ປ່ອງຢ້ຽມດວງດາວ! ສຸດຍອດພາບຖ່າຍ ລະບົບສຸລິຍະ(6)

0
1891

 

laopost-satD1
ຮູບພາບຫຼາກຫຼາຍຈາກຍານສໍາຫຼວດ Solar Dynamics Observatory (SDO) ສະແດງໃຫ້ເຫັນໄລຍະທຳອິດຂອງປາກົດການແປວສຸລິຍະໃນຄື້ນຄວາມຖີ່ແສງທີ່ແຕກຕ່າງກັນ ຖ່າຍເມື່ອວັນທີ 24 ກຸມພາ 2014.
laopost-satD2
ດວງຈັນກໍາລັງເຄື່ອນໂຕເຂົ້າມາບົດບັງສ່ວນໜຶ່ງຂອງດວງຕາເວັນ ຖ່າຍຈາກຍານສໍາຫຼວດ Solar Dynamics Observatory ເມື່ອວັນທີ 13 ມິຖຸນາ 2013.
laopost-satD3
ກຸ່ມເມກໝຸນວົນທີ່ເກີດຈາກພາຍຸ ໃນຂົ້ວໂລກເໜືອ ຮູບຊົງຫົກລ່ຽມຂອງດາວເສົາ ຖ່າຍໂດຍຍານ Cassini ຂອງອົງການນາຊາ ເມື່ອວັນທີ 27 ສິງຫາ 2012 ໃນຂະນະທີ່ຢູ່ໄກຈາກດາວເສົາປະມານ 361,488 ກມ.

laopost-satD4
ຮູບດາວເສົາແລະຊັ້ນບັນຍາກາດ ລວມໄປເຖິງວົງແຫວນໃນໂທນສີທີ່ໄດ້ຮັບການປັບແຕ່ງລວມຈາກ 12 ຮູບຖ່າຍ ຖ່າຍໂດຍຍານສຳຫຼວດ Cassini ເມື່ອວັນທີ 12 ມັງກອນ 2011.

laopost-satD5
ມວນພາຍຸຂະໜາດໃຫຍ່ກໍາລັງກໍ່ໂຕຂຶ້ນເໜືອມະຫາສະໝຸດແອັດແລນຕິກ ໃກ້ກັບປະເທດບຣາຊິນ ຖ່າຍໂດຍນັກບິນອະວະກາດຈາກຄະນະເດິນທາງທີ່ 36 ເທິງສະຖານີອະວະກາດນານາຊາດ ເມື່ອວັນທີ 4 ກໍລະກົດ 2013 ໂດຍມີຍານອະວະກາດຂອງລັດເຊຍທີ່ຈອນທຽບກັບສະຖານີອະວະກາດ ປາກົດໃຫ້ເຫັນໃນຮູບອີກດ້ວຍ.