ຜູ້ປະກອບການຫລາຍແຫ່ງຍັງບໍ່ປະຕິບັດ ຕາມລະບຽບອາກອນມູນຄ່າເພີ່ມ

23.07.1

ກົດໝາຍ​ອາກອນ​ມູນ​ຄ່າ​ເພີ່ມ ​ໄດ້​ຈັດ​ຕັ້ງ​ປະຕິບັດ​ມາ​ແຕ່​ປີ 2007, ​ແຕ່​ຍັງ​ມີ​ໂຮງ​ແຮມ ​ເຮືອນ​ພັກ ​ແລະ ຮ້ານ​ອາຫານ​ ຈຳນວນ​ໜຶ່ງ ຍັງ​ບໍ່​ປະຕິບັດ​ຕາມ​ລະບຽບ​ກົດໝາຍ​ດັ່ງກ່າວ ​ເປັນ​ຕົ້ນ ບໍ່​ນຳ​ໃຊ້​ໃບ​ເກັບ​ເງິນທີ່​ຖືກຕ້ອງ, ​ນຳ​ໃຊ້​ໃບ​ເກັບ​ເງິ​ນຂອງ​ຕົນ​ເອງ​ ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ຂະ​ແໜງ​ສ່ວຍ​ສາ​ອາກອນ, ບາງ​ພາກສ່ວນ​ເກັບ​ອາກອນ​ມູນ​ຄ່າ​ເພິ່ມ​ໄວ້​ ແລ້ວ​ບໍ່​ຍອມ​ມອບ​ເຂົ້າ​ງົບປະມານ​ ມີ​ການ​ເຊື່ອງອຳ​ລາຍ​ຮັບ. ດັ່ງ​ນັ້ນ ກອງ​ປະຊຸມ​ຄັ້ງ​ນີ້ ​ເພື່ອ​​ໃຫ້​ທຸກ​ພາກສ່ວນ​ໄດ້​ນຳ​ສະ​ເໜີ​ມາດ​ຕະການແກ້​ໄຂ ​ເພື່ອ​ໃຫ້​ການ​ຄຸ້ມ​ຄອງ​ການ​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ ​ແລະ ການ​ນຳ​ໃຊ້​ໃບ​ເກັບ​ເງິນ​​ເປັນ​ເອກະ​ພາບ​ກັນ.

ອາກອນ​ມູນ​ຄ່າ​ເພີ່ມ (ອມ​ພ) ​ແມ່ນ​ອາກອນ​ທາງ​ອ້ອມ ​ເຊິ່ງ​ເປັນ​ພັນທະ​ຂອງ​ຜູ້​ຊົມ​ໃຊ້​ສິນ​ຄ້າ ​ແລະ ການ​ບໍລິການ​, ມີ​ການ​ຄິດ​ໄລ່​ເກັບ ​ແລະ ມອບຢ່າງ​ຫລາຍ​ຂອດ​ແບບ​ເປັນ​ຕ່ອງ​ໂສ້ ນັບ​ແຕ່​ຂອດ​ນຳ​ເຂົ້າ​ສິນຄ້າ ການ​ຂາຍ​ສິນຄ້າ ​ແລະ ການ​ບໍລິການຢູ່​ດິນ​ແດນ ສປປ ລາວ, ພື້ນຖານ​ການ​ຄິດ​ໄລ່ ອມພ ມີ 2 ກໍລະນີ​ຄື: ກໍລະນີ​ທີ່​ເປັນ​ການ​ນຳ​ເຂົ້າ​ສິນຄ້າ ​ໂດຍ​ຜູ້​ມອບ ອມພ ​ແມ່ນ​ມູນ​ຄ່າ​ສິນຄ້າ​ທີ່​ນຳ​ເຂົ້າ​ບວກ​ພາສີ​ເຂົ້າ ບວກອາກອນ​ຊົມ​ໃຊ້ (ອກຊ) ບວກ​ຄ່າ​ທຳນຽມ​ຕ່າງໆ ​ແລະ ອີກ​ກໍລະນີໜຶ່ງ ​ແມ່ນ​ນຳ​ເຂົ້າ​ສິນຄ້າ​ໂດຍ​ຜູ້​ອື່ນ​ທີ່​ບໍ່​ແມ່ນ​ຜູ້​ມອບ ອມພ ​ແມ່ນມູນ​ຄ່າ​ສິນຄ້າ​ທີ່​ນຳ​ເຂົ້າ​ບວກ​ພາສີ​ເຂົ້າ ບວກ ອກຊ ບວກຄ່າ​ທຳນຽມ​ຕ່າງໆ ບວກ ອາກອນ​ກຳ​ໄລ​ລວມ. ສ່ວນ​ລະບຽບ​ໃນ​ການ​ໃຊ້​ໃບ​ເກັບ​ເງິນ​ ​ແມ່ນ​​ແນໃສ່​ຄຸ້ມ​ຄອງ​ການ​ເກັບ​ລາຍ​ຮັບ​ສ່ວຍ​ສາ​ອາກ​ອນ​ໃຫ້​ຖືກຕ້ອງ​ຄົບ​ຖ້ວນຕາມ​ຄວາມ​ເປັນ​ຈິງ ​ແລະ ​ໃຫ້​ມີ​ຄວາມ​ເອກະ​ພາບ​ໃນ​ທົ່ວ​ປະ​ເທດ ​ໃນ​ຂອບ​ເຂດ​ການ​ນຳ​ໃຊ້​ເຊັ່ນ: ບຸກຄົນ, ນິຕິບຸກຄົນ ຜູ້​ທີ່​ດຳ​ເນີນທຸລະ​ກິດ ຫລື ອົງການ​ຈັດ​ຕັ້ງ​ຕ່າງໆ ​ທີ່​ມີ​ການ​ພົວພັນ​ໃນ​ການ​ຊື້-​ຂາຍສິນຄ້າເຄື່ອງຂອງ ຫລື ການ​ບໍລິການ​ຢູ່​ໃນ​ດິນ​ແດນ ສປປ ລາວ./.

ແຫຼ່ງຂ່າວ: ຂ່າວສານປະເທດລາວ