ຝົນຕົກແຮງຕໍ່ເນື່ອງ! ນ້ຳ​ຖ້ວມ​ຂັງ​ຫລາຍ​ຈຸດ​ຢູ່ ນ.ວ ແລະ ​ແຂວງ​ບໍລິ​ຄຳ​ໄຊ!

flood+vientiane

ພາຍຫລັງ​ຝົນຕົກ​ໜັກຕໍ່ເນື່ອງເປັນ​ເວລາ 3 ວັນ​ນັບ​ແຕ່ວັນທີ 29-31 ກໍລະກົດ 2015​ ນີ້​, ໄດ້​ເກີດ​ນໍ້າ​ຖ້ວມ​ຂັງ​ກະທັນຫັນ​ຢູ່​ຖະໜົນ​​ໄກສອນນັບ​ແຕ່​ສາມ​ແຍກ​ບ້ານ​ດົງ​ໂດກ,​ ບ້ານ​ຊ້າງ​ຄູ້ ​​ແລະບ້ານພະ​ຂາວ​ເມືອງ​ໄຊ​ທານີ, ນະຄອນ ຫລວງວຽງຈັນ ​ແລະອີກ​ຫລາຍໆ​ຈຸດ, ໄດ້ສົ່ງ​ຜົນ​ເຮັດ​ໃຫ້ການ​ສັນ​ຈອນໄປມາພົບຄວາມຫຍຸ້ງຍາກ.

ຜູ້​ເດີນທາງສັນຈອນ​ໄປມາ​ໄດ້​ເປີດ​ເຜິຍວ່າ:​ ​ບໍລິ​ເວນນີ້ມັກ​ເກີດນ້ຳ​ຖ້ວມຂັງ​ ແລະ ອັ່ງ​ອໍ​ຍ້ອນ​ຮ່ອງ​ລະ​ບາຍ​ນ້ຳ​ເປື້ອນຕັນບໍ່​ສາມາດລະບາຍນ້ຳ​ທັນ, ອີກດ້ານໜຶ່ງກໍ​ເປັນ​ຍ້ອນ​ມີ​ການ​ພັດທະນາ​ວ່ອງ​ໄວແຕ່​ຂາດ​ການວາງ​ແຜນ​ເປັນ​ລະບົບ​ຄົບ​ຊຸດ,​ໂດຍ​ສະ​ເພາະຖົມ​ດິນ​ເນື້ອ​ທີ່​ນາ, ໜອງ​ ແລະ ດິນ​ເປົ່າ​ຫວ່າງ​ເພື່ອການປຸກ​ສ້າງອາຄານ , ບ້ານ​ ແລະ ​ເຮືອນ. ​ຫລ້າ​ສຸດກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດຍັງ​ແຈ້ງຕຶ່ມອີກວ່າ​ຝົນ​ຈະ​ຍັງ​ສຶບຕໍ່​ຕົກ​ອີກ​ສະ​ນັ້ນ​ຮຽກຮ້ອງ​ໃຫ້​​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຄວນ​ລົງ​ໄປ​ຕິດຕາມ​ກວດກາ ​ແລະ ອະນາ​ໄມ​ດ່ວນ, ຖ້າ​ປ່ອຍປະລະ​ເລີຍ​ໄປ​ດົນ​ ຈະ​ເຮັດ​ໃຫ້​ເສັ້ນທາງດັ່ງກ່າວ​ເປ່​ເພ​ເສຍຫາຍ ​ແລະ ສ່ຽງ​ຕໍ່​ການ​ເກີດ​ອຸບັດ​​ເຫດ.

ຂະນະ​ທີ່ ​ແຂວງ​ບໍລິ​ຄຳ​ໄຊກໍ​ເກີດ​ນ້ຳ​ຖ້ວມ​ຂັງ​ຢູ່ 2 ​ເມືອງຄື ເມືອງປາກ​ກະດິງ ​ແລະເມືອງປາກ​ຊັນ ​​​​​ໂດຍລະດັບນໍ້າ​ສູງ​ປະມານ 60 ຊັງ​ຕີ​ແມັດ​ໄດ້ໄຫລ​​ເຂົ້າ​ຖ້ວມ 5 ບ້ານ ​ຄື: ບ້ານນາ​ເຄືອ​ນອກ, ນາ​ເຄືອ​​ໃນ, ນໍ້າກູ້, ນະຄອນ​ສົງ ​ແລະບ້ານຫ້ວຍ​ເພັດຢູ່​ເມືອງ​ປາກ​ກະດິງ. ນອກ​ຈາກ​ນັ້ນ​ ​ຍັງ​ຖ້ວມ​ຕື່ມ​ອີກ 5 ບ້້ານເຊັ່ນ: ກຸ່ມ​ບ້ານ​ພັດທະນາ​ໂພນ​ໄຊ​ໃຕ້, ທ່າ​ບໍ່, ສົມ​ສະຫວາດ, ຫ້ວຍ​ຊາຍ ​ແລະບ້ານທົ່ງ​ຫວານ​ ຢູ່​ເມືອງ​ປາກ​ຊັນ. ປັດຈຸບັນລະດັບ​ນໍ້າ​ໄດ້​ຫລຸດ​ລົງ​ແລ້ວ​ແຕ່​ຝົນ​ຍັງ​ສືບ​ຕໍ່​ຕົກ, ກົມ​ອຸ​ຕຸ​ນິຍົມ ​ແລະ ອຸ​ທົກ​ກະສາດ​ຈຶ່ງ​ແຈ້ງ​​ໃຫ້ພໍ່​ແມ່​ປະຊາຊົນ, ທະຫານ, ຕໍາຫລວດ, ​ແຂກ​ທັງ​ພາຍ​ໃນ ​ແລະຕ່າ​ງປະ​ເທດ​ ຄວນ​ເພີ່ມ​ຄວາມ​ລະມັດລະວັງ ​ແລະຕິດຕາມ​ສະພາບ​ອາກາດ​ຢ່າງ​ໃກ້ຊິດ​ ໂດຍ​ສະ​ເພາະ​ຜູ້​ອາ​​ໄສ​ຢູ່​ແຄມ​ແມ່​ນໍ້າ​ໃຫຍ່-ນ້ອຍ, ຮ່ອມ​ພູ ​ແລະບ່ອນ​ທີ່​ມີ​ຄວາມ​ສ່ຽງ.ນອກຈາກ​ນີ້​ ກໍ​ຕ້ອງ​ກວດກາ​ສະ​ພາບ​ອາກາດ​ກ່ອນ​ເດີນທາງ​ໄປ​ຕ່າງ​ແຂວງ ​ແລະອອກ​ນອກປະ​ເທດເພື່ອ​ຄວາມ​ປອດ​ໄພ.

 

ຂອບໃຈຂ່າວຈາກ:

ລພນ