ຜູ້ນຳ​ລາວ ຕ້ອນຮັບ​ປະທານ​ປະ​ເທດ ສສ ຫວຽດນາມ

president vn

ຜູ້ນຳ​ລາວ ຕ້ອນຮັບ​ປະທານ​ປະ​ເທດ ສສ ຫວຽດນາມ

 

ໃນ​ຕອນ​ບ່າຍ​ຂອງວັນ​ທີ 24 ມີນາ 2015, ບັນດາ​ຜູ້ນຳ​ລາວ ​ເຊິ່ງປະກອບ​ມີ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກ ລັດຖະມົນຕີ ແຫ່ງສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນລາວ ​ແລະ ທ່ານ ນາງ​ປານີ ຢາ​ທໍ່ຕູ້ ປະທານ​ສະພາ​ແຫ່ງ​ຊາດ ແຫ່ງ ສາທາ ລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນລາວ ຕ່າງ​ກໍ​ໄດ້​​ໃຫ້ກຽດຕ້ອນຮັບການ​ຢ້ຽມ ຢາມ​ພົບ​ປະຂອງ​ທ່ານ ​ເຈືອງ ​ເຕິ​ນ ຊາງ, ປະທານ​ປະ​ເທດ ​ແຫ່ງສາທາລະນະ​ລັດ ສັງຄົມ​ນິຍົມ ຫ​ວຽດນາມ ​ແລະ ຄະນະ​ ​​ໂອກາດ​ທີ່ໄດ້​ເດີນທາງ​ມາຢ້ຽມຢາມ ແລະ ​ເຮັດ​ວຽກ ຢູ່​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນ​ ​ເປັນ​ເວລາ​ສາມ​ວັນ. ຈາກ​ນັ້ນ ກໍ​ໄດ້ຢ້ຽມຊົ​ມຫໍພິພິທະພັນ ​ໄກສອນ ພົມວິຫານ.

​ໂອກາດ​ນີ້ ຜູ້ນຳ​ລາວ ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ຕ້ອນຮັບ​ຊົມ​ເຊີຍ ແລະ ຕີ​ລາຄາ​ສູງຕໍ່ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສປປ ລາວ ​ຂອງທ່ານປະທານ​ປະ​ເທດ ແຫ່ງສາທາລະນະ​ລັດສັງຄົມ​ນິຍົມຫ​ວຽດນາມ ​ແລະ ຄະນະ ​​ເຊິ່ງເປັນ​ການ​ປະກອບ ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍສາຍ​ພົວພັນ​ມິດຕະພາບອັນ​ເປັນມູນ​ເຊື້ອ​​ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື

​ຮອບດ້ານ ລະຫວ່າງສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດລາວ-ຫວຽດນາມ ​​ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ ​ແລະ ຈະ​ເລີ​ນງອກ​ງາມ​ຍິ່ງໆ​ຂຶ້ນ. ການ​ພົບ​ປະ​ຄັ້ງ​ນີ້ ​ໄດ້​ດຳ​ເນີນ​ດ້ວຍ​ໄມຕີ​ຈິດມິດຕະພາບ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ເຊິ່ງກັນ ​ແລະກັນ​ຢ່າງ​ເລິກ​ເຊິ່ງ.          ທ່ານປະທານ​ປະ​ເທດ ​ເຈືອງ ​ເຕິ​ນ ຊາງ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່ບັນດາ​ການ​ນຳຂອງລາວທີ່​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ເຊື່ອໝັ້ນວ່າສາຍ​ພົວພັນ​ມິດຕະພາບອັນ​ເປັນມູນ​ເຊື້ອ​​ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດຫວຽດນາມ-ລາວ ຈະນັບ​ມື້​ຂະຫຍາຍຕົວ​ຢ່າງ​ບໍ່ຢຸດ​ຢັ້ງ.

ສຳລັບ​ໃນຕອນ​ເຊົ້າຂອງ​ວັນ​ດຽວກັນນີ້ ທ່ານປະທານ​ປະ​ເທດ ​ເຈືອງ ​ເຕິ​ນ ຊາງ ກໍໄດ້​ເຄື່ອນ​ໄຫວ​ພົບ​ປະ​ຢ້ຽມ ຢາມ ອະດີດ​ການ​ນຳ​ພັກ-ລັດ ​ເຊິ່ງປະກອບ​ດ້ວຍທ່ານ ຄຳ​ໄຕ ສີ​ພັນ​ດອນ ​ແລະ  ທ່ານ​ ສະໝານ ວິ​ຍະ​ເກດ, ພ້ອມ​ທັງ​ຢ້ຽມຊົມອະ ນຸສອນ​ສະຖານປະທານ​ສຸພາ​ນຸວົງ ​ແລະ ພົບ​ປະ​ກັບຄອບຄົວປະທານ​ສຸພາ​ນຸວົງ.

 

ທີມາ: ລາວພັດທະນາ