ພະນັກງານ ຮປພ ລັກເອງ

a2e1c2d21129c22da8981a4c7bfdede0_L

ໃນ​ວັນ​ທີ 3 ມັງ­ກອນ 2016 ໄດ້​ເກີດເຫດ​ລັກ​ລົດ​ໃຫຍ່​ສີ­ຟ້າ​ຍີ່­ຫໍ້​ເຊີ​ລີ້, ປ້າຍ​ທະ ບຽນ ກກ 5351 ກຳ­ແພງ​ນະ­ຄອນ ຂອງ ສູນ​ກາງ​ສະ­ຫະ­ພັນ​ກຳ­ມະ­ບານ​ລາວ, ຊຶ່ງແມ່ນ​ທ້າວ​ໂພ​ໄຊ ອາ­ຍຸ 18 ປີ, ຢູ່​ບ້ານແກ້ວ​ສຳ­ພັນ, ເມືອງ​ປາກ​ເຊ, ແຂວງ​ຈຳ ປາ​ສັກ ເປັນ​ພະ­ນັກ­ງານ​ຮັກ­ສາ​ຄວາມປອດ​ໄພ​ຂອງ​ຫ້ອງ­ການ​ດັ່ງ­ກ່າວ​ເອງ​ເປັນ​ຄົນ​ລັກ​ໄປ, ຕົກ​ມາ​ຮອດ​ວັນ​ທີ 4 ມັງ­ກອນ ກໍ່​ຖືກ​ເຈົ້າ​ໜ້າ­ທີ່ ປກສ ແຂວງ​ບໍ​ລິ​ຄຳ​ໄຊ ສະ­ກັດ ແລະ​ກັກ​ຕົວ​ມາ​ດຳ­ເນີນ​ຄະ­ດີ.

ຜ່ານ​ການ​ສືບ­ສວນ-ສອບ​ສວນ​ຂອງ ເຈົ້າ​ໜ້າ­ທີ່​ຜູ້­ກ່ຽວ​ໄດ້​ຮັບ​ສາ­ລະ­ພາບ​ວ່າ: ລະຫວ່າງ​ເດືອນ​ກໍ­ລະ­ກົດ 2015 ຕົນ​ໄດ້​ເຂົ້າ​ມາ​ເປັນ​ພະ­ນັກ­ງານ​ຮັກ­ສາ​ຄວາມ​ປອດ​ໄພ​ຢູ່​ສູນ​ກາງ​ສະ­ຫະ­ພັນ​ກຳ­ມະ­ບານ​ລາວ, ມີ​ມື້­ໜຶ່ງ​ຕົນ​ໄດ້​ເອົາ​ໜັງ­ສື­ພິມ​ເຂົ້າ​ໄປ​ສົ່ງ​ໃນຫ້ອງ­ການ ແລ້ວ​ສັງ­ເກດ​ເຫັນ​ກະ­ແຈ​ລົດ ໃຫຍ່​ຫ້ອຍ​ໄວ້​ຂ້າງ​ຕູ້ ຈິ່ງ​ມີ​ແນວ​ຄິດ​ຢາກ ຮຽນ​ຂັບ, ມາ​ຮອດ​ວັນ​ທີ 26 ທັນ­ວາ​ຕົນ ໄດ້​ເຂົ້າ​ໄປ​ເອົາ​ກະ­ແຈ​ລົດ​ທີ່​ຫ້ອຍ​ຢູ່​ຂ້າງ​ຕູ້ ໂດຍ​ປະ­ຕູ​ຫ້ອງ­ການ​ອັດ​ບໍ່​ແຈບ, ພາຍຫຼັງ​ໄດ້​ກະ­ແຈ​ລົດ​ແລ້ວ​ຕົນ​ຈຶ່ງ​ໄດ້​ອອກ​ມາຫາ​ລົດ ແລ້ວ​ໄດ້​ຮຽນ​ຂັບ​ໄປ​ມາ​ບໍ­ລິ­ເວນ ເດີ່ນ​ຫ້ອງ­ການ​ຈົນ​ຮອດ​ເວ­ລາ 22 ໂມງຂອງ​ວັນ​ດຽວ​ກັນ​ຕົນ​ໄດ້​ນຳ​ລົດ ແລະ​ກະແຈ​ໄປ​ໄວ້​ບ່ອນ​ເກົ່າ ເພື່ອ​ບໍ່​ໃຫ້​ທາງ​ຫ້ອງ ການ​ສົງ­ໄສ.

ເວ­ລາ​ປະ­ມານ 20 ໂມງ ຂອງ​ວັນ​ທີ 3 ມັງ­ກອນ 2016 ໄດ້​ເອົາ​ລົດ​ຄັນ​ດັ່ງ­ກ່າວ ມາ​ຮຽນ​ຂັບ​ອີກ ຈົນ​ຮອດ​ເວ­ລາ​ປະ­ມານ 23 ໂມງ ໄດ້​ນຳ​ເອົາ​ລົດ​ເຂົ້າ​ໄປ​ຈອດ​ໄວ້ບ່ອນ​ເກົ່າ ແຕ່​ຕົນ ຫຼົງ​ໄປ​ຢ່ຽບ​ຄັນ​ເລັ່ງ ເຮັດ​ໃຫ້​ລົດ​ໄປ​ຕຳ​ກັບ​ກຳ­ແພງ​ຫ້ອງ­ການ ແລະ​ເຮັດ​ໃຫ້​ລົດ​ເປ່​ເພ​ເສຍ​ຫາຍ ເມື່ອ​ເປັນແນວ​ນັ້ນ ຕົນ​ຈິ່ງ​ມີ​ແນວ​ຄິດ​ທີ່​ຈະ​ໜີຈິ່ງໄດ້​ເກັບ​ເຄື່ອງ­ນຸ່ງ​ໃສ່​ກະ­ເປົາ ພ້ອມ​ເອົາ ເຄື່ອງ​ປຣິ້ນ​ເຕີ້​ຢູ່​ຫ້ອງ­ການ​ໄປ​ນຳ, ຕົກມາ​ຮອດ​ເວ­ລາ 3 ໂມງ ຂອງ​ວັນ​ທີ 4 ມັງ­ກອນ 2016 ຕົນ​ຈິ່ງ​ໄດ້​ຂັບ​ລົດ​ຄັນ​ດັ່ງກ່າວ​ມາ​ທາງ​ປາກ​ຊັນ​ເພື່ອ​ກັບ​ເມືອ​ບ້ານຢູ່​ປາກ​ເຊ ພໍ​ຮອດ​ເຂດ​ບ້ານ​ໜອງ​ເກິນ, ເມືອງ​ທ່າ​ພະ​ບາດ, ແຂວງ​ບໍ​ລິ​ຄຳ​ໄຊ ພໍ­ດີນ້ຳ­ມັນ​ລົດ​ໝົດ​ຕົນ​ຈິ່ງ​ນັ່ງ​ຟັງ​ເພງ ຢູ່​ໃນ ລົດ​ຈົນ​ຮອດ​ເວ­ລາ 8 ໂມງ​ຂອງ​ວັນ​ດຽວກັນ​ຕົນ​ຈິ່ງ​ໄດ້​ລັດ​ລົດ 6 ລໍ້​ທີ່​ແລ່ນ​ຜ່ານ ມາ ແລະ​ໄດ້​ຂໍ​ຂຶ້ນ​ລົດ​ໄປ​ນຳ​ເພື່ອ​ເອົາ​ປິ້ນເຕີ​ໄປ​ຂາຍ​ຢູ່​ຕະ­ຫຼາດ​ປາກ​ທວາຍ​ໄດ້​ເງິນ 60 ພັນ​ກີບ ເມື່ອ​ໄດ້​ເງິນ​ແລ້ວ​ຈຶ່ງ​ໄດ້​ໄປ ຊື້​ນ້ຳ­ມັນ​ແອັດ​ຊັງ ແລະ​ໄດ້​ລັດ​ລົດ​ຮຸນໄດ​ກັບ​ຄືນ​ໄປ​ຫາ​ລົດ​ເພື່ອ​ຕື່ມ​ນ້ຳ­ມັນ​ແລ້ວຂີ່​ລົງ​ໄປ​ຕາມ​ເສັ້ນ­ທາງ​ເລກ​ທີ 13 ໃຕ້ ພໍ ຮອດ​ເວ­ລາ 12 ໂມງ ໄດ້​ຂີ່​ລົດ​ມາ​ຮອດ ບ້ານ​ຂາມ, ເມືອງ​ປາກ​ຊັນ, ແຂວງ​ບໍ​ລິ ຄຳ​ໄຊ ລົດ​ໄດ້​ໝົດ​ນ້ຳ­ມັນ​ອີກ, ຕົນ​ຈິ່ງໄດ້​ນັ່ງ​ຢູ່​ລົດ​ຈົນ​ຮອດ​ເວ­ລາ​ປະ­ມານ 13 ໂມງ ມີ​ຄົນ​ຂີ່​ລົດ​ວີ​ໂກ້ ມາ​ແວ່​ຈອດ​ຖາມ ຕົນ​ຈິ່ງ​ໄດ້​ລົງ​ໄປ​ຂໍ​ຄວາມ​ຊ່ວຍ­ເຫຼືອ ແລ້ວ ກໍ​ຖືກ​ເຈົ້າ​ໜ້າ­ທີ່​ເຂົ້າ​ກັກ​ຕົວ​ມາ​ດຳ­ເນີນ​ຄະ­ດີ.

ປະ­ຈຸ​ບັນ ທາງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ພະແນກ​ສືບ­ສວນ-ສອບ​ສວນ ປກສ ແຂວງບໍ​ລິ​ຄຳ​ໄຊ ໄດ້​ມອບ​ຕົວ ທ້າວ ໂພ​ໄຊ ຜູ້​ຖືກຫາ​ໃຫ້​ແກ່​ອຳ­ນາດ​ການ​ປົກ­ຄອງ​ກ່າວ​ຮັບໂດຍ ທ່ານ ພັນ​ໂທ ລີ​ຕູ້ ຮອງ​ອຳ­ນວຍ​ການ ລັດ​ວິ​ສາ​ຫະ​ກິດ​ບໍ­ລິ­ການ​ຄວາມ​ປອດ​ໄພ ເພື່ອ​ດຳ­ເນີນ​ຄະ­ດີ​ຕໍ່​ຜູ້­ກ່ຽວ​ຕາມ​ກົດ­ໝາຍ.

ສ່ວນ​ຊັບ​ສິນ​ທີ່​ຍຶດ​ກັບ​ຄືນ​ມາ​ໄດ້​ນັ້ນ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ພະ​ແນກ​ສືບ­ສວນ-ສອບສວນ ປກສ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຈັດ​ພິ­ທີ ມອບ​ຄືນ​ໃຫ້​ເຈົ້າ​ຂອງ​ເດີມ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ, ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 5 ມັງ­ກອນ​ຜ່ານ​ມາ, ກ່າວ​ມອບ​ໂດຍ ທ່ານ ຮ້ອຍ​ເອກ ສິນ​ດາ​ໄລ ຊຸມ​ພົນ​ພັກ­ດີ ຮອງ ພະ​ແນກ​ສືບ­ສວນ-ສອບ​ສວນ ປກສ ແຂວງແລະ​ກ່າວ​ຮັບ​ແມ່ນ ທ່ານ ວັນ​ຄຳ ໄຊ​ຍະຮັກ ຮອງ​ຫົວ­ໜ້າ​ກົມ​ກວດ­ກາ​ສູນ​ກາງ​ສະ ຫະ​ພັນ​ກຳ­ມະ­ບານ​ລາວ ໂດຍ​ມີ​ເຈົ້າ​ໜ້າ­ທີ່​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ຂ່າວຈາກ: ເສດຖະກິດ-ສັງຄົມ
ເສດຖະກິດ