ງ ໃຫ້​ເຫດຜົນ​ວ່າ “ຄິດວ່າ​ເຮົາ​ຈຳ​ເປັນ​ຕ້ອງ​ສຳ​ຫລວດ​ທຸກ​ຄົນ​ກ່ອນ​ຕັດ​ສິນ​ໃຈ​ວ່າ​ຕ້ອງ​ເຮັດຫຍັງ​ເຊັ່ນ​ນັ້ນ​ບໍ? ສຳລັບ​ຂ້ອຍ ມັນ​ເປັນ​ການ​ຕັດ​ສິນ​ໃຈ​ແບບ​ປົກກະຕິ ເພາະ​ເຮົາ​ຕ້ອງ​ການ​ພື້ນ​ທີ່​ເພື່ອ​ບຸກ​ໄປ​ຂ້າງ​ໜ້າ ຂະນະ​ດຽວ​ກັນລາວກໍ​ເຈັບ​ຂໍ້​ຕີນ​ອີກ”

Chelsea's Brazilian-born Spanish striker Diego Costa (L) reacts after a challenge with Arsenal's Brazilian defender Gabriel during the English Premier League football match between Arsenal and Chelsea at the Emirates Stadium in London on January 24, 2016. AFP PHOTO / BEN STANSALL RESTRICTED TO EDITORIAL USE. No use with unauthorized audio, video, data, fixture lists, club/league logos or 'live' services. Online in-match use limited to 75 images, no video emulation. No use in betting, games or single club/league/player publications.
ດີເອໂກ ຕອສຕ້າ