ພະແນກສຶກສາ-ກິລາ ນ.ວ ກຽມຈັດກິລາ 7 ປະເພດ ເລືອກເຟັ້ນນັກກິລາຮ່ວມ ກິລານັກຮຽນ ທົ່ວປະເທດ

ຂະແໜງພະລະ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາ ນະຄອນ ຫຼວງວຽງຈັນ (ນ.ວ) ກຽມຈັດການແຂ່ງຂັນກິລາ 7 ປະເພດ ໃນເດືອນມີນາ 2016 ເພື່ອເປັນການ ເລືອກເຟັ້ນຫານັກກິລາຜູ້ທີ່ມີຄວາມ ສາມາດຈາກ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ເພື່ອ ກຽມຄວາມພ້ອມສົ່ງເຂົ້າຮ່ວມງານແຂ່ງຂັນກິລາ ນັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ 6 ທີ່ແຂວງບໍລິຄໍາໄຊ ຮັບກຽດ ເປັນເຈົ້າພາບ ໃນຕົ້ນປີ 2017.​

ຕາມການເປີດເຜີຍຂອງ ທ່ານ ຫົງແກ້ວ ທຳມະວົງ ຫົວໜ້າຂະແໜງພະລະ ແລະ ສິລະປະສຶກສາ ເມື່ອວັນທີ 15 ມັງກອນ ຜ່ານມາ ໃຫ້ຮູ້ວ່າ: ເພື່ອເປັນການກະກຽມຄວາມພ້ອມ ເຂົ້າຮ່ວມການແຂ່ງຂັນງານແຂ່ງຂັນກິລານັກຮຽນ ທົ່ວປະເທດ ຄັ້ງທີ 6 ທີ່ແຂວງບໍລິຄຳໄຊ ຮັບກຽດເປັນເຈົ້າພາບ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ມີການຫ້າງຫາກະກຽມຄະນະຮັບຝ່າຍຕ່າງໆ ແລະ ສະຖານທີ່ເຝິກຊ້ອມນັກກິລາ, ໃນນັ້ນ ຈະໄດ້ສົ່ງນັກກິລາ 13 ປະເພດ ທີ່ເຈົ້າພາບ ກຳນົດບັນຈຸແຂ່ງຂັນ ປະກອບມີ ບານເຕະ, ບານສົ່ງ, ກະຕໍ້, ເປຕັງ, ແລ່ນ-ລານ, ບານບ້ວງ, ດອກປີກໄກ່, ໜ້າເກັກ, ໝາກຂ່າງ, ໝາກເສີກ, ປິ່ງປ່ອງ ແລະ ເທຄວັນໂດ ປັດຈຸບັນກຳລັງຂຶ້ນແຜນ ຈະຈັດການແຂ່ງຂັນງານກິລານັກຮຽນ ສາມັນສຶກສາ ທົ່ວນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2015-2016 ໂດຍຈະໄດ້ສະເໜີເຖິງພະແນກສຶກສາທິການ ແລະ ກິລາ ເພື່ອພິຈາລະນາຕາມຄວາມເໝາະສົມ ໂດຍຄາດວ່າ ຈະຈັດການແຂ່ງຂັນ 7 ປະເພດກິລາ ແລະ ໃນເບື້ອງຕົ້ນກໍ່ໄດ້ມີການແຈ້ງເຊີນຄະນະຮັບຜິດຊອບວຽກງານກິລາ 9 ຕົວເມືອງຮັບຮູ້ ແລະ ຂຶ້ນແຜນກະກຽມສົ່ງນັກກິລາທີ່ມີຄວາມສາມາດເຂົ້າຮ່ວມແຂ່ງຂັນ ຄາດວ່າງານນີ້ຈະນຳໃຊ້ງົບປະມານເຖິງ 150 ລ້ານກີບ.

ທ່ານ ຫົງແກ້ວ ທຳມະວົງ ກ່າວຕື່ມອີກວ່າ: ການແຂ່ງຂັນງານກິລານັກຮຽນ ສາມັນສຶກສາ ທົ່ວນະຄອນຫຼວງວຽງຈັນ 7 ປະເພດກິລາ ປະກອບມີ ບານເຕະ, ບານສົ່ງ, ກະຕໍ້, ເປຕັງ, ແລ່ນ-ລານ, ບານບ້ວງ ແລະ ດອກປີກໄກ່ ທັງປະເພດຍິງ-ຊາຍ ໂດຍກຳນົດເອົາສະໜາມກິລາເຕະບານຫຍ້າທຽມ ຮ່ອງຄ້າ, ສະໜາມກິລາໃນຮົ່ມອະເນກປະສົງບຶງຂະຫຍອງ ແລະ ສະໜາມກິລາເຈົ້າອານຸວົງ ຮອງຮັບກຽມຈັດການແຂ່ງຂັນ ຄາດວ່າຈະມີນັກກິລາເຂົ້າຮ່ວມແຂ່ງຂັນເກືອບ 200 ຄົນ.

ສຳລັບການແຂ່ງຂັນງານກິລານັກຮຽນ ທົ່ວປະເທດ 5 ຄັ້ງຜ່ານມາ ທັບນັກກິລາ ນະຄອນຫຼວງວຽງຈັນ ສາມາດຄອງເຈົ້າຫຼຽນຄຳ ໄດ້ເຖິງ 5 ຄັ້ງ ໂດຍສະເພາະ ງານແຂ່ງຂັນຫຼ້າສຸດ ທີ່ແຂວງຈຳປາສັກ ຮັບກຽດເປັນເຈົ້າພາບ ກໍ່ສາມາດຍາດໄດ້ ຫຼຽນທັງໝົດ 122 ຫຼຽນ, ໃນນັ້ນ ປະກອບມີ 44 ຫຼຽນຄຳ, 36 ຫຼຽນເງິນ ແລະ 32 ຫຼຽນທອງ.

nrvr