ຝຣັ່ງອອກປາກ ຈະຊວນສະຫະພາບເອີຣົບ ຍົກເລີກມາດຕະການຂວ້ຳບາດຣັດເຊຍ ໃນໄວໆນີ້!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ມັງກອນຜ່ານມານີ້ວ່າ ທ່ານ ເອັມມານູເອລ ມາກຣອງ ລັດຖະມົນຕີວ່າການ ກະຊວງເສດຖະກິດ ອຸດສາຫະກຳ ແລະ ກິດຈະການຕິຈິຕອນ ປະເທດຝຣັ່ງ ໄດ້ກ່າວໃນລະຫວ່າງ ຢ້ຽມຢາມປະເທດຣັດເຊຍ ໃນວັນອາທິດທີ 24 ມັງກອນ 2016 ວ່າ ຝຣັ່ງຈະດຳເນີນການ ປຸກລະດົມຊັກຊອນ ໃຫ້ບັນດາປະເທດຊາດຕາເວັນຕົກ ໃນທະວີບເອີຣົບ ຍົກເລີກມາດຕະການຂວ້ຳບາດຕໍ່ຣັດເຊຍ ໃນລະດູຮ້ອນທີ່ຈະມາເຖິງນີ້.

ທ່ານ ມາກຣອງ ໄດ້ກ່າວວ່າ ເປົ້າໝາຍທີ່ການພົບປະກັບຣັດເຊຍຄັ້ງນີ້ ແມ່ນທັງສອງຝ່າຍເຫັນດີຮ່ວມກັນຄື ການຍົກເລີກມາດຕະການຂວ້ຳບາດຕໍ່ຣັດເຊຍທັງໝົດ ຫລັງຈາກທີ່ສະຫະພາບເອີຣົບ ຫລື ອີຢູ ໄດ້ນຳໃຊ້ມາດຕະການດັ່ງກ່າວ ເພື່ອປະທ້ວງຣັດເຊຍ ຈາກກໍລະນີຣັດເຊຍຍອມຮັບເອົາ ເຂດໄຄຣເມຍ ຂອງປະເທດອູແກຣນ ເຂົ້າເປັນດິນແດນສ່ວນໜຶ່ງຂອງປະເທດ ເມື່ອເດືອນມີນາ 2014 ຜ່ານມາ.

ພ້ອມດຽວກັນນັ້ນ ໃນລະຫວ່າງກອງປະຊຸມເສດຖະກິດໂລກ ທີ່ເມືອງດາວອສ ປະເທດສະວິດ ທ່ານ ຈອນ ເຄຣີ ລັດຖະມົນຕີຕ່າງປະເທດສະຫະລັດອາເມຣິກາ ກໍໄດ້ອອກມາປະເມີນວ່າ ມາດຕະການຂວ້ຳບາດຣັດເຊຍ ອາດຈະຖືກຍົກເລີກ ໃນອີກບໍ່ພໍເທົ່າໃດເດືອນຂ້າງໜ້ານີ້ ຫາກວ່າຣັດເຊຍປະຕິບັດຕາມເງື່ອນໄຂ ທີ່ພວກຕົນວາງອອກຢ່າງຄົບຖ້ວນ.