ຜົນວິໄຈຢືນຢັນ ໂທລະສັບມີຜົນຕໍ່ການນອນ ແລະ ອາລົມ ຂອງລູກນ້ອຍ

child 27

ແມ່​ທຸກ​ຄົນ​ໜ້າຈະ​ພົບ​ບັນຫາ ລູກ​ຕິດ​ມື​ຖື ກໍ​ໜ້າ​ຈະ​ເປັນ​ກັນ​ທຸກ​ເຮືອນ ເພາະ​ທຸກ​ເຮືອນ​ກໍ​ມີ​ມື​ຖື​ໃຫ້​ລູກ​ໃຊ້​ກັນ​ໝົດ ເຊິ່ງ​ເຮົາ​ຮູ້ສຶກ​ວ່າ ​ມັນ​ກາຍ​ເປັນ​ປັດ​ໄຈທີ່ 5 ໄປຫມົດ​ແລ້ວ ແຕ່​ກ່ອນ​ເຮົາ​ຮູ້​ຢູ່​ແລ້ວ​ວ່າ ຢ່າ​ເອົາ​ໂທລະພາບ​ໄວ້​ໃນ​ຫ້ອງ​ລູກ ແຕ່​ມື້​ນີ້ ນັກ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ​ ແຄ​ລິ​ຟໍເນຍ ອອກ​ມາ​ຢືນຢັນ​ເພີ່ມ​ວ່າ ຈໍ​ນ້ອຍໆ​ເຊັ່ນ ຈໍ​ໂທລະ​ສັບ ກໍ​ມີ​ຜົນ​ກັບ​ການ​ນອນ​ຂອງ​ລູກ​ນ້ອຍ​ນໍາ​ເຊັ່ນ​ກັນ

ໂດຍ​ການ​ທົດລອງ ໄດ້​ທົດລອງ​ກັບ​ເດັກນ້ອຍ​ໃນ​ເກດ 4 ເຖິງ ເກດ 7 ໃນ​ໂຮງຮຽນ Massachusetts Childhood Obesity ດ້ວຍ​ການ​ຕອບ​ຄຳ​ຖາມ​ກ່ຽວກັບ​ການ​ນອນ​ຫລັບ ແລະ ​ຜົນ​ການ​ວິ​ໄຈ​ພົບ​ວ່າ

  1. ເດັກ​ນ້ອຍທີ່ນ​ອນ​ກັບ​ໂທລະ​ສັບ​ມື​ຖື​ ຫລື​ ແທັບ​ເລັດ ​ຈະ​ນອນ​ໄດ້​ໜ້ອຍ​ກວ່າ ເດັກນ້ອຍ​ທີ່​ບໍ່​ມີ​ອຸປະກອນ​ຫຍັງ​ໃນ​ຫ້ອງ​ສະເລ່ຍ 20.6 ນາທີ
  2. ເດັກ​ນ້ອຍທີ່​ຕິດ​ໂທລະ​ສັບ​ຈະ​ຮູ້ສຶກ​ວ່າ​ ມີ​ບັນຫາ​ການ​ນອນ ” ຫລາຍກວ່າ ” ເດັກນ້ອຍ​ທີ່​ຫລັບ​ກັບ​ໂທລະພາບ
  3. ເວລາ​ເດັກນ້ອຍ​ຫລິ້ນ​ເກມ​ ຫລື ​ເບິ່ງ​ໂທລະພາບ​ດົນໆ​ເຮັດໃຫ້​ນອນ​ໄດ້​ໜ້ອຍ​ລົງ

ແສງ​ສີ​ຟ້າ​ເທິງ​ໜ້າ​ຈໍ​ໂທລະ​ສັບ ມີ​ຜົນ​ຢ່າງ​ຮຸນແຮງ​ກັບ​ສານ ​ເມ​ລາ​ໂທ​ນິນ ເຊິ່ງ​ລວມ​ໄປ​ເຖິງ​ການ​ກະຕຸ້ນ​ອາລົມ​ຄວາມ​ຮູ້ສຶກ ເຮັດໃຫ້​ມີ​ຜົນ​ກັບ​ອາລົມ​ຄວາມ​ຮູ້ສຶກ​ເດັກນ້ອຍ ແລະ​ການ​ຄວບ​ຄຸມ​ອາລົມ​ຕ່າງໆ​ນໍາ

ສຳລັບ​ແມ່​ທີ່​ບໍ່​ຮູ້​ຈະ​ແກ້​ບັນຫາ​ແບບໃດ​ກັບ​ລູກ ແນະ​ນຳ ໃຫ້​ອອກ​ກົດຫ​ລຸດ​ການ​ຫລິ້ນ​ໂທລະ​ສັບ​ໃນ​ເວລາ​ທີ່​ເໝາະ​ສົມ ບໍ່ດົນ​ຈົນ​ເກີນໄປ ແຕ່​ຖ້າຫາກ​ຍັງ​ບໍ່​ໄດ້​ຜົນ ຜູ້​ຊ່ຽວຊານ​ແນະ​ນຳ​ໃຫ້​ຕັ້ງ​ກົດ “ວາງ​ເປັນ​ບ່ອນ “ ໃຫ້​ກັບ​ໂທລະ​ສັບ ເພື່ອ​ໃຫ້​ເດັກນ້ອຍ ບໍ່​ນຳ​ໄປ​ຫລິ້ນ​ເທິງ​ຕຽງ​ ຫລື ​ນຳ​ໄປ​ໃກ້​ໂຕ​ເທົ່າໃດ ເພື່ອ​ຫລຸດ​ຄວາມ​ສ່ຽງ​ຕ່າງໆ ສ່ວນ​ແມ່​ທີ່​ມີ​ລູກ​ອ່ອນ ກໍ​ແນະ​ນຳ​ວ່າ ໃຫ້​ຖິ້ມ​ໂທລະສັບ​ໃຫ້​ຫ່າງ​ລູກ​ໄວ້​ ເພື່ອ​ປ້ອງ​ກັນ​ອັນຕະລາຍ​ຕ່າງໆ ກັນ​ໄວ້​​ກ່ອນດີກວ່າ​ແກ້